ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວປາກເວົ້າຂີດຂຽນ ຕິຕຽນທາງການບໍ່ໄດ້
Anonymous

Date:
ຊາວລາວປາກເວົ້າຂີດຂຽນ ຕິຕຽນທາງການບໍ່ໄດ້
Permalink   
 


ຊາວລາວປາກເວົ້າຂີດຂຽນ ຕິຕຽນທາງການບໍ່ໄດ້

ປະຊາຊົນ ລາວ ສ່ວນຫລາຍ ມີຄວາມຢ້ານ ເກງກົວ ທີ່ຈະສແດງ ຄວາມຄິດເຫັນ ກ່ຽວກັບ ເຣື່ອງສໍ້ໂກງ ຂອງທາງການ ເຈົ້າໜ້າທີ່ ພນັກງານ ຫຼື ບັນຫາ ຂອງສັງຄົມ ທີ່ ໄປແຕະຕ້ອງ ລູກຫຼານ ເຈົ້ານາຍລາວ.

F-law.jpg

ສປປລາວ ມີກົດໝາຍ ວ່າດ້ວຍ ການຕ້ານ ສໍ້ຣາສ ບັງຫຼວງ ຢ່າງຣະອຽດ ແຈ່ມແຈ້ງ.

ທາງການລາວ ມີນະໂຍບາຍ ໃຫ້ ປະຊາຊົນ ມີສິດ ສົ່ງຂໍ້ຄວາມ ໄປຍັງ ຣັຖບານ ຖ້າພົບເຫັນ ການສໍ້ຣາສ ບັງຫລວງ ແລະ ເຫດການ ທີ່ຈະສ້າງ ຄວາມບໍ່ສງົບ ຕໍ່ສັງຄົມ ຊື່ງຈະເປັນໄພ ຕໍ່ ປະເທດຊາດ ແຕ່ຊາວລາວ ສ່ວນຫລາຍ ກໍບໍ່ຢາກ ຫຍຸ້ງກ່ຽວ ເນື່ອງຈາກວ່າ ມີຄວາມຢ້ານກົວ ບໍ່ໄວ້ໃຈ ໃນອໍານາດ ການປົກຄອງ ຫຼື ອິທທິພົນ ເຖື່ອນໃນວົງ ຣາຊການ ຊື່ງຈະສ້າງ ບັນຫາ ໃຫ້ກັບ ຕົນເອງ ແລະ ຄອບຄົວ. ດັ່ງຊາວລາວ ຜູ້ນື່ງ ເວົ້າວ່າ:

"ຈີງໆມັນກໍ ບໍ່ກ້າຂຽນ ຄົນລາວນີ້ ຈະບໍ່ມີ ຜູ້ຂຽນດອກ ຄັນວ່າມີ ຫັລກຖານ ບໍ່ມີຫຍັງ ແນ່້ນຄັກແນ່ ຄັນວ່າເປັນ ຜູ້ໃຫຍ່ ມັນກໍເຮັດບໍ່ໄດ້ ທາງລາວນີ້ ມັນມີແຕ່ ພັກດຽວ ຢູ່ທາງລາວ ບໍ່ສາມາດ ຂຽນໄດ້ດອກ".

ຄົນລາວຜູ້ນີ້ ເວົ້າຕໍ່ໄປວ່າ ອັັນທີ່ຈິງແລ້ວ ຖ້າຈະໃຫ້ມີ ຄວາມຍຸຕິທັມ ໃນສັງຄົມ ການຂຽນເຣື້ອງ ຮ້ອງຮຽນ ໄປຫາ ຣັຖບານ ເປັນເຣື່ອງ ທັມມະດາ ຖ້າມີສີ່ງ ທີ່ບໍ່ດີ ເກີດຂື້ນ ໃນສັງຄົມ ເພື່ອໃຫ້ທາງການ ເຂົ້າມາແກ້ໄຂ ແລະ ໃຫ້ຄວາມ ເປັນທັມ ແກ່ ປະຊາຊົນ ແຕ່ກັບ ກົງກັນຂ້າມ ໃນມວລຊົນ ສັງຄົມລາວ ບໍ່ສາມາດ ເຮັດຫຍັງໄດ້ ເນື່ອງຈາກມີ ອຳນາດມືດ ຢູ່ເບື້ອງຫລັງ ຄອຍສອດຊ່ອງ ຈັບຕາເບີ່ງຢູ.

ແຕ່ກໍມີ ສະມາຊິກ ໃນສະພາ ແຫ່ງຊາດ ທ່ານນື່ງ ເວົ້າວ່າ ປະຊາຊົນ ບໍ່ຕ້ອງຢ້ານກົວ ທີ່ຈະເຮັດ ລາຍງານໄປຫາ ເຈົ້າຫນ້າທີ່ ຂອງຣັຖ. ດັ່ງທ່ານໄດ້ ກ່າວໃນ ຕອນນື່ງວ່າ:

"ບໍ່ຕ້ອງຢ້ານກົວ ຂຽນເຂົ້າ ເປັນຄຳຮ້ອງ ຂໍຄວາມເປັນທັມ ສາມາດຂຽນໄດ້ ເພາະວ່າ ກົດຫມາຍ ວ່າດ້ວຍ ການແກ້ໄຂ ຄຳຮ້ອງທຸກ ມັນບອກໄວ້ ບາງກໍຣະນີ ອາດຈະເປັນ ຄວາມລັບ ຜູ້ທີ່ຂຽນ ຈະຕ້ອງ ສງວນຊື່ ບໍ່ໄດ້ ເປີດເຜີຍຊື່ ເພາະກົດຫມາຍ ກຳນົດໄວ້ ກົດຫມາຍ ຄຸ້ມຄອງ".

ຫ້ອງການ ຄວາມເປັນທັມ ທີ່ສະພາ ແຫ່ງຊາດ ກ່າວວ່າ ຖ້າຫາກ ປະຊາຊົນ ມີຄວາມ ຢ້ານກົວ ຕໍ່ຫນ່ວຍງານ ທ້ອງຖີ່ນ ກໍສາມາດ ສົ່ງຂໍ້ຄວາມ ໄປຍັງສະພາ ແຫ່ງຊາດໄດ້ ທາງສະພາ ກໍຈະຕັ້ງ ຄນະກັມມະການ ໄປສືບສວນ ບັນຫາ ທີ່ເກີດຂື້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard