ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການ ການພັທນາ ຕ່າງໆ ຢູ່ ສປປລາວ ຜູ້ນໍາ ໃນຄນະ ຣັຖບານ ໄດ້ຮັບ ຜົນປໂຍດ ຫລາຍກວ່າ ປະຊາຊົນ.
Anonymous

Date:
ໂຄງການ ການພັທນາ ຕ່າງໆ ຢູ່ ສປປລາວ ຜູ້ນໍາ ໃນຄນະ ຣັຖບານ ໄດ້ຮັບ ຜົນປໂຍດ ຫລາຍກວ່າ ປະຊາຊົນ.
Permalink   
 


ໂຄງການ ການພັທນາ ຕ່າງໆ ຢູ່ ສປປລາວ ຜູ້ນໍາ ໃນຄນະ ຣັຖບານ ໄດ້ຮັບ ຜົນປໂຍດ ຫລາຍກວ່າ ປະຊາຊົນ.

F-lao-women-kids.jpg

ຊາວລາວ ຈຳນວນນຶ່ງ ຄິດວ່າ ໂຄງການ ພັທນາຕ່າງໆ ໃນ ສປປລາວ ເພື່ອສ້າງຜົນປໂຍດ ໃຫ້ ປະຊາຊົນ ລາວ ຕາມນະໂຍບາຍ ຂອງ ຣັຖບານນັ້ນ ແທ້ຈິງແລ້ວ ຜົນປໂຍດ ສ່ວນໃຫຍ່ ບໍ່ໄປຮອດ ປະຊາຊົນ ທີ່ຍັງ ມີຊີວິຕ ການເປັນຢູ່ ອັນຝືດເຄືອງ ຄ່າຄອງຊີພ ກໍບໍ່ຄົງຕົວ ຫາເຊົ້າກິນຄ່ຳ ກໍຍັງລໍາບາກ ຢູ່ຄືເກົ່າ ຊື່ງແຕກຕ່າງ ຈາກ ເຈົ້າໜ້າທີ່ ບາງຈຳພວກ ທີ່ເຫັນແກ່ຕົວ ໃຊ້ຕໍາແໜ່ງ ໜ້າທີ່ ສວຍໂອກາດ ສໍ້ໂກງ ປະຊາຊົນ:

“ຣັຖບານ ໄດ້ຜົນປໂຍດ ຫລາຍກວ່າ ເພາະວ່າ ປະຊາຊົນ ບໍ່ໄດ້ຫຍັງເລີຍ ປະຊາຊົນ ກໍເປັນແຕ່ ປະຊາຊົນ ສີ່ໄດ້ຫຍັງ ເກີດຂຶ້ນ ບໍ່ມີສິທ ມີອຳນາດ ມັນຕ້ອງຜ່ານ ຣັຖບານກ່ອນ ທັມດາກໍຄື ທີ່ຜ່ານໆມາ ຫາເຊົ້າກິນຄໍາ ຢູຄືເກົ່າ".

ຄົນລາວຜູ້ນີ້ ເວົ້າຕໍ່ໄປວ່າ ໂຄງການພັທນາ ໃນລາວ ສ່ວນຫລາຍ ຈະເປັນຂອງ ຣັຖບານ ກັບນັກລົງທຶນ ຕ່າງຊາຕ ຫລາຍກວ່າ ຂອງ ປະຊາຊົນ ກັບນັກລົງທຶນ ແລະ ທີ່ຜ່ານມາ ເຖີງຈະມີ ໂຄງການ ພັທນາຕ່າງໆ ເກີດຂຶ້ນ ຢ່າງຫລວງຫລາຍ ແຕ່ ປະຊາຊົນ ສ່ວນຫລາຍ ໂດຍສະເພາະ ໃນເຂດ ຊົນນະບົດ ກໍຍັງທຸກຍາກ ຢູ່ຄືເກົ່າ ຊຶ່ງສາເຫດ ສຳຄັນ ມາຈາກການ ໃຫ້ສິທ ແລະ ຜົນປໂຍດ ບໍ່ເທົ່າທຽມກັນ ຣະຫວ່າງ ຣັຖບານ ກັບ ປະຊາຊົນ.

ໃນເວລາ ດຽວກັນ ຊາວລາວ ອີກຜູ້ນຶ່ງ ທີ່ປະກອບ ອາຊີພ ຄ້າຂາຍ ອອກຄວາມເຫັນວ່າ ການທີ່ມີ ນັກລົງທຶນ ຕ່າງປະເທດ ເຂົ້າມາ ຈະສາມາດ ເປີດຕລາດ ໃນລາວ ໃຫ້ກ້ວາງຂວາງ ອອກກວ່າເກົ່າ ແລະ ເປັນຜົນດີ ຕໍ່ຜູ້ທີ່ ປະກອບ ອາຊີພຄ້າຂາຍ ໂດຍສະເພາະ ອຸປກອນ ການກໍ່ສ້າງ:

“ມັນກໍໄດ້ ທັງສອງຢ່າງ ທັງຣັຖບານ ທັງປະຊາຊົນ ການລົງທຶນ ການຄ້າຂາຍ ມີການຄ້າ ເປີດຕລາດ ກໍມີການ ຄ້າຂາຍນຳ ປະຊາຊົນ ທີ່ມີທຶນ ກໍໄດ້ພັທນາ ປະເທດຊາຕ ກໍຄ່ອຍໆດີ ຂຶ້ນໄປ ເທື່ອລະກ້າວ.”

ທັ້ງນີ້ ນະໂຍບາຍ ຫລຸດຜ່ອນ ຄວາມທຸກຍາກ ຈາກການເຮັດ ໂຄງການພັທນາ ຕ່າງໆນັ້ນ ອາດສາມາດ ເຮັດໃຫ້ ປະຊາຊົນ ໃນຕົວເມືອງໃຫຍ່ໆ ມີຊີວິຕ ການເປັນຢູ່ ດີຂຶ້ນ ແຕ່ສຳລັບ ປະຊາຊົນ ທີ່ຢູ່ໃນເຂດ ຊົນບົດ ອາດເປັນການຍາກ ທີ່ຈະໄດ້ ຮັບຜົນປໂຍດ ເນື່ອງຈາກ ທຸກວັນນີ້ ໃນເຂດ ຊົນບົດ ຍັງບໍ່ມີ ການພັທນາ ໂຄງຮ່າງພື້ນຖານ ເສຖກິດ ເທົ່າທີ່ຄວນ ເທື່ອ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard