ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຢາກຕົກລົງ ຄ່າຊົດເຊີຍກັບນາຍທຶນ
Anonymous

Date:
ຊາວບ້ານຢາກຕົກລົງ ຄ່າຊົດເຊີຍກັບນາຍທຶນ
Permalink   
 


ຊາວບ້ານຢາກຕົກລົງ ຄ່າຊົດເຊີຍກັບນາຍທຶນ

ການຈ່າຍຄ່າ ຊົດເຊີຍ ໃຫ້ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ຈາກໂຄງການ ເຂດເສຖກິດ ພິເສດ ຂອງ ຣັຖບານລາວ ນັ້ນ ສ່ວນຫລາຍ ປະຊາຊົນ ຕ້ອງການ ເຈຣະຈາ ໂດຍຕຣົງ ກັບ ນັກລົງທືນ ເພາະເວົ້າກັບ ພນັກງານ ເຈົ້າຫນ້າທີ່ ຣັຖບານ ມີແຕ່ຖືກ ຂົ່ມຂູ່. ດ່ັງຄົນລາວ ຜູ້ນື່ືງເວົ້າວ່າ:

"ເຄີຍເຫັນຢູ່ ບັນຫານີ້ ສົມມຸດວ່າ ສ້າງສນາມ ກ໊ອຝ ເຈົ້າຂອງດີນ ເຂົາຢາກໃຫ້ ຜູ້ລົງທືນ ມາເຈຣະຈາ ນຳເຂົາ ແຕ່ວ່າ ນັກລົງທືນ ບໍ່ເຮັດ ເຂົາຈະໄປ ໃຫ້ຣັຖບານ ເຈຣະຈາແທນ ເຂົາພໍໃຈ ແບບນີ້".

ຊາວລາວຜູ້ນັ້ນ ເວົ້າອີກວ່າ ການຈ່າຍຄ່າ ຊົດເຊີຍ ທີ່ດີນນັ້ນແມ່ນ ພາຣະ ຂອງນັກລົງທືນ ເປັນຜູ້ຈ່າຍ ແຕ່ເຂົາບໍ່ຢາກ ຫຍຸ້ງກ່ຽວ ໃນການ ເຈຣະຈາ ຈື່ງໃຫ້ຣັຖບານ ເປັນຜູ້ ເຈຣະຈາແທນ ແລ້ວຂະເຈົ້າ ກໍ່ເອົາເງີນມາ ໃຫ້ໂລດ. ເນື່ອງຈາກວ່າ ນັກລົງທຶນ ຄິດວ່າ ການທີ່ຈະໄປ ຕໍ່ລອງກັບ ປະຊາຊົນນັ້ນ ເປັນການຍາກ ໃຫ້ເຈົ້າຫນ້າທີ່ ລາວ ໄປແທນດີກວ່າ ເພາະຄົນລາວ ບໍ່ກ້າໂຕ້ຖຽງ ເຈົ້າຫນ້າທີ່ີ ຂອງຣັຖໄດ້. ບັນຫາທີ່ ຂັດແຍ່ງກັນ ຫລາຍທີ່ສຸດ ໃນການ ສຳປະທານ ທີ່ດີນນັ້ນ ກໍແມ່ນ ຄ່າຊົດເຊີຍ ທີ່ປະຊາຊົນ ຄິດວ່າ ນັກລົງທືນ ແລະ ຣັຖບານ ສໍ້່ໂກງຣາຄາ ທີ່ດີນຂະເຈົ້າ ຄົນລາວຜູ້ນັ້ນ ເວົ້າອີກວ່າ:

"ຕົວຢ່າງວ່າ ຂະເຈົ້າ ຕ້ອງໄດ້ໂຍກຍ້າຍ ແລະ ຂະເຈົ້າ ບໍ່ພໍໃຈ ຣາຄາຕ່າງໆ ຕົວນີ້ກໍເຫັນ ຫລາຍຢູ່ ບາງຄົນ ກໍເປັນແບບນັ້ນ ບາງເທື່ອເຂົາ ກໍຄິດວ່າ ເຂົາຄວນໄດ້ ຫລາຍກວ່າ".

ຄົນລາວຜູ້ນັ້ນ ເວົ້າສລຸບວ່າ ການທີ່ ປະຊາຊົນລາວ ບໍ່ຕ້ອງການ ໂຍກຍ້າຍຈາກ ພື້ນທີ່ເດີມ ເນື່ອງຈາກວ່າ ຂະເຈົ້າຕ້ອງໄດ້ ເລີ້ມຕົ້ນ ຊິວິດໃຫມ່ ໃນພື້ນທີ່ຈັດສັນ ແຫ່ງໃຫມ່ ດ້ວຍຄ່າໃຊ້ຈ່າຍສູງ ດ່ັງນັ້ນ ຈື່ງຕ້ອງຢາກ ໄດ້ຄ່າຊົດເຊີຍ ທີ່ເໝາະສົມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard