ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣາຍງານຂອງອົງການ ສິດເສຣີພາບ
Anonymous

Date:
ຣາຍງານຂອງອົງການ ສິດເສຣີພາບ
Permalink   
 


ຣາຍງານຂອງອົງການ ສິດເສຣີພາບ

ອົງການ ສິດເສຣີພາບ ຫລື Freedom House ທີ່ມີ ສຳນັກງານ ຢູ່ ນະຄອນຫລວງ ວໍຊິ່ງຕັນ ດີຊີ ສະຫະຣັຖ ອະເມຣິກາ ຣາຍງາຍ ເມື່ອວັນ ພຣະຫັດ ນີ້ວ່າ ສປປລາວ ຍັງເປັນປະເທດ ທີ່ບໍ່ມີ ເສຣີພາບ ເທື່ອ. ນາງ Sarah Cook ນັກຄົ້ນຄວ້າ ແລະ ວິໄຈ ຂອງອົງການ ສິດເສຣີພາບ ໃຫ້ສຳພາດ ແກ່ນັກຂ່າວ ວິທຍຸ ເອເຊັຍເສຣີ ວ່າ:

“ຢູ່ລາວ ທຸກສິ່ງທຸກຢ່າງ ຍັງຄືເກົ່າຢູ່ ຍັງບໍ່ມີ ການປ່ຽນແປງ ແນວໃດເລີຍ.”

ຢູ່ໃນ ສປປລາວ ປະຊາຊົນ ຍັງບໍ່ມີສິດ ເສຣີພາບ ຢູ່ຄືເກົ່າ ໂດຍສະເພາະ ຍັງບໍ່ມີສິດ ທີ່ຈະປາກເວົ້າ ອອກຂ່າວ ຫລື ປະທ້ວງ ຕໍ່ຕ້ານ ພັກ ແລະ ຣັຖບານ ແຫລ່ງຂ່າວ ເຊັ່ນ ໂທຣະທັດ ວິທຍຸ ໜັງສືພິມ ເປັນຂອງຣັຖ ໝົດ ຮັບໃຊ້ ພັກແລະຣັຖ. ເມື່ອສອງສາມ ປີກ່ອນ ຊາວລາວ ຈຳນວນນຶ່ງ ເດີນທາງໄປ ນະຄອນຫລວງ ວຽງຈັນ ໃນຍາມ ບຸນທາດຫລວງ ເພື່ອຢາກ ປະທ້ວງ ຣັຖບານ ແຕ່ພວກເຂົາ ກໍຖືກຈັບ ແລະ ຖືກກັກຂັງ ຈົນເຖິງ ປັດຈຸບັນ ກໍຍັງບໍ່ທັນ ຖືກປ່ອຍ ຕົວເທື່ອ.

ໃນດ້ານການ ນັບຖື ສາສນາ ຍິ່ງຮ້າຍ ໃນຣະຍະ ປະມານ ນຶ່ງເດືອນ ທີ່ຜ່ານມາ ພວກຜູ້ນຳ ຊາວຄຣິສຕຽນ ຢູ່ໃນຫລາຍ ເຂດແຂວງ ຍັງຖືກ ປາບປາມ ແລະ ກັກຂັງ ຕົວຢ່າງຜູ້ນຳ ຊາວ ຄຣິສຕຽນ ເຈັດຄົນ ຢູ່ບ້ານ ບົວຄຳ ແຂວງ ສວັນນະເຂດ ຖືກຈັບກ່ອນ ວັນຄຣິສມັສ ໃນຖານລະເມີດ ປະເພນີ ແລະ ວັທນະທັມ ລາວ ບໍ່ເທົ່ານັ້ນ ພວກເຂົາຍັງ ຖືກກັກຂັງ ຢ່າງ ທໍຣະມານ ຫາກໍຖືກ ປ່ອຍຕົວ ເມື່ອສັປດາ ທີ່ແລ້ວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard