ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນັກຮຽນສົນໃຈ ຄ່າສັງຄົມ ຫຼາຍກວ່າການຮຽນ
Anonymous

Date:
ນັກຮຽນສົນໃຈ ຄ່າສັງຄົມ ຫຼາຍກວ່າການຮຽນ
Permalink   
 


ນັກຮຽນສົນໃຈ ຄ່າສັງຄົມ ຫຼາຍກວ່າການຮຽນ

ປະກົດມີສຽງ ວິພາກວິຈາຣ ໃນສັງຄົມລາວ ບາງສ່ວນວ່າ ກາຣສຶກສາ ຂອງ ວັຍໜຸ່ມ ຍີງສາວລາວ ໃນປັຈຈຸບັນ ບໍ່ມີຄວາມ ຈິງຈັງ ເໝືອນດັ່ງ ກາຣສຶກສາ ຂອງນັກຮຽນ ໃນສມັຍກ່ອນ ເນື່ອງຈາກວ່າ ບັນດາໜຸ່ມສາວ ລາວ ທຸກມື້ນີ້ ພາກັນ ຮຽນໜັງສື ຕາມຄ່ານິຍົມ ຂອງສັງຄົມ ແຕ່ບໍ່ໄດ້ ໝາຍຄວາມວ່າ ຈະຮູ້ແລະເຂົ້າໃຈ ຢ່າງເຖີງຖອງ ຂອງ ແຕ່ລະວິຊາ ນັ້ນໆຢ່າງ ແທ້ຈິງ ຈຶ່ງເຮັດໃຫ້ ຜູ້ທີ່ຮຽນຈົບ ຍັງຂາດ ປະສິທທິພາບ ດັ່ງຊາວ ລາວຜູ້ໜຶີ່ງ ເວົ້າວ່າ:

"ສມັຍກ່ອນ ດີກວ່າທີ່ສຸດ ສມັຍນີ້ມັນ ເວົ້າວ່າໄປນຳ ຄ່ານິຍົມ ໄປນຳຄ່າ ນິຍົມ ຈິງໆ ກໍບໍ່ຮູ້ ຫຍັງດອກ ຄືມີຣົຖຂີ່ ກໍແມ່ນ ແລະໃຊ້ກໍຍັງ ບໍ່ຮູ້ຄຸນຄ່າ ຂອງມັນ ເພາະສມັຍນີ້ ມັນເວົ້າວ່າ ມັນເປັນໄປນຳ ຄ່ານິຍົມ ຫລາຍກວ່າ ກາຣສຶກສາ ຢ່າໃຫ້ເວົ້າເລີຽ ມັນອ່ອນກວ່າ ແຕ່ກີ້".

ພ້ອມດຽວກັນນີ້ ນາງກໍວ່າ ກາຣສຶກສາ ໃນສມັຍກ່ອນນັ້ນ ສາມາຖ ນໍາຄວາມຮູ້ ທີ່ຕົນໄດ້ ຮໍ່າຮຽນມາ ນຳມາໃຊ້ ໄດ້ປໂຍຊນ໌ ແທ້ ແຕ່ໜຸ່ມສາວ ສມັຍນີ້ ບາງກຸ່ມ ກໍບໍ່ຄ່ອຍ ຈະຕັ້ງໃຈຮຽນ ສະນັ້ນ ຈຶ່ງຢາກໃຫ້ ບັນດາ ຊາວໜຸ່ມ ແລະຍີງສາວ ໂດຽທົ່ວໄປ ໃນສມັຍໃໝ່ນີ້ ມີຄວາມຮູ້ ເພື່ອບໍ່ຢາກ ໃຫ້ຖືກຜູ້ອື່ນ ຫລອກລວງ ພ້ອມກັບໃຫ້ ສາມາຖນຳ ເອົາຄວາມຮູ້ ທີ່ພວກຕົນ ຮຽນມານັ້ນ ໄປໃຊ້ໃຫ້ ເປັນປໂຍຊນ໌ ແກ່ບ້ານເມືອງ.

ໃນຂນະດຽວກັນ ກໍມີຄົນລາວ ອີກຜູ້ໜຶ່ງ ທີ່ມີຄວາມ ເປັນຫ່ວງ ແລະໃຫ້ ຄວາມເຫັນ ທາງດ້ານ ຄຸນພາບ ຂອງກາຣສຶກສາ ໃນເມືອງລາວ ເພີ່ມວ່າ:

"ໜ້າຈະເປັນ ສມັຍກ່ອນ ເພາະວ່າ ສມັຍກ່ອນ ກາຣຮຽນມັນ ອາຈຈະລ້າຫລັງ ແຕ່ວ່າຄົນ ສມັຍກ່ອນ ຈະມີຄວາມຮູ້ ຫລາຍກວ່າ ຄົນສມັຍນີ້ ຂະເຈົ້າ ຈະມີ ປະສົບກາຣ ຫລາຍ (ກວ່າປັຈຈຸບັນ)."

ຢ່າງໃດ ກໍຕາມ ຊາວລາວ ທັງສອງຄົນ ຍັງໄດ້ເນັ້ນວ່າ ໜຸ່ມສາວ ຊາວລາວ ໃນສມັຍໃໝ່ ກໍອາຈມີ ຄວາມຮູ້ຕາມ ທີ່ໄດ້ຮຽນ ມາແທ້ ແຕ່ກໍບໍ່ຮູ້ວ່າ ມີນ້ອຍຫລື ຫລາຍຂນາດໃດ ເນື່ອງຈາກວ່າ ປັຈຈຸບັນ ຄົນສ່ວນຫລາຍ ມັກຈະເຮັດ ຕາມຄ່ານິຍົມ ໃນສັງຄົມ ຫລາຍກວ່າ ສະພາບ ຄວາມຈີງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard