ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ຄໍາບ່ອນໃໝ່ ເຂດພູເບັ້ຍ
Anonymous

Date:
ບໍ່ຄໍາບ່ອນໃໝ່ ເຂດພູເບັ້ຍ
Permalink   
 


ບໍ່ຄໍາບ່ອນໃໝ່ ເຂດພູເບັ້ຍ

F-map_phu_kham_map.jpg

ບໍຣິສັດ ແພນອອສຕ໌ ຊຶ່ງເປັນ ບໍຣິສັດ ຂຸດຄົ້ນບໍ່ແຮ່ ຂອງ ອອສເຕຣເລັຍ ສຳຣວດພໍ້ ບໍ່ຄຳອີກ ບໍ່ນຶ່ງ ຢູ່ບໍຣິເວນ ພູເບັຍ. ບໍຣິສັດ ແພນອອສຕ໌ ເອິ້ນບໍ່ໃໝ່ ແຫ່ງນີ້ວ່າ ບໍ່ຄຳນ້ຳຊັນ ໄກຈາກ ບໍ່ພູຄຳ ປະມານ 7 ກິໂລແມັດ ບໍຣິສັດ ແພນອອສຕ໌ ຣາຍງານ ເມື່ອວັນຈັນ ນີ້ວ່າ ບໍ່ນ້ຳຊັນ ມີຄຳ ເງິນ ແລະ ທອງຫລາຍ ຄືມີຄຳ ປົນຢູ່ດິນ ຫລາຍເຖິງ 0.38 ກຣາມ ຕໍ່ດິນນຶ່ງຕັນ ມີເງິນ 6 ກຣາມ ຕໍ່ນຶ່ງຕັ່ນ ແລະ ມີທອງ 1.71 ສ່ວນຮ້ອຍ. ບໍຣິສັດ ແພນອອສຕ໌ ຈະຟ້າວສຳຣວດ ບໍ່ນ້ຳຊັນ ແລະ ກໍ່ສ້າງ ໃຫ້ສຳເຣັດ ໃນໄວໆນີ້ ເພື່ອກະຕຽມ ຜລິດ ຄຳ ເງິນ ແລະທອງ ໃຫ້ໄດ້ພາຍ ໃນທ້າຍປີນີ້.

ບໍຣິສັດ ແພນອອສຕ໌ ຂອງ ອອສເຕຣເລັຍ ໄດ້ຮັບ ອະນຸຍາດ ຈາກ ຣັຖບານ ລາວ ມີສິດສຳຣວດ ແລະ ຂຸດຄົ້ນບໍ່ແຮ່ ໃນພື້ນທີ່ ທັງໝົດເຖິງ 2,636 ກິໂລແມັດ ມົນທົນ ໃນບໍຣິເວນ ພູເບັ້ຍ ໃນພາກ ເໜືອຂອງລາວ. ຜ່ານມາ ບໍຣິສັດ ແພນອອສຕ໌ ໄດ້ເລິ້ມຂຸດ ຄົ້ນເອົາ ຄຳເງິນແລະທອງ ຈາກ ບໍ່ພູຄຳ ຂື້ນມາຂາຍ ໄດ້ສາມສີ່ປີ ແລ້ວ ເມື່ອປີທີ່ ຜ່ານມາ ຜລິດຄຳໄດ້ 53,000 ອອນຊ໌ ເງິນໄດ້ 538,000 ອອນຊ໌ ແລະ ທອງໄດ້ເກືອບ 60,000 ຕັນ ຜົນຜລິດເຫລົ່ານີ້ ຫລຸດການ ຄາດໝາຍ ເລັກໜ້ອຍ ເພາະລົມ ພະຍຸແຮງ ຝົນຕົກໜັກ ແລະ ນ້ຳຖ້ວມ.

ນອກຈາກນັ້ນ ປັດຈຸບັນ ບໍຣິສັດ ແພນອອສຕ໌ ຍັງກຳລັງ ຈະເລິ້ມການຜລິດ ຈາກ ບໍ່ຄຳ ບ້ານຫ້ວຍຊາຍ ພາຍໃນ ເດືອນໜ້າ. ບໍ່ຄຳ ບ້ານຫ້ວຍຊາຍ ຢູ່ໄກຈາກ ບໍ່ພູຄຳ ປະມານ 25 ກິໂລແມັດ ແລະ ຈະສາມາດຜລິດ ຄຳ ໄດ້ປະມານ 85,000 ອອນຊ໌ ແລະເງິນ 2 ແສນ ອອນຊ໌ ຕໍ່ປີ. ບໍ່ຄໍາ ອີກແຫ່ງນຶ່ງ ທີ່ບໍຣິສັດ ແພນອອສຕ໌ ໄດ້ສຳຣວດໄປ ຫລາຍແລ້ວ ກໍແມ່ນບໍ່ຄຳ ຢູ່ໃກ້ໆ ກັບ ເມືອງໂພນສວັນ ແຂວງຊຽງຂວາງ ຊຶ່ງອາດຈະ ຜລິດຄຳ ໄດ້ໃນໄວໆນີ້ ເຊັ່ນກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard