ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຣື່ອງປ່າໄມ້ໃນລາວ ບໍ່ເຄີຍໂປ່ງໃສ
Anonymous

Date:
ເຣື່ອງປ່າໄມ້ໃນລາວ ບໍ່ເຄີຍໂປ່ງໃສ
Permalink   
 


ເຣື່ອງປ່າໄມ້ໃນລາວ ບໍ່ເຄີຍໂປ່ງໃສ

ກອງປະຊຸມ ກ່ຽວກັບ ປ່າໄມ້ ໃນລາວ ໃນປັດຈຸບັນ ໄດ້ມີຍັດຕິ ວ່າໃຫ້ມີ ການຄຸ້ມຄອງ ແລະ ການກວດກາ ທີ່ເຂັ້ມງວດ ຂຶ້ນຫລາຍກວ່າເກົ່າ ໂດຍມອບໃຫ້ ກົມກວດກາ ປ່າໄມ້ ເປັນສູນກາງ ຍ້ອນວ່າ ການກວດກາ ປ່າໄມ້ ມີລັກສນະ ທີ່ບໍ່ໂປ່ງໃສ ຫລາຍຂຶ້ນເລື້ອຍໆ. ດັ່ງທ່ານ ຄໍາພຸດ ພັນດານຸວົງ ຮອງ ອະທິບໍດີກົມ ກວດກາ ປ່າໄມ້ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:

"ເຣື່ອງການຄຸ້ມຄອງ ການກວດກາ ປ່າໄມ້ ມັນມີ ຂະບວນການ ທີ່ບໍ່ໂປ່ງໃສ ຫລາຍຂຶ້ນ ລະບົບ ການຄຸ້ມຄອງ ມັນບໍ ລະອຽດ ມັນສັບສົນ ເພາະວ່າມັນມີ ສອງພາກສ່ວນ ທີ່ຢູ່ໃນຂອບ ຄຸ້ມຄອງ ປ່າໄມ້
ທ່ານຄໍາພຸດ ໄດ້ເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ໃນການຄຸ້ມຄອງ ກວດກາ ປ່າໄມ້ ຈາກສນາມ 1 ຫາສນາມ 2 ແມ່ນກະຊວງ ກະສິກັມ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບ. ສ່ວນສນາມ 2 ຫາ ສນາມ 3 ຈະເປັນໜ້າທີ່ ຂອງ ກະຊວງ ອຸດສາຫະກັມ ແລະ ການຄ້າ. ຍ້ອນວ່າການ ຮັບຜິດຊອບ ໄດ້ແບ່ງອອກ ເປັນຫລາຍກະຊວງ ຈຶ່ງເຮັດໃຫ້ ການກວດກາ ສັບສົນ ແລະບໍ່ຮູ້ວ່າ ອັນໃດຜິດ ອັນໃດຖືກ, ດັ່ງນັ້ນ ກອງປະຊຸມ ຈຶ່ງໄດ້ ຕົກລົງເຫັນ ດີ ມີມະຕິ ໃຫ້ກະຊວງ ກະສິກັມ ແລະ ປ່າໄມ້ເປັນ ຜູ້ຮັບຜິດຊອບ ໃນການເບິ່ງແຍງ ກວດກາ ແຕ່ຜູ້ດຽວ.
ທີ່ຜ່ານມາ ສາເຫດ ທີ່ເຮັດໃຫ້ ການກວດກາ ປ່າໄມ້ ມີລັກສນະ ທີ່ບໍ່ໂປ່ງໃສ ຫລາຍຂຶ້ນເລື້ອຍໆ ນັ້ນກໍຍ້ອນວ່າ ມີຫລາຍພາກສ່ວນ ເຂົ້າມາ ກ່ຽວຂ້ອງ ແລະໃຊ້ອໍານາດໜ້າທີ່ໃນ ທາງທີ່ຜິດ. ທ່ານຄໍາພຸດ ໄດ້ອະທິບາຍ ວ່າ:

"ໃນການກວດກາ ທຸກຢ່າງ ບໍ່ໃຫ້ພາກສ່ວນ ອື່ນເຂົ້າມາ ຫຍຸ້ງກ່ຽວນໍາ ຄືພາສີ ພວກທະຫານ ຕໍາຣວດ ພວກການຄ້າ ໄປກວດກາເຣື້ອງ  ໄມ້ບໍ່ໃຫ້ ໄປຫຍຸ້ງກ່ຽວ ແລ້ວ ເພາະວ່າມັນ ໄປສວຍໂອກາດ ວ່າອ້າງເປັນ ເຈົ້າໜ້າທີ່ ແລະ ກໍບໍ່ໄດ້ ດໍາເນີນຄະດີ ຈັກເທື່ອ ມີແຕ່ຍຶດໄມ້ ແລ້ວກໍຂາຍກັນ ໃນຫັ້ນ ຂະບວນການ ມັນກໍບໍແລ້ວ".

ບັນຫາດັ່ງກ່າວໄດ້ເກີດຂຶ້ນ 2-3 ປີແລ້ວ ທາງຣັຖບານຈຶ່ງຕ້ອງເຂັ້ມງວດເອົາຈິງເອົາຈັງ ເພາະຈາກການກວດກາພົບວ່າ ສະພາບປ່າໄມ້ໄດ້ຖືກທໍາລາຍໄປຢ່າງຫລວງຫລາຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard