ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວໜຸ່ມໄວລຸ້ນລາວ ຕິດຢາເສບຕິດ
Anonymous

Date:
ຊາວໜຸ່ມໄວລຸ້ນລາວ ຕິດຢາເສບຕິດ
Permalink   
 


ຊາວໜຸ່ມໄວລຸ້ນລາວ ຕິດຢາເສບຕິດ

ທີ່ຜ່ານມາ ທາງການລາວ ກໍເອົາໃຈໃສ່ ປາບປາມ ການແພ່ ຣະບາດ ຂອງ ຢາເສບຕິດ ໂດຍສະເພາະ ຢາບ້າຢູ່ ແຕ່ບໍ່ໄດ້ ຜົນພໍເທົ່າໃດ ເພາະຍັງ ຂາດເຂີນ ງົບປະມານ ດັ່ງເຈົ້າໜ້າທີ່ ສູນບຳບັດ ຢາເສພຕິດ ແຂວງ ສວັນນະເຂດ ເວົ້າວ່າ:

“ຣັຖບານ ອີງຕາມ ງົບປະມານ ຂອງຣັຖ ທີ່ມີ ທີ່ເປັນສູນ ບາງຈຸດ ເທົ່ານັ້ນ ດຽວນີ້ ຂະບວນການ ມີຢູ່ໃນວັຍເດັກ ຢູ່ໃນວັຍ ສຶກສານີ້ ແຫລະ.”

ເຈົ້າໜ້າທີ່ ເວົ້າອີກວ່າ ຈຳນວນເດັກນ້ອຍ ຊາວໜຸ່ມວັຍລຸ້ນ ທີ່ຕິດ ຢາເສພຕິດ ບໍ່ພຽງແຕ່ ເພິ້ມຂື້ນ ເທົ່ານັ້ນ ແຕ່ ປະກົດວ່າ ຜູ້ຕິດຍັງ ມີອາຍຸ ນ້ອຍລົງນ້ອຍລົງ ປັດຈຸບັນ ເດັກນ້ອຍອາຍຸ 13 ປີ ກໍຕິດຢາບ້າ ຢ່າງໜັກ ແລ້ວ.

ຫ້ອງການ ອາສຍາກັມ ແລະ ຢາເສບຕິດ ສະຫະປະຊາຊາດ ຣາຍງານວ່າ ລາວເປັນ ປະເທດ ທາງຜ່ານ ຂອງການ ຄ້າຢາເສພຕິດ ແລະ ການຜລິດ ຝິ່ນກໍເພິ້ມຂື້ນ ໃນຣະຍະ ສອງສາມປີທີ່ ຜ່ານມາ. ພວກຄ້າ ຢາເສບຕິດ ມັກລຳລຽງ ຂົນສົ່ງຢາບ້າ ຢາໄອ໊ຊ ແລະ ເຮໂຣອິນ ຈາກພະມ້າ ລົງມາເລາະ ຕາມຝັ່ງ ແມ່ນ້ຳຂອງ ໃນລາວ ແລ້ວພວກຄ້າ ຢາເສພຕິດ ກໍພຍາຍາມ ລັກຂົນສົ່ງ ອອກໄປໄທ ສ່ວນນຶ່ງອອກໄປ ວຽດນາມ ແລະ ກຳພູຊາ.

ເຍົາວະຊົນ ແລະ ຊາວໜຸ່ມ ໄວລຸ້ນລາວ ຕິດຢາບ້າ ຫລາຍ ກໍເພາະວ່າ ຢູ່ລາວຢາບ້າ ຣາຄາຖືກ ເມື່ອທຽບໃສ່ ຢູ່ໄທ ຣັຖບານ ສປປລາວ ວາງເປົ້າໝາຍ ໄວ້ວ່າ ຈະປາບປາມ ຢາເສບຕິດ ຢ່າງເຂັ້ມງວດ ເພື່ອເຮັດ ໃຫ້ລາວ ກາຍເປັ ນປະເທດ ປອດຢາເສພຕິດ ໃຫ້ໄດ້ ພາຍໃນປີ 2015.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard