ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການອອກຂ່າວໃນລາວ ຍັງປິດບັງຄວາມຈິງ
Anonymous

Date:
ການອອກຂ່າວໃນລາວ ຍັງປິດບັງຄວາມຈິງ
Permalink   
 


ການອອກຂ່າວໃນລາວ ຍັງປິດບັງຄວາມຈິງ

ຊາວລາວ ບາງຈໍາພວກ ເຊື່ອວ່າ ການສະເໜີຂ່າວ ອອກຂ່າວ ໃນລາວ ມີການ ປິດບັງ ບໍ່ສາມາດ ເວົ້າເຖີງ ເຣື້ອງສໍາຄັນ ຫຼື ເຫດການ ທີ່ແທ້ຈິງ.

ໃນກໍຣະນີ ເຣື້ອງເຫດການ ສໍາຄັນ ທີ່ມີຜົນ ກະທົບຕໍ່ ປະຊາຊົນ ແລະຕໍ່ ປະເທດຊາດ ຣັຖບານ ຍັງປິດບັງ ຈາກ ປະຊາຊົນ. ຕາມຄໍາເຫັນ ຂອງ ປະຊາຊົນ ຄົນນື່ງ:

"ຍັງປິດບັງ ຢູ່ຫລາຍ ເປັນຕົ້ນເຣື້ອງ ຄາຕກັມ ເຣື້ອງການເມືອງ ເຣື້ອງຫຍັງຄືກັນ ຫລາຍເຣື້ອງ ມັນບໍ່ຈັກສີ່ເວົ້າ ບໍ່ຮູ້ເຫດຜົນ ຂອງ ຣັຖບານລາວ ສະເໜີຂ່າວ ໂດຍກົງ ແບບສະເໜີ ແນວນັ້ນ ດີກວ່າ ປະຊາຊົນ ຢາກ ຮັບຮູ້ ຄືກັນ".

ຊາວລາວ ຜູ້ນີ້ເວົ້າ ຕໍ່ໄປວ່າ ຕາມຄວາມຄິດເຫັນ ສ່ວນໂຕແລ້ວ ຢາກໃຫ້ ຣັຖບານ ອະນຸຍາດ ເຣື້ອງເປີດ ໂອກາດໃຫ້ ປະຊາຊົນ ໄດ້ຮັບຮູ້ ຂໍ້ມູນຂ່າວສານ ໃນທາງລົບ ຫລາຍຂື້ນກວ່າເກົ່າ ເພື່ອຈະໄດ້ ປຽບທຽບ ເບິ່ງ ຄວາມຈິງ. ທຸກວັນນີ້ ມີແຕ່ ປະຊາຊົນ ຈໍານວນນ້ອຍໆ ທີ່ສາມາດ ເຂົ້າເຖິງຂ່າວ ທາງ ອິນເຕີເນັດ ໄດ້ມີໂອກາດ ອ່ານຂ່າວຈາກ ແຫ່ລງຂ່າວ ນອກປະເທດ ທີ່ອອກຂ່າວ ໃນທາງບວກ ແລະທາງລົບ ພ້ອມໆກັນ.

ໃນຂນະດຽວກັນ ຊາວລາວ ອີກຜູ້ນື່ງ ເວົ້າວ່າ ການອອກຂ່າວ ໃນລາວ ແມ່ນເປັນໄປ ຕາມການ ເປີດເຜີຽ ຂອງຣັຖບານ ເທົ່ານັ້ນ:

"ຄັນໃຫ້ເວົ້າ ຄວາມເປັນຈິງ ກໍແມ່ນ ແບບວ່າ ພັກດຽວ ປົກຄອງ ແບບລະບອບ ຄອມມູຍນິສ ເພາະວ່າມັນ ບໍ່ມີຫລາຍພັກ ຫລາຍພວກ. ຜູ້ໃຫ່ຽເວົ້າ ແນວນີ້ແລ້ວ ກໍແລ້ວ ມັນກໍເທົ່ານັ້ນ ບ້ານເມືອງ ຂ້ອຍກໍບໍ່ ເຂົ້າໃຈ ເຣື້ອງບັນຫາ ຣັຖບານ".

ຊາວລາວ ໃນນະຄອນຫລວງ ວຽງຈັນ ເຫັນວ່າ ແຕ່ໃດໆມາ ທາງການລາວ ກໍຖືວ່າ ສື່ມວລຊົນ ເປັນພລັງສໍາຄັນ ຂອງ ພັກແລະຣັຖ ແຕ່ມີນ້ອຍຄັ້ງ ທີ່ເວົ້າວ່າ ສື່ມວລຊົນ ເປັນກະບອກສຽງ ຂອງ ປະຊາຊົນ ເພື່ອຜົນ ປໂຍດຂອງ ປະຊາຊົນ. ການລາຍງານຂ່າວ ໃນແຕ່ລະວັນ ກໍຫັວງວ່າ ຢາກໃຫ້ ປະຊາຊົນ ເຊື່ອຟັງແຕ່ ພັກແລະຣັຖ ເທົ່ານັ້ນ.

ປະຊາຊົນ ທີ່ອອກ ຄວາມເຫັນນີ້ ເວົ້າວ່າ ຢາກໃຫ້ ຣັຖບານ ເປີດເຜີຽບັນຫາ ທີ່ຈະມີ ຜົນກະທົບ ຕໍ່ ປະຊາຊົນ ແລະຕໍ່ ປະເທດຊາດ ເພື່ອວ່າຈະໄດ້ ເຂົ້າໃຈຕື່ມ ເພາະວ່າ ສິ່ງໃດທີ່ ຣັຖບານ ເຮັດດີ ມັນກໍດີ ຢູ່ແລ້ວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard