ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວ ຊອກອົງການຊ່ວຍເຫຼືອເຣື້ອງເຂື່ອນ
Anonymous

Date:
ທາງການລາວ ຊອກອົງການຊ່ວຍເຫຼືອເຣື້ອງເຂື່ອນ
Permalink   
 


ທາງການລາວຊອກ ການຊ່ວຍເຫຼືອເຣື້ອງເຂື່ອນ

ປັດຈຸບັນ ຣັຖບານລາວ ກຳລັງ ປຶກສາ ກັບ ຍີ່ປຸ່ນ ແລະ ອົງການ ຊ່ວຍເຫລືອ ສາກົນອື່ນໆ ເພື່ອໃຫ້ ຊ່ວຍສຶກສາ ສຳຣວດ ຜົນກະທົບ ຂອງໂຄງການ ສ້າງເຂື່ອນ ໄຊຍະບຸຣີ.

F-Lao-dams.jpg

(ເຂື່ອນທັງໝົດ ໃນສປປລາວ) ເຄື່ອງໝາຍສີແດງ ແມ່ນເຂື່ອນ ທີ່ສ້າງແລ້ວ ສີຂຽວ ກໍາລັງກໍ່ສ້າງ ສີສົ້ມ ແມ່ນໂຄງການສ້າງ

ອົງການ ແມ່ນ້ຳສາກົນ ທີ່ມີ ສຳນັກງານໃຫຍ່ ຢູ່ຣັດ ຄາລີຟໍເນັຍ ສະຫະຣັຖ ອະເມຣິກາ ຣາຍງານວ່າ ກອງປະຊຸມ ສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ຊຶ່ງມີ 4 ປະເທດ ຄື ລາວ ໄທ ວຽດນາມ ແລະ ກຳພູຊາ ໄດ້ຕົກລົງ ໃຫ້ມີການ ສຶກສາ ສຳຣວດອີກ ໃຫ້ຄັກແນ່ ກ່ອນຈະສ້າງ ເຂື່ອນໃສ່ ແມ່ນໍ້າຂອງ ຂ. ໄຊຍະບຸຣີ. ຄຳຕົກລົງ ດັ່ງກ່າວ ມີຄວາມໝາຍ ແນວໃດ? ຕາມຂໍ້ສັນຍາ ຣັຖບານລາວ ຕ້ອງຢຸດ ການສ້າງເຂື່ອນ ດັ່ງກ່າວນັ້ນ ໃນເວລາ ທີ່ມີການ ສຶກສາ ສຳຣວດຢູ່ ເພາະວ່າ ຖ້າຍັງມີ ການສ້າງ ຖນົນຫົນທາງ ຊຶ່ງເປັນສ່ວນນຶ່ງ ຂອງການ ສ້າງເຂື່ອນ ໄຊຍະບຸຣີ ຢູ່ນັ້ນ ການສຶກສາ ສຳຣວດ ກໍຈະເປັນໄປ ແບບບໍ່ມີ ປະສິທທິພາບ ແລະອາຈໄປ ເຂົ້າຂ້າງ ຝ່າຍໃດຝ່າຍນຶ່ງ.

ນັບແຕ່ ກອງປະຊຸມ ສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ຕົກລົງ ໃຫ້ມີການ ສຶກສາ ສຳຣວດຄືນໃໝ່ ຣັຖບານລາວ ຍັງບໍ່ໄດ້ ແຈ້ງໃຫ້ ສາທາຣະນະ ຮູ້ຢ່າງ ຄັກແນ່ວ່າ ການສ້າງ ຖນົນຫົນທາງ ໃນ ບໍຣິເວນ ຈະສ້າງເຂື່ອນ ນັ້ນ ໄດ້ໂຈະໄວ້ ຫລືບໍ່? ທາງອົງການ ແມ່ນ້ຳ ສາກົນ ສົງໃສວ່າ ຍັງມີການ ກໍ່ສ້າງຢູ່ ຕລອດມາ.

ອົງການ ແມ່ນ້ຳສາກົນ ໄດ້ຕັ້ງຄຳຖາມ ອີກວ່າ ການສຶກສາ ສຳຣວດໃໝ່ ຈະສຳຣວດ ຊອກຫາຫຍັງ? ຄນະກັມມາທິການ ແມ່ນ້ຳຂອງ ໄດ້ສຶກສາ ສຳຣວດ ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ນີ້ໄປແລ້ວ ແຕ່ຍັງ ບໍ່ຄັກ ບໍ່ແນ່ ຈື່ງຕ້ອງການ ການສຶກສາ ຕື່ມອີກ ຢ່າງໜ້ອຍ ເປັນເວລາ 10 ປີ.

ນັກວິທຍາສາດ ຫລາຍຄົນ ອອກຖແລງການ ເມື່ອບໍ່ດົນ ຜ່ານມາວ່າ ບໍ່ມີໃຜຮູ້ ຢ່າງລະອຽດ ກ່ຽວກັບ ສະພາບ ແວດລ້ອມ ໃນເຂດອ່າງ ແມ່ນ້ຳ ການສຶກສາ ສໍາຣວດ ຫລາຍໆຄັ້ງຜ່ານມາ ສະແດງ ໃຫ້ເຫັນວ່າ ການ ສ້າງເຂື່ອນ ໄຊຍະບຸຣີ ໃສ່ ແມ່ນ້ຳຂອງ ຈະກະທົບ ຝຸງໝູ່ປາ ການອອກແມ່ ແພ່ລູກ ຂອງປາ ການຂື້ນລ່ອງ ຂອງໝູ່ປາ ນ້ຳຈະຕື້ນລົງ ໃນຕອນລຸ່ມ ຂອງເຂື່ອນ ແລະ ແມ່ນ້ຳລຳທານ ຈະບົກແຫ້ງ. ແນ່ນອນວ່າ ການ ປ່ຽນແປງ ເຫລົ່ານີ້ ຈະສົ່ງຜົນ ກະທົບຕໍ່ ປະຊາຊົນ ເຖິງ 60 ລ້ານ ຄົນ ໃນເຂດລຸ່ມ ແມ່ນ້ຳຂອງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard