ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍັງບໍ່ມີຄ່າຊົດເຊີຍ ໃຫ້ພໍ່ຄ້າທີ່ໂຍກຍ້າຍ
Anonymous

Date:
ຍັງບໍ່ມີຄ່າຊົດເຊີຍ ໃຫ້ພໍ່ຄ້າທີ່ໂຍກຍ້າຍ
Permalink   
 


ຍັງບໍ່ມີຄ່າຊົດເຊີຍ ໃຫ້ພໍ່ຄ້າທີ່ໂຍກຍ້າຍ

ບັນດາ ພໍ່ຄ້າ ແມ່ຄ້າ ຜູ້ທີ່ຖືກ ໂຍກຍ້າຍ ຈາກ ໂຄງການ ສ້າງ ຫ້າງ ສັພສິນຄ້າ ຍັງບໍ່ໄດ້ ຮັບຄ່າ ຊົດເຊີຍ ໃດໆເລີຍ.

ໂຄງການ ສ້າງຫ້າງ ສັພສີນຄ້າ 2 ບໍຣິເວນ ຖນົນຫັສດີ ຈາກ ນັກລົງທືນ ສິງກະໂປ ຊື່ງແຕ່ກ່ອນ ເຄີຍເປັນຕລາດ ມາກ່ອນ ບັນດາ ພໍ່ຄ້າແມ່ຄ້າ ຜູ້ທີ່ຖືກ ໂຍກຍ້າຍ ຈາກທີ່ນັ້ນ ຈົນເທົ່າເຖິງ ປັດຈຸບັນ ຍັງບໍ່ໄດ້ ຮັບຄ່າ ຊົດເຊີຍເລີຍ. ກຸ່ມພໍ່ຄ້າ ແມ່ຄ້າ ບາງຄົນ ກໍກັບເມືອ ບ້ານເກີດ ຂອງຕົນ ແລະ ອີກຈຳນວນນື່ງ ຍັງເຊົ່າຫ້ອງແຖວ ເພື່ອຄ້າຂາຍ ໃນຫ້າງຄ້າ ນັ້ນຢູ່. ແມ່ຄ້າ ຄົນນື່ງ ເວົ້າວ່າ:

"ບໍ່ມີຊົດເຊີຍ ຫຍັງເລີຍ ຄົນລາວ ກໍມັກງ່າຍ ບໍ່ໄດ້ຊົດເຊີຍ ແລ້ວກໍແລ້ວ ກັນເລີຍ ລຳບາກ ກໍເຮັດຫຍັງ ບໍ່ໄດ້ ຮັຖບານເນາະ ຈິ່ງໆແທ້ ກົດຫມາຍ ບໍ່ມີຫຍັງ ແນ່ນອນ ບໍ່ຮູ້ມັນ ເປັນແບບນີ້".

ແມ່ຄ້າຄົນນັ້ນ ເວົ້າຕໍ່ໄປວ່າ ນອກຈາກ ພວກຂະເຈົ້າເອງ ບໍ່ໄດ້ຮັບ ຄ່າຊົດເຊີຍແລ້ວ ກໍຍັງມີ ກຸ່ມພໍ່ຄ້າ ແມ່ຄ້າ ທີ່ບໍຣິເວນ ຕລາດຂົວດີນ ອີກ ທີ່ບໍ່ໄດ້ ຮັບຄ່າ ຊົດເຊີຍ ຈາກກຸ່ມ ນາຍທືນ ຊື່ງຕາມຄວາມ ເປັນຈີງແລ້ວ ພວກຂະເຈົ້າ ຄວນໄດ້ຮັບ ຄ່າຕອບແທນ ທີ່ເໝາະສົມ ແຕ່ກັບບໍ່ໄດ້.

ໂຄງການຫ້າງ ສັພສີນຄ້າ 2 ໄດ້ເປີດ ບໍຣິການ ແລ້ວ ແຕ່ຍັງບໍ່ມີ ພວກຄ້າຂາຍ ເຂົ້າໄປຈັບຈອງ ຫລາຍເທື່ອ ເພາະຄ່າເຊົ່າ ແພງພໍສົມຄວນ ແລະ ພໍ່ຄ້າແມ່ຄ້າ ຍ່ອຍໃນລາວ ກໍບໍ່ມີເງີນ ຈະເຊົ່າ ຫຼືຈະຊື້ ຫ້ອງແຖວ. ນາງເວົ້າວ່າ:

"ກໍເລີ້ມ ເປີດແລ້ວ ແຕ່ວ່າ ຮ້ານມັນກໍແພງ ສ່ວນຫລາຍ ຄົນຂາຍ ກໍຄືລາວ ມັນກໍນ້ອຍຄົນ ຄົນຂາຍ ກໍຫລາຍກວ່າ ຄົນຊື້ ມັນກໍ ຂາຍລຳບາກ".

ສູນສັພສີນຄ້າ 2 ແຫ່ງນີ້ ແມ່ນນັກລົງທືນ ຈາກ ສີງກະໂປ ເປັນຜູ້ສ້າງ ໂດຍໄດ້ຮັບ ສຳປະທານ 40 ປີ ຈາກ ຣັຖບານລາວ. ຄ່າຮ້ານ ຖ້າຈະຊື້ ຈະຕົກຢູ່ ຫ້ອງລະ ປະມານ 1 ຫາ 5 ແສນ ໂດລາ ຜູ້ຊື້ສາມາດ ຄ້າຂາຍ ຢູ່ທີ່ນັ້ນໄດ້ 40 ປີ ຫລັງຈາກນັ້ນ ຈະເປັນຂອງ ຣັຖບານ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard