ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານຄວນເຄັ່ງຄັດເຣື່ອງ ຄົນຕ່າງດ້າວເຂົ້າເມືອງ
Anonymous

Date:
ຣັຖບານຄວນເຄັ່ງຄັດເຣື່ອງ ຄົນຕ່າງດ້າວເຂົ້າເມືອງ
Permalink   
 


ຣັຖບານຄວນເຄັ່ງຄັດເຣື່ອງ ຄົນຕ່າງດ້າວເຂົ້າເມືອງ

2012-01-25

image_thumb

ຄົນລາວ ຫລາຍຄົນ ຈົ່ມວ່າ ຣັຖບານ ຄວນປ້ອງກັນ ການຫລັ່ງໄຫລ ເຂົ້າມາ ຂອງຄົນ ຕ່າງດ້າວ ໂດຍສະເພາະ ຊາວວຽດນາມ ແລະ ຊາວຈີນ.

ຊາວວຽດນາມ ແລະຊາວຈີນ ທີ່ເຂົ້າມາ ຍາດແຍ່ງ ອາຊີພ ຂອງຄົນລາວ ໃນປະເທດ ດັ່ງຄົນລາວ ຜູ້ນຶ່ງເວົ້າວ່າ:

“ກໍຢາກໃຫ້ ມີແຕ່ຄົນລາວ ເຮົາທັງໝົດ ເປັນຜູ້ຄ້າຂາຍ ກໍບໍ່ຢາກ ໃຫ້ມີຄົນ ຕ່າງຊາດອື່ນ ມາຄ້າຂາຍ ແກ່ງແຍ້ງ ອາຊີພ ຄົນລາວຂອງເຮົາ ເຮົາກໍຄິດ ຢ່າງນັ້ນ ແຕ່ວ່າເຮົາ ມັນບໍ່ໄດ້ ກຳນົດເພິ່ນ ບາງເທື່ອ ນະໂຍບາຍ ເພິ່ນມີແບບນັ້ນ ກໍເລີຍ ບໍ່ຊ່າງສິວ່າ ປານໃດ.”

ຄົນລາວຜູ້ນີ້ ເວົ້າອີກວ່າ ຕົວຢ່າງຢູ່ ແຂວງຄຳມ່ວນ ມີທັງຈີນ ແລະ ວຽດນາມ ຢູ່ຄິວຣົດ ໂດຍສານ ທີ່ເມືອງທ່າແຂກ ມີແຕ່ພວກ ພໍ່ຄ້າແມ່ຄ້າ ວຽດນາມ ຮ້ານຂອງຄົນລາວ ເກືອບວ່າ ບໍ່ມີເລີຍ ເຖິງວ່າມີ ກໍບໍ່ສາມາດ ແຂ່ງຂັນ ກັບຊາວ ຕ່າງດ້າວໄດ້ ດັ່ງຄົນລາວ ອີກຜູ້ນຶ່ງ ທີ່ຄ້າຂາຍ ຢູ່ເມືອງ ທ່າແຂກ ແຂວງ ຄຳມ່ວນນັ້ນ ໄດ້ຈົ່ມວ່າ:

“ຫາເງິນຍາກ ດຽວນີ້ ເພາະວ່າມີ ປະຊາຊົນ ຈີນຫຍັງ ເຂົ້າມາຫລາຍ ແລະ ກໍຄົນລາວ ກໍບໍ່ໄດ້ຂາຍ ປານໃດ ດຽວນີ້ ບໍ່ວ່າແຕ່ເດັກ ກໍມີຈີນ ໝົດດຽວນີ້ ຄຳມ່ວນ ກໍມີຈີນ ເຍີ້ ຈົນເປັນສ່ວນນຶ່ງ ຂອງ ປະເທດລາວ ໄປ ແລ້ວ ສ່ວນຫລາຍ ເຂົາຂາຍ ຂອງທົ່ວໄປ ຄົບວົງຈອນ ດຽວນີ້ມັນມີ ທະນາຄານ ຈີນ ອີກນ໋ະ”.

ຊາວລາວ ເຫລົ່ານີ້ພາກັນ ສະແດງ ຄວາມວິຕົກ ກັງວົນ ຕື່ມວ່າ ຖ້າຫາກຊາວ ຕ່າງດ້າວ ຫລັ່ງໄຫລ ເຂົ້າມາຢູ່ລາວ ຫລາຍແບບນີ້ ຕໍ່ໄປເລື້ອຍໆ ປະເທດລາວ ຈະກາຍເປັນ ປະເທດແນວໃດ ຄົນລາວ ຈະທຳມາ ຫາກິນ ແນວໃດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard