ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຫ້າມເຜີຍ ຂໍ້ມູນ "ຫຼໍ່ແຫຼມ"
Anonymous

Date:
ທາງການລາວຫ້າມເຜີຍ ຂໍ້ມູນ "ຫຼໍ່ແຫຼມ"
Permalink   
 


ທາງການລາວຫ້າມເຜີຍ ຂໍ້ມູນ "ຫຼໍ່ແຫຼມ"

ອົງການ ອະນຸຮັກ ສິ່ງແວດລ້ອມ ແລະ ສັດປ່າ ສາກົນ ໃນລາວ ເປີດເຜີຍວ່າ ບັນຫາ ກ່ຽວກັບສັດປ່າ ແລະປ່າໄມ້ ໃນລາວ ຍັງມີຢູ່ ທຸກໆມື້ນີ້ ແຕ່ຣັຖບານ ສັ່ງຫ້າມບໍ່ໃຫ້ ອົງການຊ່ວຍເຫລືອ ສາກົນ ເປີດເຜີຍຂໍ້ມູນ ຕໍ່ສື່ມວລຊົນ ຍ້ອນວ່າເປັນ ເຣື່ອງກ່ຽວກັບ ພາບພົດ ຂອງປະເທດ ເຖິງແມ່ນວ່າ ບາງຢ່າງເປັນສິ່ງທີ່ ປະຊາຊົນ ຄວນຮັບຮູ້.

ເຈົ້າໜ້າທີ່່ ຈາກອົງການ ສາກົນ ຜູ້ບໍ່ປະສົງ ອອກຊື່ ເວົ້າວ່າ:

”ສົມມຸດວ່າ ຊິອອກ ວິທຍຸ ຫລືອອກ ໂທຣະທັດ ນັ້ນໜ໋າ ບາງເທື່ອບາງສິ່ງ ທີ່ເຮົາເວົ້າ ເຣື່ອງນັ້ນ ເຣື່ອງນີ ຫັ້ນນ໋າ ສົມມຸດເປັນ ຂໍ້ມູນແບບ sensitive ໜ້ອຍນຶ່ງ ບາງທີ່ ຣັຖບານ ຂະເຈົ້າຫ້າມ ເດັດຂາດ”.

ທ່ານເວົ້າ ຕໍ່ໄປວ່າ ການເຮັດວຽກ ຂອງອົງການ ຊ່ວຍເຫລືອ ສາກົນ ໃນລາວ ຕ້ອງໄດ້ຮ່ວມມື ກັບ ຣັຖບານ ແລະ ທຸກໆ ອົງການ ຕ້ອງໄດ້ຮັບ ອະນຸຍາດ ຈາກຣັຖບານ ເສັຍກ່ອນ ຈຶ່ງໄປຊ່ວຍເຫລືອຊາວບ້ານ ປະຊາຊົນໄດ້ ຫາກອົງການໃດ ບໍ່ປະຕິບັດ ຕາມເງື່ອນໄຂ ຢ່າງເຄັ່ງຄັດ ກໍຈະຖືກຍຸບ ຫລືຈໍາກັດການ ເຮັດວຽກ ຫລາຍຂຶ້ນ ຈື່ງເຮັດໃຫ້ ອົງການສາກົນ ຢໍາເກງ ແລະບໍ່ກ້າ ເປີດເຜີຍຂໍ້ມູນ ເຖີງວ່າບັນຫາ ການລັບລອບ ຕັດໄມ້ ຫລື ລ່າສັດປ່າ ຈະເປັນບັນຫາ ສໍາຄັນ ທີ່ປະຊາຊົນ ຄວນຈະໄດ້ ຮັບຮູ້ກໍຕາມ.

ທ່ານເວົ້າຕໍ່ໄປວ່າ ອົງການຊ່ວຍເຫລືອ ສາກົນ ບາງອົງການ ຕ້ອງໄດ້ໃຊ້ ເວລາຫລາຍປີ ກ່ອນທີ່ຈະໄດ້ຮັບ ອະນຸມັດ ໃຫ້ມາເຮັດວຽກ ຊ່ວຍເຫລືອ ໃນລາວໄດ້ ແຕ່ກໍຕ້ອງ ລະມັດລະວັງ ບໍ່ໃຫ້ຂໍ້ມູນ ທີ່ທາງການເຫັນວ່າ ຫລໍ່ແຫລມ ຕໍ່ສື່ມວລຊົນ ເພາະຫາກ ເປີດເຜີຍ ກໍອາດລະເມີດ ຕໍ່ສັນຍາ ກັບຣັຖບານໄດ້.

ທ່ານໃຫ້ ຂໍ້ຄິດ ສ່ວນໂຕວ່າ ການເປີດເຜີຍ ຂໍ້ມູນທີ່ ຫລໍ່ແຫລມ ບາງຢ່າງ ທີ່ຢູ່ໃນ ຂອບເຂດ ກໍອາດ ເປັນການດີ ຊ່ວຍໃຫ້ ປະຊາຊົນ ໄດ້ຮູ້ເຖິງ ບັນຫາ ເພື່ອຮ່ວມມື ຊ່ວຍກັນ ປ້ອງກັນພັຍ ໃຫ້ທັນເວລາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard