ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງພະລັງງານແລະບໍ່ແຮ່ຂອງລາວ ໄດ້ໃຫ້ການຢືນຢັນວ່າ ມາ
ຮອດປັດຈຸບັນນີ້ ລັດຖະບານລາວໄດ້ອະນຸມັດໃຫ້ບໍລິສັດຕ່າງປະເທດເຮັດການສຶກສາ ຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງເຂື່ອນໃນລາວໄປແລ້ວຫຼາຍກວ່າ 80 ໂຄງການ
ໃນທົ່ວປະເທດ ໂດຍກຸ່ມນັກລົງທຶນທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນການດັ່ງກ່າວນີ້ຫຼາຍທີ່
ສຸດກໍຄືກຸ່ມນັກລົງທຶນຈາກຈີນຕິດຕາມດ້ວຍກຸ່ມນັກລົງທຶນຈາກໄທ ແລະຫວຽດນາມ
ຕາມລໍາດັບ.

ສາເຫດທີ່ລັດຖະບານລາວ ໄດ້ອະນຸຍາດໃຫ້ບັນດາບໍລິສັດຕ່າງປະເທດ ດໍາເນີນການ
ສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງເຂື່ອນໃນລາວຈໍານວນຫຼາຍດັ່ງກ່າວນີ້ ກໍ
ເພື່ອເປັນການຕອບສະໜອງຕໍ່ເປົ້າໝາຍຂອງລັດຖະບານລາວ ທີ່ຈະພັດທະນາລາວໄປ
ສູ່ການເປັນປະເທດຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ທີ່ສຸດ ຫຼືເປັນໝໍ້ໄຟຂອງອາ
ຊ່ຽນໃຫ້ໄດ້ ຊຶ່ງໃນປະຈຸບັນນີ້ກໍປະກົດວ່າມີເຂື່ອນທີ່ກໍ່ສ້າງສໍາເລັດແລ້ວ ແລະກໍໄດ້ທໍາ ການຜະລິດກະແສໄຟຟ້າແລ້ວຈໍານວນ 14 ໂຄງການ ມີກໍາລັງຕິດຕັ້ງລວມກັນ 2,542
ເມກາວັດ ແລະກໍສາມາດຜະລິດກະແສໄຟຟ້າໄດ້ລວມກັນຫຼາຍກວ່າ 11,000 ລ້ານກິໂລ
ວັດໂມງ ຕໍ່ປີຫຼືເພີ່ມຂຶ້ນຈາກປີ 2005 ເຖິງ 3 ເທົ່າໂຕ.

ໂຄງການເຂື່ອນທີ່ມີຂະໜາດໃຫຍ່ທີ່ສຸດ ແລະໄດ້ທໍາການຜະລິດກະແສໄຟຟ້າເພື່ອສົ່ງຂາຍ
ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ນັບຈາກເດືອນມີນາ 2009
ເປັນຕົ້ນມາແລ້ວນັ້ນ ກໍຄືໂຄງການເຂື່ອນໄຟຟ້ານໍ້າເທີນ 2 ບໍ່ພຽງແຕ່ຈະສ້າງລາຍຮັບໃຫ້
ແກ່ລັດຖະບານລາວເທົ່ານັ້ນ ຫາກແຕ່ ກໍຍັງມີພັນທະຈະຕ້ອງປະກອບສ່ວນເຂົ້າໃນການ
ພັດທະນາເສດຖະກິດ-ສັງຄົມ ແລະການອະນຸລັກສະພາບແວດລ້ອມທໍາມະຊາດໃນລາວ
ອີກດ້ວຍ. ດັ່ງທີ່ເຈົ້າໜ້າທີ່ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ໃຫ້ການຊີ້ແຈງໃນຕອນນຶ່ງວ່າ:

 

Songrit Pongern
ໂຄງການນໍ້າເທີນ 2 ທີ່ສ້າງສໍາເລັດ ແລະຜະລິດໄຟຟ້າອອກຂາຍແລ້ວ

ໂຄງການນໍ້າເທີນ 2 ພວກ
ເຮົາເປັນທັງໂຄງການຜະລິດ
ໄຟຟ້າ ແລ້ວກະເຮັດໃຫ້ວຽກ
ງານພັດທະນາສັງຄົມ ແລະ
ພວກເຮົາຍັງໄດ້ເຮັດໃຫ້ວຽກ
ງານປົກປັກຮັກສາສິ່ງແວດ
ລ້ອມຄວບຄູ່ກັນໄປນໍາພວກ
ເຮົາຈະປົກປັກຮັກສາຊີວະ
ນາໆພັນ, ອານຸລັກສັດປ່າທີ່
ຢູ່ໃນເຂດປ່າສະຫງວນແຫ່ງ
ຊາດນາກາຍ ແລະນອກຈາກ
ນັ້ນ ພວກເຮົາກະຍັງມີການ
ສຶກສາອົບຮົມສ້າງຈິດສຳນຶກໃຫ້ແກ່ປະຊາຊົນພວກ
ເຮົາ ກໍຍັງມີການຕິດຕາມຄຸນ
ນະພາບນໍ້າ.”

ທັງນີ້ ນັບຈາກເດືອນມີນາ 2009 ເຖິງເດືອນທັນວາ 2010 ທີ່ຜ່ານມານັ້ນ ບໍລິສັດນໍ້າເທີນ
2 ມີລາຍໄດ້ຈາກການຂາຍກະແສໄຟຟ້າດັ່ງກ່າວແລ້ວ ຄິດເປັນມູນຄ່າ 400 ລ້ານໂດລາ
ແລະກໍຍັງມີລາຍໄດ້ຈາກການຂາຍກະແສໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາວ (EDL) ອີກ
ໃນມູນຄ່າ 20 ກວ່າລ້ານໂດລາ ໂດຍທີ່ລັດຖະບານລາວຈະໄດ້ຮັບສ່ວນແບ່ງເປັນຄ່າສໍາປະ
ທານໃນມູນຄ່າສະເລ່ຍ 80 ລ້ານໂດລາຕໍ່ປີ ເປັນເວລາ 25 ປີ.

 

Songrit Pongern
ອຸບມຸງທີ່ສ້າງໃນເຂື່ອນນໍ້າເທີນຫີນບູນ

ແຕ່ຢ່າງໃດກໍຕາມໃນຈຳນວນ 14 ໂຄງການເຂື່ອນດັ່ງ
ກ່າວ ເຖິງແມ່ນວ່າ ຈະເປັນເຂື່ອນທີ່ຢູ່ພາຍໃຕ້ການດູແລ
ແລະຄຸ້ມຄອງຂອງ EDL ຈໍານວນ 9 ເຂອນກໍຕາມ
ແຕ່ກໍມີກໍາລັງຕິດຕັ້ງຮວມກັນພຽງແຕ່ 385 ເມກາວັດ
ແລະກໍສາມາດຜະລິດກະແສໄຟຟ້າໄດ້ຮວມກັນໃນປະລິ
ມານບໍ່ເກີນ 1,800 ລ້ານກິໂລວັດໂມງຕໍ່ປີ ແລະໃນນີ້ກໍ
ເປັນກະແສໄຟຟ້າທີ່ຕອບສະໜອງການຊົມໃຊ້ພາຍໃນ
ປະເທດໃນປະລິມານລວມ 1,400 ລ້ານກິໂລວັດໂມງຕໍ່ປີ ຊຶ່ງກໍໝາຍຄວາມວ່າ EDL ມີ
ພະລັງງານໄຟຟ້າອອກໄປຕ່າງປະເທດ ບໍ່ເກີນ 400 ລ້ານກິໂລວັດໂມງ ຕໍ່ປີເທົ່ານັ້ນ.

ສ່ວນອີກ 5 ໂຄງການທີ່ບໍ່ໄດ້ຢູ່ໃນການຄຸ້ມຄອງຂອງ EDL ນັ້ນເປັນການລົງທຶນຂອງຕ່າງ
ປະເທດ ທີ່ສາມາດຜະລິດກະແສໄຟຟ້າໄດ້ໃນປະລິມານລວມກັນຫຼາຍກວ່າ 2,157 ເມກາ
ວັດ ທີ່ສາມາດ ຜະລິດກະແສໄຟຟ້າ ໄດ້ໃນປະລິມານລວມກັນຫຼາຍກວ່າ 9,200 ລ້ານກິໂລ
ວັດໂມງຕໍ່ປີ ແຕ່ເນື່ອງຈາກວ່າ ເຂື່ອນທີ່ເປັນການລົງທຶນຂອງຕ່າງປະເທດໃນລາວນັ້ນມີເປົ້າ
ໝາຍເພື່ອການສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດເປັນດ້ານຫຼັກ ຈຶ່ງເຮັດໃຫ້ມີການ
ຕອບສະໜອງການຊົມໃຊ້ພະລັງງານໄຟຟ້າພາຍໃນລາວໄດ້ຢ່າງຈໍາກັດນັ້ນເອງ.