ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທຸຣະກິດໄຟຟ້າ ຂອງຣັຖບານລາວ
Anonymous

Date:
ທຸຣະກິດໄຟຟ້າ ຂອງຣັຖບານລາວ
Permalink   
 


ທຸຣະກິດໄຟຟ້າ ຂອງຣັຖບານລາວ

F-Newscasters.jpg

ບັນດາ ຜູ້ສື່ຂ່າວ ຈາກລາວ ແລະໄທ ທີ່ເຂົ້າຮ່ວມ ອົບຮົມ ກ່ຽວກັບ “ຮູ້ຈັກພລັງານ ຂອງຕົນເອງ” ທີ່ມະຫາວິທຍາໄລ ຈຸລາລົງກອນ ບາງກອກ. ວັນທີ 18-19 ມົກຣາ 2012

ນັກຂ່າວລາວ ແລະ ນັກວິຊາການ ທີ່ເຂົ້າຮ່ວມ ກອງປະຊຸມ ທີ່ ມະຫາວິທຍາໄລ ຈຸລາລົງກອນ ບາງກອກ ປະເທດໄທ ໃນຫົວຂໍ້ “ຮູ້ຈັກພລັງານ ຂອງຕົນເອງ” ຕ່າງກໍສະແດງ ຄວາມຄິດເຫັນ ວ່າ ປະຊາຊົນ ລາວ ສ່ວນໃຫຍ່ ບໍ່ເຂົ້າໃຈ ເຣື້ອງລະບົບ ການ ບໍຣິການ ແລະ ຈັດການ ພລັງງານ ໄຟຟ້າ ໃນລາວ ຍ້ອນວ່າ ຣັຖບານ ບໍ່ໄດ້ເຜີຽແພ່ ຢ່າງກວ້າງຂວາງ. ນັກວິຊາການ ລາວ ຕັ້ງຄໍາຖາມ ຫລາຍຂໍ້ ຕໍ່ຜູ້ຊ່ຽວຊານ ທີ່ ອະພິປາຍ ເຣື້ອງນີ້.

ນັກຂ່າວລາວ ຖາມວ່າ ການສ້າງເຂື່ອນ ຫລາຍແຫ່ງ ໃນລາວ ເພື່ອຂາຍ ໄຟຟ້າ ໃຫ້ ປະເທດໄທ ຄຸ້ມຄ່າແທ້ບໍ? ເປັນຄໍາຖາມ ທີ່ຊາວລາວ ຖາມກັນ ຢູ່ເລື້ອຍໆ ແຕ່ບໍ່ມີ ຄໍາຕອບ:

"ອ້າຍຫົວໜ້າ ເມື່ອກີ້ນີ້ ເຮົາກໍເວົ້າ ໂຕຢ່າງ ນໍ້າເທີນເນາະ ເຮົາຂາຍໄຟຟ້າ ໃນເມືອງໄທ ແຕ່ເຮົາຍັງຊື້ ໄຟຟ້າ ຈາກເຂົາເຈົ້າຢູ່ ເຮົາຂາຍໄປ ມັນຖືກ ແຕ່ເຮົາຊື້ເຂົາ ມັນແພງ ແລ້ວເຮົາໃຫ້ ຄວາມເຫັນໄປ ເປັນຫຍັງເຮົາ ຄືບໍ່ເຮັດເອງ ເຮົາຍັງຕ້ອງ ມາຂາຍໃຫ້ ຄົນໄທຢູ່ ແລ້ວຊື້ແພງ ໃຊ້ຢູ່ ຍ້ອນຫຍັງ ເອື້ອຍ ກໍບໍ່ຮູ້ເດ".

ການປະຊຸມ ສໍາມະນາ ເຣື້ອງ ພລັງງານ ໃນຫົວຂໍ້ “ຮູ້ຈັກພລັງງານ ໃນບ້ານຂອງຕົນ” ວັນທີ 18 ຫາ 19 ມົກກະຣາ ມີເຈົ້າໜ້າທີ່ ທາງການ ແລະ ນັກຂ່າວ ຈາກຫລາຍ ປະເທດ ເຂົ້າຮ່ວມ ນັກວິຊາການ ຈາກຫລາຍ ປະເທດ ໄດ້ເປີດເຜີຽ ຂໍ້ມູນ ທີ່ສະແດງ ໃຫ້ເຫັນວ່າ ຣັຖບານ ຂອງແຕ່ລະ ປະເທດ ຄໍານືງເຖິງ ແຕ່ຜົນກໍາໄຣ ເປັນເງິນ ຄໍາ ຫລາຍກວ່າທີ່ ຈະຄໍານືງເຖິງ ຜົນກະທົບ ຕໍ່ ປະຊາຊົນ ແລະ ຕໍ່ສະພາບ ແວດລ້ອມ ຫຼາຍຄົນ ກໍມີຄໍາຖາມ ຕໍ່ນັກ ວິຊາການ ທີ່ທໍາການ ອະພິປາຍ ເຣື້ອງນີ້ວ່າ ການທີ່ ຣັຖບານລາວ ມີແຜນການ ສ້າງເຂື່ອນ ຫລາຍແຫ່ງໃນ ທົ່ວປະເທດ ຈະຄຸ້ມຄ່າ ແທ້ຫລືບໍ່ ເມື່ອທຽບກັບສິ່ງ ທີ່ສູນເສັຽໄປ ເພາະວ່າ ບໍ່ມີ ຜູ້ໃດຮູ້ຈັກ ແລະ ບໍໍ່ເຄີຽມີ ການເຜີຽແພ່ ຢ່າງລະອຽດ ກ່ຽວກັບ ເຣື້ອງນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard