ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຄວນເຈາະເລິກແກ້ໄຂ ບັນຫາໃນສັງຄົມ
Anonymous

Date:
ລາວຄວນເຈາະເລິກແກ້ໄຂ ບັນຫາໃນສັງຄົມ
Permalink   
 


ລາວຄວນເຈາະເລິກແກ້ໄຂ ບັນຫາໃນສັງຄົມ

F-human-resource.jpg

RFA

ນັກຂ່າວຂອງ ເອເຊັຍເສຣີ ກໍາລັງ ຖາມເຖີງຄວາມ ທຸກສຸກຂອງ ພະນັກງານ ໃນໂຮງແຮມ ພາກໃຕ້ ຂອງລາວ

ການສົນທະນາ ກ່ຽວກັບ ບັນຫາຕ່າງໆ ທີ່ເກີດຂຶ້ນ ໃນ ສັງຄົມລາວ ໂດຍຜ່ານທາງ ສື່ມວລຊົນ ນັ້ນນັບວ່າ ຍັງມີໜ້ອຍ ເຮັດໃຫ້ ປະຊາຊົນລາວ ທີ່ຢາກຮູ້ ຂ່າວຄາວ ຄວາມເປັນໄປ ໃນລາວ ຂາດຂໍ້ມູນ ທີ່ແທ້ຈິງ ໂດຍ ສະເພາະ ຊາວໜຸ່ມ ເຍົາວະຊົນ ທີ່ຕ້ອງການ ຢາກຮູ້ຂໍ້ມູນ ບາງຢ່າງ ທີ່ອາດຈະ ສະທ້ອນໃສ່ ສາທາຣະນະ ສັງຄົມ ເພື່ອຈະນໍາ ໄປສົນທະນາ ສຶກສາຮຽນຮູ້ ຫາທາງ ແກໄຂ. ຊາວລາວ ຈາກແຂວງ ບໍ່ແກ້ວ ເວົ້າວ່າ:

"ຜ່ານມາກໍມີ ແຕ່ວ່າມັນ ມີສ່ວນໜ້ອຍ ທີ່ເວົ້າເຖິງ ຄວາມຈິງ ແລະ ກໍເປີດແຕ່ ບາງເຣື່ອງ ບາງເຣື່ອງ ມັນກໍບໍ່ໄດ້ເປີດ ບໍ່ໄດ້ລົງເລິກ ມັນກໍຄົນ ໃນສັງຄົມ ມັນຈະໄດ້ ຮູ້ຄວາມຈິງ ທຸກເຣື່ອງ ທີ່ມັນບໍດີ ໂດຍສະເພາະ ກ່ຽວກັບ ວັຍລຸ້ນ".

ຊາວລາວ ຜູ້ເກົ່າເວົ້າ ຕໍ່ໄປວ່າ ໂດຍສ່ວນໂຕ ແລ້ວ ການທີ່ມີ ລາຍງານ ທີ່ກ້າເວົ້າ ກ້າເປີດເຜີຍ ຄວາມຈິງ ກ່ຽວກັບ ສັງຄົມ ຕໍ່ ສາທາຣະນະ ນັ້ນກໍຖືວ່າ ເປັນເຣື່ອງດີ ແຕ່ສ່ວນຫລາຍ ການເຮັດແບບນັ້ນ ກໍຂັດຕໍ່ ນະໂຍບາຍ ຂອງ ພາກຣັຖ ຍ້ອນວ່າລາວ ມີພັກ ການເມືອງດຽວ ແລະ ບໍ່ຕ້ອງການ ໃຫ້ບຸກຄົນໃດ ຫລື ອົງການໃດ ມາເປີດເຜີຍ ຄວາມຈິງ ທີ່ກ່ຽວກັບ ສັງຄົມ ໂດຍຈະຖືວ່າ ເປັນການ ສ້າງຄວາມ ປັ່ນປ່ວນ.

ຄົນລາວອີກ ຜູ້ນຶ່ງ ກໍຕ້ອງການ ຢາກໃຫ້ມີ ລາຍງານ ຜ່ານທາງ ສື່ມວນຊົນ ຫລາຍຂຶ້ນ ເພື່ອເປີດກວ້າງ ໃຫ້ຫລາຍຄົນ ເຂົ້າມາສເນີ ຂໍ້ຄິດເຫັນ ແລກປ່ຽນ ຄວາມຄິດຕ່າງໆ ຊຶ່ງຈະເຮັດ ໃຫ້ສັງຄົມ ລາວ ພັທນາ ຫລາຍຂຶ້ນ ກວ່າເກົ່າ. ຄົນລາວ ຜູ້ນີ້ ເວົ້າວ່າ:

"ກໍມີລາຍການນີ້ ໃຫ້ມັນຢູ່ ໃນຂອບເຂດ ຂອງມັນ ແນວຄິດ ຂອງຄົນນີ້ ຫລາຍຄົນມັນ ບໍຄືກັນ ຈັກຄົນ ຄັນສະທ້ອນ ແຕະຕ້ອງ ເຖິງສັງຄົມ ມັນກໍດີ ຄັນສະທ້ອນ ເຖິງຜູ້ອື່ນ ມັນກໍບໍດີ".

ຍັງມີຊາວລາວ ອີກຈໍານວນ ຫລວງຫລາຍ ທີ່ຕ້ອງການ ໃຫ້ມີ ລາຍງານ ຂອງ ສື່ມວນຊົນ ທີ່ເຜີຍແພ່ ບັນຫາ ຂອງສັງຄົມ ແລະສິ່ງທີ່ ບໍ່ດີບໍ່ງາມ ຍ້ອນວ່າ ປັດຈຸບັນ ໃນລາວ ຍັງບໍ່ມີ ລາຍການ ທາງ ວິທຍຸ ໂທຣະທັດ ຫລື ໜັງສືພິມ ທີ່ເປີດເຜີຍ ຂ່າວຕາມ ຄວາມເປັນຈິງ ຫລາຍພໍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard