ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກົມປ່າໄມ້ຈະເຂັ້ມງວດ ອອກລາດຕະເວນ
Anonymous

Date:
ກົມປ່າໄມ້ຈະເຂັ້ມງວດ ອອກລາດຕະເວນ
Permalink   
 


ກົມປ່າໄມ້ຈະເຂັ້ມງວດ ອອກລາດຕະເວນ

ກົມປ່າໄມ້ ກະຕຣຽມ ຈັດຕັ້ງໜ່ວຍ ກວດກາ ລາດຕະເວນ ເພື່ອປ້ອງກັນ ບໍ່ໃຫ້ ປ່າໄມ້ ຖືກທໍາລາຍ.

F-Illigal-logs-Attapeu.jpg

Screenshot_EIA_report_video

ບໍຣິເວນ ທີ່ມີການ ຕັດໄມ້ ໃນແຂວງ ອັດຕະປື ຕາມການ ຣາຍງານວ່າ ໄມ້ທີ່ຕັດລົງ ແມ່ນສົ່ງໄປ ວຽດນາມ (ຮູປຖ່າຍຈາກ ກ້ອງວີດີໂອ ຂອງ ອົງການສືບສວນ ສະພາບແວດລ້ອມ ທີ່ມີ ສໍານັກງານ ຢູ່ປະເທດ ອັງກລິດ ໄດ້ເຮັດ ລາຍງານອອກ ໃນປີ 2008) ຂ.ອັດຕະປື ກໍຢູ່ໃນ ຣາຍການຂອງ ໜ່ວຍກວດກາ ທີ່ຕັ້ງຂື້ນໃໝ່ ຈະໄປ ລາດຕະເວນ ແຕ່ຈະຮອດ ເຂດພື້ນທີ່ ນີ້ຫຼືບໍ່?

ຫລັງຈາກ ທີ່ລະບົບ ການກວດກາ ປ່າໄມ້ ມີຄວາມບົກພ່ອງ ເຊັ່ນມີ ລັກສນະ ທີ່ບໍ່ໂປ່ງໃສ ຫລາຍຂຶ້ນ ນັບມື້ ຫລາຍກະຊວງ ທີ່ຮັບຜິດຊອບ ແລະ ມີຫລາຍພາກສ່ວນ ເຂົ້າມາ ກ່ຽວຂ້ອງ ທາງຜແນກ ກົມປ່າໄມ້ ຈຶ່ງມີແຜນການ ຈັດລະບົບ ການກວດກາ ລາດຕະເວນ ແນວໃໝ່ຂຶ້ນມາ ເພື່ອເຮັດໃຫ້ ບັນຫານັ້ນ ຫລຸດຜ່ອນລົງ. ລະບົບການ ກວດກາໃໝ່ ໄດ້ຮັບ ງົບປະມານ ການຊ່ວຍເຫລືອ ຈາກ ປະເທດ ຟິນແລນ ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ລະບົບ ການກວດກາ ລາດຕະເວນ ນັ້ນ ປະເດັນໃດ ທີ່ວ່າມັນ ມີຄວາມສ່ຽງຫລາຍ ສົມມຸດວ່າ ເຣື່ອງຂອງ 3 ປະເພດປ່າ ເຣື່ອງໂຮງງານ ໂຮງເລື່ອຍ ເຣື່ອງຂອງການ ນໍາໃຊ້ທີ່ດິນ ໃນການ ປູກຫຍັງຕ່າງໆ ຄັດອອກ ມາເປັນ ອົງປະກອບ ແລ້ວຊິມາເບິ່ງ ຄວາມສ່ຽງ ຂອງແຕ່ລະດ້ານ ແລ້ວເຮົາ ຊິມາຈັດ ວາງເຣື່ອງ ລະບົບ ຂອງການ ກວດກາ ລາດຕະເວນນີ້ ເພື່ອຫລຸດຜ່ອນ ຄວາມສ່ຽງພວກນີ້ ມັນເປັນ ລະບົບ ທີ່ພວກເຮົາ ຕັ້ງຂຶ້ນ ມາໃໝ່".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ການຈັດ ລະບົບດັ່ງກ່າວ ຕ້ອງໄດ້ ສຶກສາ ຢ່າງລະອຽດ ເພື່ອໃຫ້ ການກວດກາ ລາດຕະເວນ ປ່າໄມ້ ໃນແຕ່ລະ ແຂວງ ມີປະສິດທິພາບ ຊຶ່ງແຜນການ ກວດກາຈະເລີ້ມ ຢູ່ແຂວງ ສວັນນະເຂດ ສາລະວັນ ອັດຕະປື ແລະ ແຂວງເຊກອງ ກ່ອນ ຍ້ອນວ່າພາຍ ໃນແຂວງ ເຫລົ່ານີ້ ຍັງມີປ່າໄມ້ ທີ່ປົກຄຸມ ໜາແໜ້ນຢູ່ ຫາກໄດ້ຮັບ ຄວາມສໍາເຣັດ ກໍຈະຂຍາຍ ໄປຕາມແຂວງ ອື່ນໆອີກ.

ການຈັດຕັ້ງ ລະບົບການ ກວດກາ ລາດຕະເວນ ປ່າໄມ້ ພາຍໃນ ປະເທດ ໄດ້ຮັບທຶນ 5 ແສນ ໂດລາ ສະຫະຣັຖ ຈາກຮັຖບານ ຟິນແລນ ຊຶ່ງເປັນ ປະເທດ ທີ່ມີຄວາມ ສົນໃຈ ໃນເຣື່ອງ ການກວດກາ ປ່າໄມ້ ເປັນ ພິເສດ


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard