ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາກົດດັນແມ່ຍິງ ຕ້ອງຖີ້ມລູກເກີດໃໝ່
Anonymous

Date:
ບັນຫາກົດດັນແມ່ຍິງ ຕ້ອງຖີ້ມລູກເກີດໃໝ່
Permalink   
 


ບັນຫາກົດດັນແມ່ຍິງ ຕ້ອງຖີ້ມລູກເກີດໃໝ່

F-Human-trafficingking-Manageronline.jpg

manageronline-HT-children-from-world-vision-au

ແມ່ຍິງທີ່ຖືພາ ໃນທົ່ວໂລກ ເມື່ອມີ ບັນຫາກົດດັນ ທາງດ້ານຄອບຄົວ ຈື່ງຈໍາເປັນຕ້ອງ ຊອກຫາຜູ້ມາ ອຸປຖັມຮັບເອົາ ລູກທີ່ເກີດໃໝ່ໄປ ຈື່ງກາຍເປັນ ຊ່ອງທາງໃຫ້ ກຸ່ມຄ້າມະນຸສ ສວຍໂອກາດ

ເຈົ້າໜ້າທີ່ ປະຈຳໂຮງໝໍ ເມືອງ ແກ້ວອຸດົມ ແຂວງວຽງຈັນ ເປີດເຜີຍວ່າ ແມ່ຍິງທີ່ມາ ເກີດລູກ ຢູ່ໂຮງໝໍ ແລ້ວຢາກຍົກລູກ ເກີດໃໝ່ ໃຫ້ຜູ້ອື່ນ ເອົາໄປລ້ຽງນັ້ນ ມັກຂໍຮ້ອງ ໃຫ້ໂຮງໝໍ ເປັນສື່ກາງ ຊອກຫາ ຜູ້ມາຮັບ ເດັກນ້ອຍໄປລ້ຽງ. ເຈົ້າໜ້າທີ່ ໂຮງໝໍ ເມືອງ ແກ້ວອຸດົມ ເວົ້າວ່າ:

“ເພິ່ນຈະຝາກໄວ້ ກັບຄົນກາງ ຄືໝໍປະສູດ ຄັນວ່າມີ ຜູ້ຢາກໄດ້ລູກ ວ່າຊີ້ນໍ໊ ແລ້ວພຍາບານ ກໍສີ່ຊອກໃຫ້ເພິ່ນ ຖ້າວ່າມີ ຜູ້ຕ້ອງການ ຢາກໄດ້ ກໍມາແຈ້ງ ຊື່ໄວ້”

ນາງເວົ້າ ຕໍ່ໄປວ່າ ແມ່ຍິງ ດັ່ງກ່າວ ສ່ວນຫລາຍ ມີບັນຫາ ທາງຄອບຄົວ ເປັນຕົ້ນ ຢ່າຮ້າງ ຈາກສາມີ ຫລືມີລູກ ຫລາຍຄົນແລ້ວ ພວກເຂົາເຈົ້າ ກໍຈະມາຝາກ ໃຫ້ ເຈົ້າໜ້າທີ່ ໂຮງໝໍ ປະກາດ ຊອກຫາ ຜູ້ອຸປຖັມ ລູກ ຕັ້ງແຕ່ຍັງ ຖືພາຢູ່ ພໍລູກເກີດມາ ກໍຈະປະ ລູກໄວ້ກັບ ໂຮງໝໍ ເພື່ອໃຫ້ຜູ້ ອຸປຖັມ ມາຮັບໄປລ້ຽງ ຊຶ່ງບໍ່ຮູ້ເລີຍ ວ່າຜູ້ໃດ ຈະມາຮັບ ເອົາລູກ ຂອງຕົນ.

ສ່ວນຜູ້ທີ່ໄດ້ ຈົດຊື່ໄວ້ກັບ ໂຮງໝໍແຂວງ ແລ້ວນັ້ນ ກໍຈະມາຮັບ ເອົາເດັກນ້ອຍ ເກີດໃໝ່ນັ້ນ ເມື່ອໄດ້ຂ່າວ ຈາກໂຮງໝໍ ໂດຍຈະເປັນໄປ ຕາມລຳດັບ ຜູ້ໃດ ຈົດຊື່ກ່ອນ ກໍຈະໄດ້ກ່ອນ ພ້ອມທັງ ໂຮງໝໍ ຈະອອກ ໃບຢັ້ງຢືນໃຫ້ ໂດຍບໍ່ຕ້ອງ ເສັຍຄ່າໃຊ້ຈ່າຍ ຫຍັງເລີຍ.

ເຈົ້າໜ້າທີ່ ຜູ້ດຽວນີ້ ເວົ້າອີກວ່າ ຜູ້ທີ່ມາຮັບ ເດັກນ້ອຍ ໄປລ້ຽງນັ້ນ ທາງໂຮງໝໍ ບໍ່ໄດ້ ກວດປວັດ ຂອງພວກເຂົາເຈົ້າ ແຕ່ຢ່າງໃດ ຍ້ອນວ່າ ສ່ວນຫລາຍ ເປັນພນັກງານ ຂອງຣັຖ ຈຶ່ງເຊື່ອກັນວ່າມີ ເຈຕນາດີ ແລະ ໄວ້ໃຈໄດ້ ແຕ່ວ່າກໍມີ ປະຊາຊົນ ພາຍໃນແຂວງ ແລະ ແຂວງໃກ້ຄຽງ ຈຳນວນນຶ່ງ ມາຂໍເດັກນ້ອຍ ໄປລ້ຽງ ເຊັ່ນກັນ.

ຈາກຂໍ້ມູນ ທີ່ຮັບຮູ້ມາ ກ່ຽວກັບ ບັນຫານິ້ ປະກົດວ່າ ການປະຖິ້ມລູກ ແລະ ການຂໍເດັກນ້ອຍ ເກີດໃໝ່ ໃນລາວ ບໍ່ໄດ້ຮັບ ຄວາມເອົາໃຈໃສ່ ຄັກແນ່ ຈາກທາງການ ຈຶ່ງເປັນຊ່ອງທາງ ທີ່ພວກ ຄ້າມະນຸດ ສວຍໂອກາດ ຫາສິນຄ້າ ໄດ້ງ່າຍ ແລະ ເກືອບວ່າ ບໍ່ຕ້ອງ ເສັຍເງິນເລີຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard