ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາການກໍາຈັດ ກຸ່ມຄ້າມະນຸສ
Anonymous

Date:
ບັນຫາການກໍາຈັດ ກຸ່ມຄ້າມະນຸສ
Permalink   
 


ບັນຫາການກໍາຈັດ ກຸ່ມຄ້າມະນຸສ

ເປັນການຍາກ ທີ່ຈະເຮັດໃຫ້ ບັນຫາ ການ ຄ້າມະນຸດ ໃນສປປລາວ ເບົາບາງ ລົງໄດ້.

F-human-trafficking-thai.jpg

ຈົ່ງເປັນຫູເປັນຕາ ຊ່ວຍກັນຕ້ານ ການຄ້າມະນຸສ

ນັກວິຊາການ ດ້ານການ ຄ້າມນຸດ ໃນລາວ ເວົ້າວ່າ ເປັນໄປໄດ້ຍາກ ທີ່ບັນຫາ ການຄ້າມະນຸດ ໃນລາວ ຈະເບົາບາງ ລົງໄດ້ ຍ້ອນວ່າ ໜ່ວຍງານ ຣັຖບານ ແລະ ອົງການສາກົນ ທີ່ຮັບຜິດຊອບ ຍັງບໍ່ມີ ພຽງພໍ ຈຶ່ງບໍ່ ສາມາດ ເບີ່ງແຍງ ປ້ອງກັນ ໄດ້ຢ່າງທົ່ວເຖິງ:

“NGO ທີ່ເຮັດວຽກ ດ້ານນີ້ ກໍບໍ່ມີຫລາຍ ແຕ່ລະ NGO ກໍມີເຂດ ເຮັດວຽກ ຂອງໃຜລາວ ຂອງ VFI ກໍມີໃນ 4 ແຂວງພາກໃຕ້ ຂອງ World Vision ກໍຈະມີ ຢູ່ ສວັນນະເຂດ ເພາະສະນັ້ນ ການທີ່ ບອກວ່າ ຮັບປະກັນ ເລີຍວ່າ ໃຫ້ບັນຫານີ້ ມັນຫລຸດລົງນີ້ ນ້ອງວ່າຍາກ ແຕ່ວ່າເຮົາ ພຍາຍາມ ເຮັດແນວໃດ ໃຫ້ມັນ ກ່ອນອື່ນ ກໍຄືປ້ອງກັນ ບໍ່ໃຫ້ມັນ ເກີດຊ້ຳ ອັນທີ່ສອງ ກໍຄືຫລຸດຜ່ອນ ຈຳນວນ.”

ນາງເວົ້າ ຕໍ່ໄປວ່າ ອົງການສາກົນ ທີ່ເຮັດວຽກ ດ້ານການ ຄ້າມະນຸດ ໃນປະເທດລາວ ບໍ່ມີຫລາຍ ອີກທັງຍັງມີ ພື້ນທີ່ເຮັດ ວຽກຈຳກັດ ແລະ ບໍ່ສາມາດ ເຮັດວຽກ ອິສຣະ ຈາກ ຣັຖບານໄດ້ ຈະສາມາດ ເຂົ້າໄປເຮັດ ວຽກຊ່ວຍເຫລືອໄດ້ ສະເພາະ ກໍຣະນີ ທີ່ ຣັຖບານ ສົ່ງຕໍ່ມາ ໃຫ້ເທົ່ານັ້ນ ສ່ວນຫລາຍແມ່ນ ວຽກຟື້ນຟູ ຫລາຍກວ່າວຽກ ປ້ອງກັນ ຫລືຈັບກຸມ.

ປັດຈຸບັນ ດ່ານ ຊາຍແດນລາວ ໂດຍສະເພາະ ຊາຍແດນ ລາວ-ໄທ ສາມາດຄັດແຍກ ແຮງງານລາວ ທີ່ຖືກຫລອກໄປ ຄ້າແຮງງານ ຢ່າງຜິດກົດໝາຍ ໄດ້ເຖິງມື້ລະ 15-20 ຄົນ ຊຶ່ງແມ່ນ ສະເພາະ ກໍຣະນີ ທີ່ຈັບໄດ້ ເທົ່ານັ້ນ ແຕ່ຄາດວ່າ ຍັງມີອີກ ຈຳນວນຫລາຍ ທີ່ບໍ່ສາມາດ ຈັບກຸມໄດ້ ແຕ່ອົງການ ສາກົນ ທີ່ເຮັດວຽກ ດ້ານການ ຄ້າມະນຸດ ໃນລາວນັ້ນ ກໍຍັງມີ ໜ້ອຍເກີນໄປ ມີພຽງອົງການ VFI AFESIP World Vision ແລະ NCA ເທົ່ານັນ ສ່ວນຫລາຍແມ່ນ ດຳເນີນ ກິຈກັມ ໃນແຂວງ ພາກໃຕ້ເປັນຫລັກ ແຕ່ ປັດຈຸບັນ ຂະບວນການ ຄ້າມະນຸດ ເລີ້ມມີຫລາຍຂຶ້ນ ໃນແຂວງ ພາກເໜືອ ໂດຍສະເພາະ ບໍຣິເວນ ຊາຍແດນ ປະເທດຈີນ ແລະ ປະເທດ ວຽດນາມ ຊຶ່ງມີເຂດ ແດນທັມຊາຕ ຊຶ່ງຄວບຄຸມ ການເຂົ້າອອກ ໄດ້ຍາກ ເຮັດໃຫ້ ອົງການສາກົນ ເຫລົ່ານັ້ນ ບໍ່ສາມາດ ດູແລ ໄດ້ຢ່າງ ທົ່ວເຖິງ.

ນາງເວົ້າ ມ້ວນທ້າຍວ່າ ຫາກ ຣັຖບານ ອະນຸຍາດ ໃຫ້ອົງການ ສາກົນ ດ້ານການຄ້າມນຸດ ອື່ນໆ ເຂົ້າມາເຮັດວຽກ ເພີ້ມອີກ ແລະ ໃຫ້ອິສຣະໃນການເຮັດວຽກ ຫລາຍຂຶ້ນ ໜ້າຈະສົ່ງ ຜົນດີຕໍ່ ສະຖານະການ ດ້ານການ ຄ້າມະນຸດ ໃນລາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard