ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະຣັດຊ່ວຍເດັກນ້ອຍ ທີ່ຂາດອາຫານ
Anonymous

Date:
ສະຫະຣັດຊ່ວຍເດັກນ້ອຍ ທີ່ຂາດອາຫານ
Permalink   
 


ສະຫະຣັດຊ່ວຍເດັກນ້ອຍ ທີ່ຂາດອາຫານ

ສະຖານທູດ ສະຫະຣັຖ ຊ່ວຍຫລຸດຜ່ອນ ການຂາດເຂີນ ອາຫານ ຂອງເດັກນ້ອຍ ຢູ່ລາວ.

F-Malnutrition-children.jpg

usembassy_laos

ກະຊວງ ສາທາຣະນະສຸຂ ສະຖານທູດ ສະຫະຣັຖ ອະເມຣິກາ ປະຈຳລາວ ແລະກອງທຶນ ເພື່ອ ເດັກນ້ອຍ ສະຫະປະຊາຊາດ ໄດ້ຮ່ວມມືກັນ ຊ່ວຍຫລຸດຜ່ອນ ການຂາດເຂີນ ອາຫານ ຂອງ ເດັກນ້ອຍ ທີ່ມີ ອາຍຸຕ່ຳ ກວ່າ ຫ້າປີ ໃນ ສປປລາວ.

ເວັບໄຊຕ໌ ຂອງ ສະຖານທູດ ສະຫະຣັຖ ທີ່ ນະຄອນຫລວງ ວຽງຈັນ ຣາຍງານວ່າ ດຣ. ສົມຈິດ ອັກຄະວົງ ຜູ້ຮອງກົມ ອະນາໄມ ແລະ ປ້ອງກັນ ພຍາດ ກະຊວງ ສາທາຣະນະສຸຂ ຂອງລາວ ພ້ອມດ້ວຍ ຍານາງ Karen Stewart ເອກອັຄຣາຊທູດ ສະຫະຣັຖ ປະຈຳລາວ ແລະ ທ່ານ Tim Schaffter ຜູ້ຕາງໜ້າ ກອງທຶນ ເພື່ອເດັກນ້ອຍ ສະຫະປະຊາຊາດ ປະຈຳລາວ ໄດ້ໄປ ສັງເກດການ ເບິ່ງການຂາດເຂີນ ອາຫານ ຢູ່ ສຸຂສາລາ ບ້ານຫລັກຫິນ ເມືອງ ສີໂຄດຕະບອງ ນະຄອນຫລວງ ວຽງຈັນ ເມື່ອວັນທີ່ 30 ເດືອນ ມົກກະຣາ ທີ່ຜ່ານມາ ຈື່ງພົບເຫັນວ່າ ເດັກນ້ອຍລາວ 9 ຄົນ ໃນຈຳນວນ 34 ຄົນ ທີ່ຖືກກວດ ສຸຂພາບ ຂາດສານ ອາຫານ ຢ່າງໜັກ ໃນໝູ່ບ້ານ ຫລັກຫິນ ຊຶ່ງຕັ້ງຢູ່ ບໍ່ໄກຈາກ ໃຈກາງ ນະຄອນຫລວງ ວຽງຈັນ ພໍເທົ່າໃດນັ້ນ ກໍຍັງມີ ເດັກນ້ອຍ ຂາດອາຫານ ຫລາຍ ຂນາດນັ້ນ.

ເວັບໄຊຕ໌ ຂອງ ສະຖານທູດ ສະຫະຣັຖ ປະຈຳລາວ ຣາຍງານ ອີກວ່າ ສະຖານທູດ ສະຫະຣັຖ ໃຫ້ຄຳໝັ້ນ ສັນຍາ ວ່າຈະຊ່ວຍ ປະສານງານ ແລະ ໃຫ້ການ ຊ່ວຍເຫລືອ ເພື່ອຫລຸດຜ່ອນ ການຂາດອາຫານ ຂອງ ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຢູ່ລາວ.

ການຂາດອາຫານ ເປັນອຸປສັກ ອັນໃຫຍ່ຫລວງ ທີ່ທ່ວງດືງ ການພັທນາ ເສຖກິດ ຂອງລາວ ທີ່ຢາກຫຼຸດພົ້ນ ຈາກການເປັນ ປະເທດ ດ້ອຍພັທນາ ໃນປີ 2020. ເດັກນ້ອຍລາວ ກວ່າເຄິ່ງນຶ່ງ ເສັຍຊີວິດ ຍ້ອນຂາດ ອາຫານ ເດັກນ້ອຍທີ່ ຂາດອາຫານ ເວລາເຕີບໃຫຍ່ ໄປໂຮງຮຽນ ກໍຮຽນ ບໍ່ໄດ້ດີ ຫລາຍຄົນອອກ ໂຮງຮຽນ ກ່ອນຈົບປະຖົມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard