ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວລູ້ນໃໝ່ໄດ້ສໍາພັດ ອິສຣະໂລກພາຍນອກ
Anonymous

Date:
ລາວລູ້ນໃໝ່ໄດ້ສໍາພັດ ອິສຣະໂລກພາຍນອກ
Permalink   
 


ລາວລູ້ນໃໝ່ໄດ້ສໍາພັດ ອິສຣະໂລກພາຍນອກ

F-Lao-custume.jpg

ຊາວໜຸ່ມ ເຍົາວະຊົນລາວ ສ່ວນໃຫຍ່ ມັກປະພຶດ ຕາມຄ່ານິຍົມ ທີ່ໄດ້ຮັບ ແລະ ຮຽນແບບ ມາຈາກ ຕ່າງປະເທດ ເຊັ່ນການນຸ່ງຖື ການຢູ່ກິນ ການໃຊ້ສິດ ຢ່າງເສຣີ ໃນການ ສະແດງອອກ ເຣື່ອງແນວຄິດ.

ຊາວໜຸ່ມ ເຍົາວະຊົນ ລາວ ສ່ວນຫລາຍ ເຮັດຕາມ ວັທນະທັມ ຂອງ ຊາວຕ່າງຊາດ ຫລາຍຂຶ້ນ. ດັ່ງເຈົ້າໜ້າທີ່ ກົມ ວັທນະທັມ ມະຫາຊົນ ອະທິບາຍວ່າ:

”ມັນກາຍເປັນ ຄ່ານິຍົມໃໝ່ ຂອງວັຍລຸ້ນ ເດັກເຂົາ ກໍຕາມກະແສ ຂ່າວໄດ້ ທຸກໆວັນ ຮຽນແບບ ຈາກເມືອງນອກ ມາວ່າ ຢູ່ເມືອງນອກ ເຂົາເຮັດອັນນີ້ ກໍໄດ້ ເຮັດອັນນັ້ນ ກໍໄດ້ ເຂົາມີ ປະຊາທິປະໄຕ ແຕ່ເປັນຫຍັງ ຢູ່ນີ້ ເຮັດບໍ່ໄດ້”.

ທ່ານເວົ້າຕໍ່ໄປວ່າ ໃນນະຄອນຫລວງ ວຽງຈັນ ວັທນະທັມ ຕາເວັນຕົກ ຈະແພ່ຫລາຍ ເຍົາວະຊົນ ຈໍານວນນຶ່ງ ກໍຮຽນແບບ ໂດຍຖືວ່າ ເປັນຄວາມທັນສມັຍ ຊຶ່ງການກະທໍາ ດັ່ງກ່າວ ປະຊາຊົນ ກໍເຮັດໄດ້ແຕ່ຕ້ອງຢູ່ ໃນຂອບເຂດ ຄວາມເໝາະສົມ ເພາະການກະທໍາ ດັ່ງກ່າວ ຫາກປ່ອຍປະ ລະເລີຍ ຈະກໍ່ໃຫ້ເກີດບັນຫາ ຈາກຄ່ານິຍົມ ທີ່ຜິດໆ ເຊັ່ນການນຸ່ງຫົ່ມ ທີ່ສັ້ນເຂີນ ຈົນເກີນຄວນ ຈົນເປັນການ ຍົ້ວຍວນ ກໍ່ໃຫ້ເກີດ ຄະດີຂົ່ມຂືນ ໂດຍສະເພາະ ການນຸ່ງຖື ຂອງ ນັກຮຽນຍິງ ທີ່ເປີດແປນ ຈົນບໍ່ເໝາະສົມ.

ທີ່ຜ່ານມາ ກະຊວງ ວັທນະທັມ ກໍໄດ້ພຍາຍາມ ຫ້າມປາມ ການປະພຶດ ດັ່ງກ່າວ ໂດຍການ ເຜີຍແພ່ສິລປະ ວັທນະທັມ ແບບລາວໆ ໃຫ້ຊາວໜຸ່ມ ເຍົາວະຊົນ ໄດ້ຮຽນຮູ້ ປະຕິບັດຕາມ ແຕ່ກໍ ປະຕິເສດ ບໍ່ໄດ້ວ່າ ຄ່ານິຍົມ ວັທນະທັມ ຕ່າງຊາດ ມີອິດທິພົນສູງ ສໍາລັບ ຊາວໜຸ່ມ. ນອກຈາກນີ້ ທາງກະຊວງວັທນະທັມ ຍັງໄດ້ສົ່ງເສີມ ການອະນຸຮັກ ສິລປະ ວັທນະທັມ ລາວ ໂດຍການ ຊັກຊວນ ໃຫ້ຟັງເພງລາວ, ເວົ້າພາສາລາວ ນຸ່ງເຄື່ອງໃຫ້ ສຸພາບຮຽບຮ້ອຍ ແລະ ສັ່ງຫ້າມບໍ່ໃຫ້ ເຍົາວະຊົນ ໜຸ່ມສາວລາວ ຍ້ອມຜົມສີທອງ ຫ້າມບໍ່ໃຫ້ ແມ່ຍິງ ນຸ່ງສົ້ງ ຫລືກະໂປ່ງ ຫລືໃສ່ເສື້ອ ເປືອຍທ້ອງ ເປີດໜ້າເປີດຫລັງ ເຂົ້າໄປຣ່ວມ ງານບຸນ ຫຼື ພິທີຕ່າງໆ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard