ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບຶງທາຕຫຼວງຮ້ອງທຸກ ເຖິງສະພາແຫ່ງຊາຕ
Anonymous

Date:
ຊາວບຶງທາຕຫຼວງຮ້ອງທຸກ ເຖິງສະພາແຫ່ງຊາຕ
Permalink   
 


ຊາວບຶງທາຕຫຼວງຮ້ອງທຸກ ເຖິງສະພາແຫ່ງຊາຕ

F-vientiane.jpg

RFA

ໃນເຂດອ້ອມແອ້ມ ທາຕຫຼວງ ເປັນບ່ອນທີ່ພວກ ນັກລົງທຶນ ຕ່າງປະເທດ ໝາຍຕາໄວ້ ຢູ່ຕລອດ ຊື່ງທາງເບື້ອງທົ່ງ ກໍຕໍ່ໃສ່ ບຶງທາຕຫຼວງ

ກາຣທີ່ທາງ ຣັຖບາລ ສປປລາວ ໄດ້ໃຫ້ ສັມປະທານ ໂຄງກາຣພັທນາ ບຶງທາຕຫລວງ ແກ່ຈີນ ໄປແລ້ວນັ້ນ ເປັນກາຣສ້າງ ຜົລກະທົບ ຕໍ່ປະຊາຊົນ ຢ່າງຫລວງຫລາຍ ຈາກກາຣເວນຄືນ ທີ່ດິນ ແລະ ບາງສ່ວນ ກໍຄັດຄ້ານ ບໍ່ຍອມຍ້າຍ ອອກຈາກພື້ນທີ່ ໂດຽອ້າງວ່າ ເຄີຍຢູ່ອາສັຍ ມາແຕ່ກ່ອນ ທີ່ມີກາຣ ປ່ຽນແປງ ຣະບອບ ກາຣປົກຄອງ ໃນປີ 1975 ພູ້ນ ຈຶ່ງໄດ້ພາກັນ ຂຽນຄຳຮ້ອງ ຂໍຄວາມເປັນທັມ ໄປຍັງ ສະພາແຫ່ງຊາຕ ແຕ່ກໍບໍ່ໄດ້ ຮັບຄຳຕອບ ໃດໆທັງໝົດ. ກ່ຽວກັບເຣື່ອງນີ້ ຜູ້ສື່ຂ່າວ ເອເຊັຽເສຣີ ກໍໄດ້ຕິດຕາມ ສອບຖາມ ກັບກົມຄົ້ນຄວ້າ ແລະ ກໍໄດ້ ຮັບຊາບ ຈາກທາງ ເຈົ້າໜ້າທີ່ວ່າ:

"ຕົວນີ້ ເຮົາກໍເຄີຽ ໄດ້ຍິນຢູ່ເນາະ ເຮົາບໍ່ຮູ້ເໝືອນ ກັນວ່າ ເຣື່ອງຢູ່ ກັບໃຜ ຜູ້ໃດ ມີແຕ່ໄດ້ຍິນ ຂະເຈົ້າເວົ້າ.. ຂ່າວໆ ເວົ້າວ່າມີ ຫັ້ນນ໋າ ແຕ່ເຮົາຍັງ ບໍ່ທັນໄດ້ ເຫັນຄືກັນ".

ເຈົ້າໜ້າທີ່ ດັ່ງກ່າວ ໃຫ້ຄຳຊີ້ແຈງ ເພີ່ມວ່າ ຄຳຮ້ອງຕ່າງໆ ຈະມີເຈົ້າໜ້າທີ່ ແຕ່ລະຝ່າຍ ໃຫ້ກາຣເບີ່ງແຍງ ແຕກຕ່າງກັນ ໄປຕາມ ພາຣະໜ້າທີ່ ຂອງໃຜຂອງມັນ ຈຶ່ງບໍ່ສາມາຖ ໃຫ້ຣາຍລະອຽດ ໄດ້ເທື່ອ ໃນເວລານີ້.
ໃນຂນະດຽວກັນ ກໍມີຊາວ ນະຄອນຫລວງ ວຽງຈັນ ຜູ້ໜຶ່ງ ໃຫ້ຄຳເຫັນ ໃນທັສນະ ສ່ວນຕົວ ໃນສຳນຽງ ພາສາໄທຽວ່າ:

"ມັນກໍມີຄົນ ທີ່ເຫັນດ້ວຍ ໄມ໋ເຫັນດ້ວຍ ຄົນທີ່ເສັຽ ຜົລປໂຍຊນ໌ ແລະຄົນທີ່ໄດ້ ປໂຍຊຍ໌ ຄົນທີ່ເຂົາ ໄມ່ຊອບ ກໍບອກວ່າ ເຂົາເສັຽ ຜົລປໂຍຊນ໌ ເສັຍທີ່ທຳກິນ ຖ້າຄົນທີ່ມອງໄກ ກໍບອກວ່າ ນີ້ມັນ ເປັນກາຣພັທນາ ກໍແລ້ວແຕ່ ມຸມມອງ".

ເຖີງຢ່າງໃດ ກໍຕາມ ເຂຕບຶງທາຕຫລວງ ທີ່ທາງກາຣລາວ ໄດ້ອະນຸມັຕ ໃຫ້ຈີນ ສັມປະທານ ໄປນັ້ນ ມີພື້ນທີ່ທັງໝົດ 365 ເຮັກຕ໊າຣ໌ ແລະ ປະຊາຊົນ ທີ່ຕ້ອງໄດ້ຍ້າຍ ອອກນັ້ນ ກໍບໍ່ພໍໃຈ ເຖີງແມ່ນຈະໄດ້ ຮັບຄ່າ ຊົດເຊີຽ ໃນບາງສ່ວນກໍຕາມ ຈຶ່ງໄດ້ພາກັນ ຂຽນໜັງສື ຮ້ອງຮຽນ ຂໍຄວາມເປັນທັມ ເພື່ອ ຄວາມສເມີພາບ ພ້ອມກັບຢືນຢັນ ບໍ່ຍອມຍົກຍ້າຍ ເດັດຂາດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard