ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ້ນຳ​ພັກ-ລັດ ບໍ່ເຄີຍເຫັນການ​ສະ​ແດງ​​ກຳລັງປ້ອງ​ກັນຊາ​ດ ດ້ວຍຣະບົບ ໃໝ່
Anonymous

Date:
ຜູ້ນຳ​ພັກ-ລັດ ບໍ່ເຄີຍເຫັນການ​ສະ​ແດງ​​ກຳລັງປ້ອງ​ກັນຊາ​ດ ດ້ວຍຣະບົບ ໃໝ່
Permalink   
 


ຜູ້ນຳ​ພັກ-ລັດ ບໍ່ເຄີຍເຫັນການ​ສະ​ແດງ​​ກຳລັງປ້ອງ​ກັນຊາ​ດ ດ້ວຍຣະບົບ ໃໝ່

lao12.jpg

*(ຂ​ປ​ລ​): ໃນໂອກາດ​ຂ່ຳ​ນັບ​ຮັບ​ຕ້ອນ ວັນ​ສ້າງ​ຕັ້ງ​ກອງ​ທັບ ປະ​ຊາ​ຊົນ​ລາວ ຄົບ​ຮອບ 63 ປີ ໃນ​ຕອນ​ເຊົ້າ​ຂອງວັນ​ທີ 19 ມັງ​ກອນ 2012 ນີ້, ຢູ່​ທີ່​ວິ​ທະ​ຍາ​ຄານ ​ທະ​ຫານ​ບົກ (ນ້ຳ​ຊ່ວງ) ໄດ້​ຈັດ​ກິດ​ຈະ​ກຳ​ການ​ສະ​ແດງ ສິ​ລະ​ປະ​ຍຸດ, ຍຸດ​ທະ​ວິ​ທີ ໂດຍ​ຂະ​ບວນ​ເລົ່າ​ຮົບ​ຈາກ​ກຳ​ລັງ​ປ້ອງ​ກັນ​ຊາດ ຊຶ່ງ​ລາຍ​ການ​ສະ​ແດງ​ລວມ​ມີ ຍິງ​ເປີດ​ປ້າຍ​ຄຳ​ຂັວນ ນ້ຳ​ໃຈ​ທີ 20 ມັງ​ກອນ, ແກ້​ໄຂ​ການ​ກໍ່​ກະ​ບົດລຸກ​ຮື້​ຂຶ້ນ ແລະ ​ຈັບ​ຕົວ​ປະ​ກັນ, ​ການ​ຈັ້ງ​ທ່າ​ສະ​ກັດ​ກັ້ນ ແລະ ​ບຸກ​ໂຈມ​ຕີ​ສັດ​ຕູ, ປືນ​ປ້ອງ​ ກັນ​ອາ​ກາດ​ດັບ​ສູນ​ເປົ້າ​ໝາຍ​ເທິງ​ອາ​ກາດ.

ເຂົ້າ​ຮ່ວມ​ຊົມ​ການ​ສະ​ແດງ​ຄັ້ງ​ນີ້ ມີ​ ທ່ານ ບຸນຍັງ ວໍລະຈິດ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະ ທານປະເທດແຫ່ງ ສປປ ລາວ, ມີບັນ​ດາທ່ານ​​ກົມ​ການ​ເມືອງສູນ​ກາງ​ພັກ, ກຳ​ມະ​ການ​ສູນ​ກາງພັກ, ລັດ​ຖະ​ມົນ​ຕີ, ພະ​ນັກ​ງານ​ຂັ້ນ​ສູງ ແລະ ​ແຂກ​ຖືກ​ເຊີນ​ເຂົ້າ​ ຮ່ວມ​ຢ່າງ​ຫລວງຫລາຍຫລາຍ.

ການສະແດງທັງໝົດສະແດງໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ຂອງນັກຮົບປະຕິວັດໃນສະໄໝຕໍ່ສູ້ກູ້ຊາດ ທີ່ຄວາມເກັ່ງກ້າສາມາດ, ມີລະບຽບວິໄນ, ກຽມພ້ອມ ສູ້ຮົບຕະຫລອດເວລາ ແລະ ຄວາມອົງອາດກ້າແກ່ນ ຂອງທັບປະຊາຊົນລາວ ໃນພາລະກິດ​​ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ອຸ​ດົມ​ ສົມ​ບູນ​ນີ້​ໄວ້​ໃຫ້​ໝັ້ນ ຄົງ​ຕະ​ຫລອດ​ໄປ. ພາຍ​ຫລັງ​ສຳ​ເລັດ​ລາຍ​ການ​ສະ​ແດງ​ ແລ້ວຄະນະຜູ້ແທນຍັງໄດ້ຊົມການວາງແດງອາວຸດ,ອຸປະກອນໃນ ການສູ້ຮົບ ຂອງເຫລົ່າຮົບຕ່າງໆ ເຊັ່ນ: ເຫລົ່າຮົບສ່ືສານ, ເຫລົ່າຮົບທະຫານຮາບ, ເຫລົ່າຮົບຍານເກາະ, ເຫລົ່າຮົບເຄມີ, ເຫລົ່າຮົບປ້ອງກັນອາກາດ ແລະ ອື່ນໆ. ອາວຸດທີ່ນຳມາວາງສະແດງມີທັງ ອາວຸດ ທີ່ນຳໃຊ້ໃນການ ຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ອາວຸດທີ່ມີຄວາມທັນສະໄໝ, ມີປະສິດທິພາບສູງໃນການນຳໃຊ້ ./.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard