ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວປະດັບຫຼຽນໄຊ ໃຫ້ແກ່ຜູ້ນຳ ເຂດເສດຖະກິດພິເສດ ລອງແທ່ງ-ວຽງຈັນ
Anonymous

Date:
ລາວປະດັບຫຼຽນໄຊ ໃຫ້ແກ່ຜູ້ນຳ ເຂດເສດຖະກິດພິເສດ ລອງແທ່ງ-ວຽງຈັນ
Permalink   
 


ລາວປະດັບຫຼຽນໄຊ ໃຫ້ແກ່ຜູ້ນຳ ເຂດເສດຖະກິດພິເສດ ລອງແທ່ງ-ວຽງຈັນ

ພິທີປະດັບຫຼຽນໄຊແຮງງານໃຫ້ແກ່ຜູ້ນຳເຂດເສດຖະກິດພິເສດ ລອງແທ່ງ - ວຽງຈັນ ທີ່ມີຜົນງານອັນດີເລີດ ຊ່ວຍເຫຼືອສະມາຄົມອະດີດນັກຮົບລາວ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ - ຫວຽດນາມ...

 

ນາຍພົນຈັດຕະວາ ສົມພອນ ແກ້ວມີໄຊ ປະດັບຫຼຽນໃຊໃຫ້ແກ່ ຜູ້ນຳເຂດເສດຖະກິດພິເສດ ລອງແທ່ງ-ວຽງຈັນ
ວັນທີ 27 ກຸມພາ 2012, ທີ່ນະຄອນຫຼວງວຽງຈັນ, ທ່ານ ທອງສີງ ທຳມະວົງ, ນາຍົກລັດຖະ ມົນຕີ ແຫ່ງ ສປປ.ລາວ,ໄດ້ມອບສິດໃຫ້ທ່ານນາຍພົນຈັດຕະວາ ສົມພອນ ແກ້ວມີໄຊ,ປະທານ ສະມາຄົມອະດີດນັກຮົບລາວ ເປັນຜູ້ປະດັບຫຼຽນໄຊແຮງງານຊັ້ນ IIໃຫ້ທ່ານ ເລວັນກ໊ຽມ ປະ ທານສະພາຄຸ້ມຄອງເຂດເສດຖະກິດພິເສດ ລອງແທ່ງ-ວຽງຈັນ; ຫຼຽນໄຊແຮງງານຊັ້ນ IIIໃຫ້ ແກ່ທ່ານນາງ ເຈີ່ນເກີ່ມຍຸງ,ຜູ້ອຳນວຍການໃຫຍ່ ແລະທ່ານ ເລຮຸຍຮວ່າງ,ຮອງຜູ້ອຳນວຍການ ໃຫຍ່ເຂດເສດຖະກິດພິເສດ ລອງແທ່ງ-ວຽງຈັນ ໄດ້ມີຜົນງານອັນດີເລີດໃນການຊ່ວຍເຫຼືອ ສະ ມາຄົມອະດີດນັກຮົບລາວ,ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ຫວຽດນາມ-ລາວ,ຊຶ່ງໃຫ້ກຽດເຂົ້າຮ່ວມຂອງບັນດາພະນັກງານຂັ້ນສູງຂອງລາວ; ສະມາຄົມອະດີດນັກຮົບ ລາວ ແລະ ຫວຽດນາມ; ຜູ້ນຳສະຫະພັນສະມາຄົມຊາວຫວຽດນາມຢູ່ລາວ.
ກ່າວປາໄສທີ່ພີທີ,ນາຍພົນຈັດຕະວາ ສົມພອນ ແກ້ວມີໄຊ ໄດ້ຕີລາຄາສູງ ຄວາມໝາຍຂອງ ການເຄື່ອນໄຫວຕ່າງໆຢູ່ລາວ ຂອງທ່ານ ເລວັນກ໊ຽມ ແລະ ຄອບຄົວໃນຊຸມປີຜ່ານມາ.ນອກຈາກວຽກງານປະຊາສົງເຄາະ,ຄອບຄົວທ່ານເລວັນກ໊ຽມ ຍັງລົງທຶນເຂົ້າ ໃນການສ້າງເຂດເສດຖະກິດພິເສດ ລອງແທ່ງ-ວຽງຈັນ ຊຶ່ງໄດ້ເປັນແຫ່ງທຳອິດຂອງຫວຽດນາມຢູ່ລາວ.
ຕາງໜ້າຄອບຄົວ, ວີລະຊົນແຮງງານ ເລວັນກ໊ຽມ ໄດ້ສະແດງຄວາມຕື້ນຕັນໃຈເມື່ອໄດ້ລັດຖະບານລາວມອບຫຼຽນໄຊອັນສູງສົ່ງດັ່ງກ່າວ ພ້ອມທັງສະແດງຄວາມຂອບ ອົກຂອບໃຈມາຍັງພັກ,ລັດຖະບານ ແລະ ປະຊາຊົນລາວ ໄດ້ອຳນວຍຄວາມສະດວກ ໃຫ້ບໍລິສັດລົງທຶນ ແລະ ດຳເນີນທຸລະກິດຢ່າງຍາວນານຢູ່ລາວ ແລະໃຫ້ຄຳໝັ້ນ ສັນຍາ ຈະສູ້ຊົນສ້າງເຂດເສດຖະກິດພິເສດ ລອງແທ່ງ-ວຽງຈັນ ໃຫ້ກາຍເປັນເຂດເສດຖະກິດພິເສດທີ່ມີປະສິດທິຜົນສູງສຸດ ແລະ ຈະສືບຕໍ່ການປະຊາສົງເຄາະສັງຄົມ ຢູ່ລາວ ເພື່ອແທນບຸນແທນຄຸນ, ຮ່ວມສ່ວນອັນໜ້ອຍນິດເຂົ້າໃນການເພີ່ມພູນຄູນສ້າງການພົວພັນ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມຕະຫຼອດໄປ.


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard