ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການພັທນາແລະບັນຫາ ໃນສັງຄົມທີ່ຕາມມາ
Anonymous

Date:
ການພັທນາແລະບັນຫາ ໃນສັງຄົມທີ່ຕາມມາ
Permalink   
 


 

ການພັທນາແລະບັນຫາ ໃນສັງຄົມທີ່ຕາມມາ

ຊາວລາວ ບາງກຸ່ມ ເຫັນວ່າ ຍິ່ງມີການ ພັທນາ ຫລາຍ ກໍ່ໃຫ້ເກີດ ບັນຫາ ຫຍໍ້ທໍ້ ໃນສັງຄົມ ລາວ ຫລາຍຂື້ນ.

F-Center-Vientiane.jpg

ຄົນລາວສອງຄົນ ໄດ້ຕອບ ຄໍາຖາມ ຂອງນັກຂ່າວ ທີ່ຖາມວ່າ ຢາກເຫັນ ປະເທດລາວ ຈະເຣີນ ກ້າວໜ້າຫລືບໍ່? ຄົນນື່ງ ໃຫ້ຄໍາເຫັນວ່າ ບໍ່ຢາກໃຫ້ ປະເທດຈະເຣີນ ຫລາຍເກີນໄປ ເພາະວ່າ ຄັນປະເທດ ມີການ ພັທນາ ແລະ ຈະເຣີນຮຸ່ງເຮືອງ ທາງດ້ານ ວັດຖຸຫລາຍ ແຮງເກີດ ມີບັນຫາ ຫຍໍ້ທໍ້ ໃນສັງຄົມ ຫລາຍຂື້ນ ສ່ວນອີກ ຄົນນື່ງເວົ້າວ່າ ຕ້ອງການໃຫ້ ປະເທດລາວ ມີການພັທນາ ໃຫ້ຈະເຣີນ ກ້າວໜ້າ ເພື່ອໃຫ້ ທຽມທັນ ກັບປະເທດອື່ນ:

"ມັນຈະເຣີນຫລາຍ ບັດນີ້ ສັງຄົມມັນກ່າ ເປື່ອຽເຍື່ອຽຫລາຍ ແລະ ບັນຫາມັນ ກໍເກີດຫລາຍ ແລະ ການຊີງແຍ້ງກັນ ຂ້າກັນ ຕີກັນ ມັນກໍຫລາຍ ຢາບ້າ ຂີ້ລັກຂະໂມຍ ແນ່ນອນມັນ ກໍຕ້ອງມີ ຂ້ອຍຄິດແນວນີ້. ສໍາລັບ ຣັຖບານ ເພິ່ນເຮັດ ກ່າສໍາລັບ ທີ່ເພິ່ນເຮັດໄດ້ ເພາະວ່າຈຸຂ້ອຍ ມັນເປັນ ປະເທດ ດ້ອຍພັທນາເດ ບໍ່ຈະເຣີນເດ'.

ນາງເວົ້າວ່າ ປະເທດລາວ ເປັນປະເທດ ດ້ອຍພັທນາ ຕາປົກກະຕິ ປະຊາຊົນ ສ່ວນຫລາຍ ຫາເຊົ້າກິນຄໍ່າ ບັນຫາ ໃນສັງຄົມ ມີຫນ້ອຍ ຖ້າທຽບກັບ ປະເທດທີ່ ພັທນາ ຫລາຍແລ້ວ. ໃນຄວາມຄິດ ສ່ວນຕົວ ນາງວ່າ ຫາກລາວ ມີຄວາມຈະເຣີນ ຫລາຍກວ່ານີ້ ສັງຄົມ ຈະມີແຕ່ ຄວາມວຸ້ນວາຍ ໂຕຢ່າງຢູ່ ໃນເມືອງໃຫ່ຽ ຄົນສ່ວນຫລາຍ ຕ່າງກໍຫາ ຜົນປໂຍດ ເພື່ອຕົນເອງ ແລະ ບໍ່ຄ່ອຍສົນໃຈ ນໍາຄວາມ ທຸກຍາກ ຂອງຄົນອື່ນ.

ຊາວລາວ ອີກຄົນນື່ງ ໃຫ້ຄໍາເຫັນວ່າ ຢາກໃຫ້ ປະເທດຊາດ ຈະເຣີນຮຸ່ງເຮືອງ:

"ກໍຢາກໃຫ້ຈະເຣີນ ຢູ່ລາວນີ້ມັນ ດ້ອຍການພັທນາ ກໍຢາກໃຫ້ ຈະເຣີນທຽບເທົ້າ ກັບປະເທດອື່ນ ເມືອງອື່ນ".

ຄວາມຄິດເຫັນ ຂອງ ຊາວລາວ ທັງສອງຄົນ ແຕກຕ່າງກັນ ຢູ່ທີ່ວ່າ 1. ເມື່ອບ້ານເມືອງ ຈະເຣີນແລ້ວ ບັນຫາ ຄວາມວູ້ນວາຍ ໃນສັງຄົມ ມັກຈະຕາມມາ ຍ້ອນການ ຂັດແຍ່ງ ເຣື່ອງຜົນປໂຍດ ໂອ້ອວດກັນ ວ່າຮັ່ງມີ ກາຍເປັນ ສັງຄົມນິຍົມວັດຖຸ.

2. ພຽງແຕ່ຢາກໃຫ້ ປະເທດຊາດ ຮຸ່ງເຮືອງ ເທົ່າທຽມກັບ ກັບປະເທດອື່ນເຂົາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard