ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການຂັດແຍ່ງ ເຣື່ອງ ທີ່ດິນ ໃນລາວ ທາງພາກໃຕ້ ນັບມື້ ມີເພີ້ມຂຶ້ນ.
Anonymous

Date:
ການຂັດແຍ່ງ ເຣື່ອງ ທີ່ດິນ ໃນລາວ ທາງພາກໃຕ້ ນັບມື້ ມີເພີ້ມຂຶ້ນ.
Permalink   
 


ການຂັດແຍ່ງ ເຣື່ອງ ທີ່ດິນ ໃນລາວ ທາງພາກໃຕ້ ນັບມື້ ມີເພີ້ມຂຶ້ນ

F-Rubber-plantation-in-Attapeu.jpg

blogspot

ພື້ນທີ່ ປູກຢາງພາຣາ ຂອງ ບໍຣິສັດ ຕ່າງປະເທດ ທີ່ແຂວງ ອັດຕະປື

ປະຊາຊົນ ລາວ ໃນແຂວງ ພາກໃຕ້ ຫລາຍໆແຫ່ງ ປະສົບ ບັນຫາຂັດແຍ່ງ ເຣື່ອງທີ່ດິນ ບ່ອນປູກຝັງ ທໍາມາຫາກິນ ມາຕລອດ ຍ້ອນສາເຫດ ທີ່ຣັຖບານ ໄດ້ອະນຸມັດ ໃຫ້ ບໍລິສັດ ຕ່າງຊາດ ເຂົ້າມາພັທນາ ໂຄງການ ຕ່າງໆ ເຊັ່ນ: ໂຄງການປູກ ຢາງພາຣາ.

ບັນຫາ ຂັດແຍ່ງ ເກີດຂຶ້ນໄດ້ ກໍເພາະວ່າ ກ່ອນທີ່ ທາງການແຂວງ ຫຼືເຖີງຂັ້ນ ຣັຖບານ ຈະອະນຸມັດ ໃຫ້ ສໍາປະທານ ພື້ນທີ່ດິນນັ້ນ ບໍ່ໄດ້ສໍາຣວດ ກວດກາ ໃຫ້ລະອຽດ ຄັກແນ່ ເສັຍກ່ອນ ເຂດສັມປະທານ ຈື່ງໄປກວມ ເອົາ ພື້ນທີ່ດິນ ຂອງຊາວບ້ານ. ດັ່ງຊາວລາວ ຜູ້ນຶ່ງ ທີ່ມີບັນຫາ ໄດ້ເວົ້າວ່າ ດັ່ງນີ້:

"ກະຊິມີເພີ້ມ ສາເຫດ ຂອງມັນ ກໍເວົ້າຜູ້ມີ ຜູ້ບໍມີ ທີ່ທໍາກິນ ຫລືວ່າບັນຫາ ເກີດຂຶ້ນຈາກ ການແພ່ຂຍາຍ ຂອງການກໍ່ສ້າງ ເປັນຕົ້ນ ອຸດສາຫະກັມ ຫລືອື່ນໆ ເປັນຕົ້ນແມ່ນ ການພັທນາ ການປູກຕົ້ນໄມ້ ອຸດສາຫະກັມ ຕ່າງໆ ຫລາຍແນວ ຕົວຈິງ ກໍເປັນແນວນັ້ນ".

ຊາວບ້ານ ຜູ້ນີ້ ເວົ້າອີກວ່າ ປັດຈຸບັນ ໃນຫລາຍແຂວງ ພາກໃຕ້ ການອະນຸມັດ ໃຫ້ປູກພືດ ອຸດສາຫະກັມ ບາງໂຄງການ ກໍຈະມີ ປະຊາຊົນ ຊາວບ້ານຮ່ວມນໍາ ໃນໂຄງການ ແຕ່ບັນຫາ ສ່ວນໃຫຍ່ ຈະເກີດກັບ ບໍລິສັດ ທີ່ມີ ນັກລົງທຶນ ເປັນເຈົ້າຂອງ ພຽງຝ່າຍດຽວ ຊຶ່ງຫລາຍ ກໍຣະນີ ພື້ນທີ່ ທີ່ໄດ້ຮັບ ສໍາປະທານ ໄປກວມເອົາ ເຂດທີ່ດິນ ຂອງຊາວບ້ານ ແລະ ກໍເກີດເຣື່ອງ ຜິດຖຽງກັນ ແຕ່ທາງການ ກໍບໍ່ໄດ້ ຊ່ວຍແກ້ໄຂ ໃຫ້ຄວາມ ຍຸຕິທັມ ແກ່ ປະຊາຊົນ ຊາວບ້ານເລີຍ. ເຈົ້າໜ້າທີ່ ສະພາ ແຫ່ງຊາດ ຍອມຮັບວ່າ ປະຊາຊົນ ໄດ້ຮ້ອງຮຽນມາ ກ່ຽວກັບ ບັນຫາດັ່ງກ່າວ ມີຈໍານວນ ຫລາຍຂຶ້ນກວ່າ ແຕ່ກ່ອນ. ເຈົ້າໜ້າທີ່ ເວົ້າວ່າ:

"ຫລາຍ ແລ້ວດຽວນີ້ ຫລາຍ ປະມານ ຫລາຍເຕີບແລ້ວ ດຽວນີ້ ສ່ວນຫລາຍ ຢູ່ທາງແຂວງ ພາກໃຕ້ຫລາຍ ເພາະດຽວນີ້ມັນ ກໍຫລາຍຢູ່ ບັນຫາມັນ ກໍຫລາຍຢູ່".

ກ່ຽວກັບ ບັນຫາຂັດແຍ່ງ ເຣື່ອງທີ່ດິນ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີລາວ ເຄີຍໄດ້ຖແລງ ຍອມຮັບ ໃນສະພາ ວ່າເປັນບັນຫາ ທີ່ປະຊາຊົນ ຮ້ອງຮຽນມາຍັງ ສະພາ ແຫ່ງຊາດ ຈໍານວນຫລາຍ ເພື່ອໃຫ້ ຣັຖບານແກ້ໄຂ ຢ່າງຮີບດ່ວນ ຍ້ອນວ່າ ປະຊາຊົນ ຍັງຂາດ ພື້ນທີ່ດິນ ເພື່ອການປູກຝັງ ທໍາມາຫາກິນ ສ່ວນຜູ້ທີ່ມີ ຊໍ້າພັດຖືກ ສໍາປະທານ ໃຫ້ ບໍລິສັດ ຂຍາຍໂຄງການ ກວມທັບ ເອົາໄປ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard