ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວໄທລຸ່ມນໍ້າຂອງ ຈະສົ່ງຟ້ອງ Egat
Anonymous

Date:
ຊາວໄທລຸ່ມນໍ້າຂອງ ຈະສົ່ງຟ້ອງ Egat
Permalink   
 


ຊາວໄທລຸ່ມນໍ້າຂອງ ຈະສົ່ງຟ້ອງ Egat

ປະຊາຊົນ ຊາວໄທ ຈາກ 7 ແຂວງ ໃນເຂດລຸ່ມ ແມ່ນໍ້າຂອງ ທີ່ຄັດຄ້ານ ການສ້າງ ເຂື່ອນ ໄຊຍະບຸຣີ ຈະຍື່ນໜັງສື ຕໍ່ນາຍົກ ຣັຖມົນຕຣີ ພ້ອມທັງ ຈະມີການ ປຶກສາກັບ ທະນາຍຄວາມ ແລະ ຍື່ນ ຄໍາຟ້ອງ ຕໍ່ການໄຟຟ້າ ແຫ່ງ ປະເທດໄທ.

ຫລັງຈາກ ທີ່ໄດ້ມີ ກອງປະຊຸມ ຢູ່ແຂວງ ນະຄອນພະນົມ ແລະ ມຸກດາຫານ ປະເທດໄທ ໃນວັນທີ 4 ແລະ 5 ກຸມພາ 2012 ກ່ຽວກັບເຣື່ອງ ໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ໄຊຍະບຸຣີ ຜູ້ຕາງໜ້າ ເຄືອຂ່າຍ ຊາວໄທ ຈາກ 7 ແຂວງ ລຸ່ມ ແມ່ນໍ້າຂອງ ໄດ້ເປີດເຜີຍວ່າ ພາຍໃນເດືອນນີ້ ພວກຂະເຈົ້າ ຈະຍື່ນໜັງສື ຄັດຄ້ານ ການກໍ່ສ້າງ ຕໍ່ນາຍົກ ຣັຖມົນຕຣີໄທ ແລະ ຈະໃຫ້ທະນາຍ ຍື່ນຟ້ອງ ການໄຟຟ້າ ຝ່າຍຜລິດແຫ່ງ ປະເທດໄທ ທີ່ໄດ້ຮີບ ຕົກລົງ ຊື້ກະແສ ໄຟຟ້າ ຈາກເຂື່ອນດັ່ງກ່າວ ໂດຍທີ່ບໍ່ມີ ການຮັບຟັງ ຄວາມເຫັນຈາກ ປະຊາຊົນ ທີ່ອາສັຍ ຢູ່ຕາມແຄມ ຝັ່ງແມ່ນໍ້າຂອງ ເສັຍກ່ອນ. ຜູ້ຕາງໜ້າ ເຄືອຂ່າຍພາກ ປະຊາຊົນ 7 ແຂວງລຸ່ມ ແມ່ນໍ້າຂອງ ເວົ້າວ່າ:

"ພີ່ນ້ອງຊິມາ ທວງຖາມເຣື່ອງນີ້ ກັບນາຍົກ ຣັຖມົນຕຣີ ໃນມື້ວັນທີ 20-21 ໃນເວລາທີ່ ຄນະຣັຖມົນຕຣີ ສັນຈອນ ມາເຖິງແຂວງ ອຸດອນທານີ ນອກຈາກນີ້ ກອງປະຊຸມ ຍັງມີ ມະຕິວ່າ ວັນທີ 27-28-29 ເດືອນນີ້ ພີ່ນ້ອງ ຈະປຶກສາ ທະນາຍຄວາມ ຝ່າຍ ສິດທິມະນຸດ ຊິເຮັດຄໍາຟ້ອງ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ".

ນາງເວົ້າ ຕໍ່ໄປວ່າ ເຄືອຂ່າຍພາກ ປະຊາຊົນໄທ 7 ແຂວງລຸ່ມ ແມ່ນໍ້າຂອງ ຈະນໍາ ເອກກະສານ ການສຶກສາ ຜົນກະທົບ ພ້ອມທັງ ຮຽກຮ້ອງ ໃຫ້ຣັຖບານ ໄທຍົກເລີກ ສັນຍ າຊື້ຂາຍ ໄຟຟ້າ ຈາກໂຄງການ ເຂື່ອນ ໄຊຍະບຸຣີ ແລະ ຮຽກຮ້ອງໃຫ້ ທະນາຄານ ຂອງໄທ ຍົກເລີກ ການປ່ອຍເງິນກູ້ ເພື່ອການກໍ່ສ້າງ ໂຄງການ ດັ່ງກ່າວ.

ນອກຈາກນີ້ ນາງຍັງໄດ້ ເວົ້າອີກວ່າ ທາງເຄືອຂ່າຍ ພາກ ປະຊາຊົນໄທ 7 ແຂວງລຸ່ມ ແມ່ນໍ້າຂອງ ຍັງຈະມີການ ຮວບຮວມ ລາຍຊື່ ຜູ້ທີ່ບໍ່ ເຫັນດີນໍາ ການສ້າງເຂື່ອນ ໄຊຍະບຸຣີ ຕື່ມອີກ ຊຶ່ງຈະຮວມ ທັງຊາວລາວ ແລະໄທ ແລ້ວກໍຈະຍື່ນ ລາຍຊື່ ຜູ້ຄັດຄ້ານ ທັງໝົດ ຕໍ່ນາຍົກ ຣັຖມົນຕຣີໄທ ໃນມື້ວັນທີ 20-21 ກຸມພາ 2012 ນີ້ ເຊັ່ນດຽວກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard