ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ວຽດນາມຍິງຄົນລາວ ຕາຍສອງຍ້ອນໄມ້ທ່ອນ
Anonymous

Date:
ວຽດນາມຍິງຄົນລາວ ຕາຍສອງຍ້ອນໄມ້ທ່ອນ
Permalink   
 


ວຽດນາມຍິງຄົນລາວ ຕາຍສອງຍ້ອນໄມ້ທ່ອນ

F-Illigal-logs-Attapeu.jpg

ກ່ຽວກັບ ເຫດການທີ່ວ່າ ຄົນເມືອງ ຕຸ້ມລານ ແຂວງສາຣະວັນ ໄດ້ລາຍງານ ເມື່ອວັນທີ່ 29 ມົກກະຣາ ວ່າມີພໍ່ຄ້າ ຊາວວຽດນາມ ໃນເຂດ ພູອາໄລ ໄດ້ຍິງຊາວບ້ານ ຕອງບອງ ຈົນເຖີງຂັ້ນ ເສັຍຊີວິດ 2 ຄົນ ແລະ ບາດເຈັບສາຫັດ 1 ຄົນ ໂດຍອ້າງວ່າ ຄົນລາວ ຈໍາພວກນັ້ນ ໄປລັກໄມ້ທ່ອນ.

ທາງເຈົ້າໜ້າທີ່ ຫ້ອງການ ຮັກສາ ຄວາມສງົບ ປະຈໍາແຂວງ ບອກວ່າ ຍັງບໍ່ໄດ້ ຮັບແຈ້ງ ເຣື້ອງນີ້ເທື່ອ ຍານາງ ໄດ້ກ່າວຕໍ່ ນັກຂ່າວວ່າ:

“ອັນນີ້ ນ້ອງກໍບໍ່ຮູ້ ຄືກັນ ເພາະວ່າ ບໍ່ທັນໄດ້ ແຈ້ງມາ ບາງເທື່ອຄັນມີ ເພິ່ນສີ່ແຈ້ງມາ ນໍາຫລັງ ຫັ້ນນະ”.

ໃນຂນະດຽວກັນ ນັກຂ່າວໄດ້ ຖາມໄປ ທາງຜແນກ ປ່າໄມ້ ກໍໄດ້ຮັບຄໍາ ປະຕິເສດ ວ່າໃນວັນທີ 29 ນັ້ນ ບໍ່ມີເຫດການ ຫຍັງເກີດຂື້ນ ທີ່ເຖິງຂັ້ນ ຍິງກັນຕາຍ ຢູ່ໃນເຂດ ພູອາໄລ ແລະວ່າ ເຂດດັ່ງກ່າວ ຍັງບໍ່ມີການຕັດໄມ້ ແລະບໍ່ມີ ຊາວວຽດນາມ ຢູ່ຈັກຄົນ ດັ່ງທີ່ຫົວໜ້າ ຂແນງປ່າໄມ້ ສາຣະວັນ ໄດ້ກ່າວວ່າ:

”ບໍ່ມີລະເຮິຽ ເພາະວ່າຍັງ ບໍ່ທັນໄດ້ຕັດ ມີແຜນ ສີ່ຕັດຢູ່ ເພິ່ນບໍ່ທັນ ໄດ້ຕັດ ເພາະວ່າ ໂຄຕາ ຂອງ ຣັຖບານ ບໍ່ທັນ ອະນຸມັດ ອອກມາ”.

ທ່ານໄດ້ ປະຕິເສດວ່າ ໃນນື່ງເດືອນ ມານີ້ ບໍ່ມີການ ຕັດໄມ້ ໃນເຂດ ພູອາໄລ ບໍ່ມີຊາວ ວຽດນາມ ບໍ່ມີການ ຍິງກັນ ເກີດຂື້ນ. ທາງນັກຂ່າວໄດ້ ພຍາຍາມ ຕິດຕໍ່ໄປຍັງ ອໍານາດ ການປົກຄອງ ເມືອງຕຸ້ມລານ ແຕ່ບໍ່ໄດ້ຜົນ.

ເຖິງຢ່າງໃດ ກໍຕາມ ປະຊາຊົນ ເມືອງຕຸ້ມລານ ທີ່ຢູ່ໃນເຂດນັ້ນ ຮູ້ເຫັນ ເຫດການນັ້ນດີ ຢືນຢັນແລ້ວວ່າ ພໍ່ຄ້າ ຊາວວຽດນາມ ໄດ້ເຂົ້າມາຈ້າງ ຊາວບ້ານ ໃນທ້ອງຖິ່ນ ຕັດໄມ້ໃຫ້ ແລ້ວນໍາໄປຂາຍ ວຽດນາມ ຢ່າງບໍ່ຢໍາເກງ ຕໍ່ກົດໝາຍ ຕາມທີ່ໄດ້ ລາຍງານ ໄປນັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard