ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານບຶງທາດຫລວງ ບໍ່ຍອມຖີ້ມຖິ່ນຖານ
Anonymous

Date:
ຊາວບ້ານບຶງທາດຫລວງ ບໍ່ຍອມຖີ້ມຖິ່ນຖານ
Permalink   
 


ຊາວບ້ານບຶງທາດຫລວງ ບໍ່ຍອມຖີ້ມຖິ່ນຖານ

0000003016-thatluang%20mash%20web%20ramsar.jpg

RFA

ພື້ນທີ່ ໃນເຂດ ບຶງທາຕຫຼວງ ທີ່ຊາວບ້ານ ບໍ່ຍອມໃຫ້ ຈີນເຂົ້າມາຍຶດ ເອົາໄປເປັນເຂດ "ເສຖກິຈສະເພາະຈີນ"

ຊາວບ້ານ ທີ່ອາສັຍ ຢູ່ເຂດ ບຶງທາດຫລວງ ໄດ້ສົ່ງຈົດໝາຍ ຮ້ອງຮຽນ ໄປຍັງ ສະພາ ແຫ່ງຊາຕລາວ ເພື່ອຂໍຄວາມ ເປັນທັມ ແຕ່ກໍບໍ່ມີ ຄໍາຕອບ ແລະ ຄໍາອະທິບາຍ ຊີ້ແຈງ ໃດໆເລີຍ ຈາກພາກສ່ວນ ທີ່ກ່ຽວຂ້ອງ ເນື່ອງຈາກວ່າ ຣັຖບານ ສປປລາວ ຈະເອົາ ພື້ນທີ່ດິນ ຂອງຊາວບ້ານ ທີ່ໄດ້ອາສັຍ ຢູ່ເຂດ ບຶງທາດຫລວງ ມາແຕ່ ປູ່ຍ່າຕາຍາຍນັ້ນ, ໃຫ້ ນັກລົງທຶນຊາວຈີນ ສັມປະທານ ເພື່ອພັທນາ ເຂດເສຖກິດ ພິເສດ. ອີງຕາມຄໍາເວົ້າ ໃນຈົດໝາຍ ຂອງຊາວບ້ານ ບຶງທາດຫລວງ ທີ່ສົ່ງເຖິງ ວິທຍຸ ເອເຊັຍ ໃນມື້ວັນທີ 24 ເດືອນ ມົກຣາ 2012 ນີ້.

ຊາວບ້ານ ທີ່ບໍ່ປະສົງ ອອກຊື່ ທ່ານນີ້ ເວົ້າຕື່ມວ່າ ມີຫລາຍຄອບຄົວ ທີ່ໄດ້ ຕັ້ງຫລັກປັກຖານ ຢູ່ບຶງທາດຫລວງ ມາເປັນ ເວລາຊ້ານານ ກອນປີ 1975, ແລະ ດິນຕອນດັ່ງກ່າວ ເປັນມູນມັງ ທີ່ສືບທອດ ມາແຕ່ ປູ່ຍາຕາຍາຍ ແລະ ພໍ່ແມ່ ຊຶ່ງມີພຽງເທົ່ານັ້ນ. ທ່ານກ່າວ ໃນຈົດໝາຍ ທີ່ມີເນື້ອໃນ ຕອນນຶ່ງ ວ່າ:

”ເພື່ອຄວາມເປັນທັມ ເພື່ອຄວາມສເມີພາບ, ພວກຂະເຈົ້າ ກໍບໍ່ແຄ ຕໍ່ອໍານາດ ຂອງໃຜ ທັງຊິ້ນ ແລະ ຈະບໍ່ຍອມໂຍກຍ້າຍ ເດັດຂາດ, ຖ້າພວກເຮົາ ຍອມປະຕິບັດ, ມັນຈະເຮັດໃຫ້ ອໍານາດເຖື່ອນນີ້ ມີຢູ່ ຕໍ່ໄປ ກັບຄົນອື່ນໆ ໃນອະນາຄົດ, ພວກເຮົາ ຈະຕ້ານ ຄໍາສັ່ງ ອັນໄຮ້ຄວາມ ເປັນທັມນີ້ ຈົນເຖິງ ທີ່ສຸດ”.

ໃນເມື່ອ ທາງການ ສປປລາວ ໄດ້ຕັດສິນໃຈ ມອບໃຫ້ ນັກລົງທຶນ ຈີນ ເພື່ອພັທນາ ເປັນເຂດເສຖກິດ ພິເສດ, ທາງການລາວ ຈຶ່ງໄດ້ສັ່ງໃຫ້ ຊາວບ້ານ ທີ່ບຶງທາດຫລວງ ຍ້າຍອອກຈາກ ພູມລໍາເນົາ ຂອງຂະເຈົ້າ, ໂດຍໃຫ້ຄ່າຕອບແທນ ທີ່ບໍ່ເໝາະສົມ. ຊຶ່ງພວກຂະເຈົ້າ ບອກວ່າ ເປັນການສວຍ ໂອກາດ ໃຊ້ອໍານາດໜ໊າທີ່ ທີ່ຕົນເອງ ມີຢູ່ ເພື່ອບີບບັງຄັບ ເອົາຂອງເພິ່ນ ມາເປັນຂອງໂຕ ທີ່ສະແດງອອກ ເຖິງການໃຊ້ອໍານາດ ປ່າເຖື່ອນ ໂດຍບໍ່ຄໍານຶ່ງເຖິງ ຄວາມຮູ້ສຶກ ຂອງຄົນອື່ນເລີຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard