ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການວ່າຈະເປັນທັມ ຕໍ່ຊາວບ້ານຜູ້ເສັຍດິນ
Anonymous

Date:
ທາງການວ່າຈະເປັນທັມ ຕໍ່ຊາວບ້ານຜູ້ເສັຍດິນ
Permalink   
 


ທາງການວ່າຈະເປັນທັມ ຕໍ່ຊາວບ້ານຜູ້ເສັຍດິນ

ເຈົ້າຫນ້ທີ່ ລາວ ເວົ້າວ່າ ຣັຖບານ ຈະຈ່າຍ ຄ່າຊົດເຊີຍ ໃຫ້ແກ່ ຊາວບ້ານ ຜູ້ທີ່ເສັຽ ທີ່ດີນ ແບບສົມມາ ພາຄວນ.

F-That-Luang-Mash-from-blog-Spot-web.jpg

ໂຄງການພັທນາ ບຶງທາດຫລວງ ມີປະຊາຊົນ ຍື່ນຫນັງສື ຮຽກຮ້ອງ ໄປຍັງ ຣັຖບານ ເພື່ອຂໍຄວາມ ເປັນທັມ ໃນການຈ່າຍ ຄ່າຊົດເຊີຍ ກ່ອນຫນ້ານີ້ ຍັງບໍ່ມີ ການດຳເນີນ ງານໃດໆ ກ່ຽວກັບເລື້ອງນີ້ ທາງ ວິທຍຸເອເຊັຽ ເສຣີ ກໍໄດ້ສອບຖາມ ໄປຍັງຫນ່ວຍງານ ທີ່ກ່ຽວຂ້ອງ ກໍໄດ້ຮັບ ຄຳຊີ້ແຈງວ່າ ທາງການ ຈະໃຫ້ຄວາມ ເປັນທັມ ແກ່ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ດັ່ງເຈົ້າຫນ້າທີ່ ເວົ້າວ່າ:

"ເຂົາກໍຕ້ອງ ເບີ່ງຄວາມເປັນຈິງ ຂອງມັນ ແຕ່ວ່າເທື່ອນີ້ ເຂົາບໍ່ມີ ເອກສານ ສິດທີ່ດີນ ແຕ່ເບີ່ງໂດຍ ທົ່ວໄປ ເຂົາໄດ້ເຮັດນາ ເຮັດຫຍັງມາ ເກີດປໂຍດ ແກ່ເຂົາມາ ກໍຕ້ອງເບີ່ງ ເປັນປະເພດນື່ງ ຄວນຈະ ພິຈາຣະນາ ແບບໃດ ເພື່ອໃຫ້ເກີດ ຄວາມເປັນທັມ ຄວາມເຫມາະສົມ".

ທ່ານກ່າວ ຕໍ່ໄປວ່າ ກົດຫມາຍ ຂອງ ສປປລາວ ນັ້ນ ຣັຖບານ ມີສິດເອົາດີນ ຈາກ ປະຊາຊົນ ເພື່ອໃຊ້ໃນ ໂຄງການພັທນາ ທີ່ໃຫ້ ຜົລປໂຍດ ແກ່ ສາທາຣະນະ ແລະ ປະເທດຊາດ ແຕ່ຖ້າຫາກ ຈຳເປັນ ຕ້ອງການ ຈະເອົາດີນ ປະຊາຊົນ ມາໃຊ້ ຣັຖບານ ກໍຈະຈ່າຍ ຄ່າຊົດເຊີຍ ໃຫ້ແບບ ຍຸທຕິທັມ. ເຖີງແມ່ນວ່າ ປະຊາຊົນ ໃນເຂດ ບືງທາດຫລວງ ບາງຄອບຄົວ ຈະບໍ່ມີ ໃບຕາດີນ ແຕ່ໄດ້ ທຳມາຫາກີນ ໃນພື້ນທີ່ນັ້ນ ມາເປັນ ເວລາ ດົນນານ ທາງການ ກໍຈະ ພິຈາຣະນາ ຈ່າຍຄ່າຊົດເຊີຍ ໃຫ້ຢ່າງ ສົມເຫດ ສົມຜົລ ທຸກຢ່າງ.

ທ່ານວ່າຕາມ ປົກກະຕິ ແລ້ວ ຕາມກົດຫມາຍ ພື້ນທີ່ ບໍຣິເວນ ເຂດບືງທາດຫລວງ ຣັຖບານ ບໍ່ໄດ້ ອະນຸຍາດ ໃຫ້ປະຊາຊົນ ອາສັຍ ຢູ່ທີ່ນັ້ນຢູ່ແລ້ວ ເພາະມັນ ເປັນຫນອງນ້ຳ ແຕ່ ປະຊາຊົນ ບາງຄົນໄປ ຈັບຈອງໄວ້ ທາງການ ກໍຈະເບີ່ງຕາມ ຄວາມເຫມາະສົມ ໃນການ ຈ່າຍຄ່າ ຊົດເຊີຍ ຢ່າງເປັນທັມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard