ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກອງປະຊຸມຄຣູສອນ ພາສາອັງກລິດ
Anonymous

Date:
ກອງປະຊຸມຄຣູສອນ ພາສາອັງກລິດ
Permalink   
 


ກອງປະຊຸມຄຣູສອນ ພາສາອັງກລິດ

ສະຖານທູດ ສຫະຣັຖ ອະເມຣິກາ ປະຈຳລາວ ໃຫ້ການ ສນັບສນູນ ໂຄງການ ສົ່ງເສີມ ຄຣູສອນ ພາສາ ອັງກລິດ ໃນລາວ.

F-dicky-angela.jpg

us_embassy_laos

ຍານາງ Angela Dicky ຂື້ນກ່າວໃນ ກອງປະຊຸມ ຄນະອາຈານສອນ ພາສາອັງກລິດ ກ່ຽວກັບ ຄວາມສໍາຄັນ ຂອງ ພາສາອັງກລິດ

ສະຖານ ເອກອັຄຣາຊສະທູດ ສະຫະຣັຖ ປະຈຳລາວ ໄດ້ໃຫ້ການ ສນັບສນູນ ມະຫາ ວິທຍາລັຍ ແຫ່ງຊາດລາວ ໃນການເປັນ ເຈົ້າພາບຈັດ ກອງປະຊຸມ ຄຣູສອນ ພາສາອັງກລິດ ເປັນພາສາ ທີສອງ ຄັ້ງທີ 9 ຂື້ນ ໃນ ວັນທີ 2-3 ກຸມພາ ປີນີ້.

ກອງປະຊຸມ ຄຣູສອນ ພາສາອັງກລິດ ເປັນພາສາ ທີສອງ ຫລື TESOL ເປັນກອງປະຊຸມ ຣະດັບໃຫຍ່ ແລະ ສຳຄັນ ປະຈຳປີ ໃນໂຄງການ ຝືກອົບຮົມ ການສອນ ພາສາອັງກລິດ ຂອງຄຣູລາວ.

ກອງປະຊຸມ ສຳມະນາ ດັ່ງກ່າວ ເປັນເວລາສັ້ນ ແລະ ຫລາກຫລາຍ ໃນວິທີ ການສອນ ເພື່ອສ້າງ ໂອກາດ ທີ່ຫາໄດ້ຍາກ ໃຫ້ແກ່ ບັນດາ ນາຍຄຣູສອນ ພາສາອັງກລິດ ຂັ້ນມັທຍົມ ຈາກ ນະຄອນຫລວງ ວຽງຈັນ ແລະ ເຂດຊົນບົດ ຂອງລາວ ໄດ້ຝຶກຝົນ ຮຽນຮູ້ ວິທີການສອນ ຈາກ ນັກວິຊາການ ດ້ານພາສາ ອັງກລິດ ສະເພາະ ຜູ້ທີ່ເປັນ ຄົນລາວ. ນອກຈາກນັ້ນ ກໍຍັງມີ ນັກວິຊາການ ດ້ານພາສາ ອັງກລິດ ທີ່ຖືກຮັບເຊີນ ຈາກ ປະເທດໄທ ຍີ່ປຸ່ນ ແລະ ປະເທດອື່ນໆ.

ຍານາງ ANGELA DICKEY ຮອງຫົວຫນ້າ ຝ່າຍການ ສືກສາປະຈຳ ສະຖານທູດ ສະຫະຣັຖ ກ່າວເປີດ ກອງປະຊຸມ ໂດຍເນັ້ນເຖິງ ຄວາມສຳຄັນ ຂອງ ຄວາມຊຳນານ ໃນການໃຊ້ ພາສາ ອັງກລິດ ໃນລາວ ໃນຂນະ ທີ່ສປປລາວ ຈະເຊື່ອມໂຍງ ເຂົ້າກັບ ປະຊາຄົມ ອາຊ໊ຽນ ແລະ ປະຊາຄົມໂລກ ໃນ ອະນາຄົດ. ນາງວ່າ ພາສາ ອັງກລິດ ເປັນພາສາ ອາຊ໊ຽນ ພາສາການຄ້າ ສາກົນ ແລະ ກໍເປັນພາສາ ອັນດັບ ທຳອິດ ໃນ ເຄືອຂ່າຍ ອິນເຕິແນັດ ແລະ ໃນຂ່າວສານ ສາກົນ ປະເພດຕ່າງໆ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard