ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອົງການສາກົນວ່າ ລາວປູກຝິ່ນຫຼາຍຂື້ນ
Anonymous

Date:
ອົງການສາກົນວ່າ ລາວປູກຝິ່ນຫຼາຍຂື້ນ
Permalink   
 


ອົງການສາກົນວ່າ ລາວປູກຝິ່ນຫຼາຍຂື້ນ

ຄນະກັມກາຣ ຄວບຄຸມ ຢາເສພຕິດ ນາໆຊາຕ ຫລື The International Narcotics Control Board ແລະ ສຳນັກງານ ປ້ອງກັນ ຢາເສພຕິດ ແລະ ປາບປາມ ອາຊຍາກັມ ແຫ່ງ ສະຫະປະຊາຊາຕ ຫລື UNODC ໄດ້ຮ່ວມ ປະຊຸມກັນ ຢູ່ສຳນັກງານ ປາບປາມ ຢາເສພຕິດ ທີ່ບາງກອກ ໃນມື້ວັນ ທີ່ 28 ກຸມພາ 2012 ນີ້ ໂດຽມີ ກາຣຣາຍງານ ກ່ຽວກັບ ສະຖານະກາຣ ກາຣປູກຝິ່ນ ໃນທົ່ວໂລກ ປະຈຳ ປີ 2011 ແລະ ພົບວ່າ ສປປລາວ ຍັງເປັນ ປະເທສ ທີ່ມີກາຣ ປູກຝິ່ນ ຢ່າງຫລວງຫລາຍ ຮອງຈາກ ອັຟການິສຖານ ແລະ ພະມ້າ ດັ່ງທີ່ ທ່ານ ວິໂຣດ ລຸ່ມໃຫຍ່ ຊຶ່ງກໍເປັນ ຄນະກັມກາຣ ຮວມໄດ້ກ່າວ ໃນຕອນໜຶ່ງວ່າ:

'The situation in Laos… ທ່ານວ່າ "ສະຖານະກາຣ ປູກຝິ່ນ ຢູ່ເມືອງລາວໃນປັຈຈຸບັນ ນີ້ນັ້ນ ລາວ ເປັນປະເທສ ທີ່ມີກາຣ ຜລິຕ ຢາຝີ່ນ ຫລາຍ ອັນດັບທີ່ 3 ໃນໂລກ ຮອງຈາກ ອັຟການິສຖານ ພະມ້າ ແລ້ວ ກໍແມ່ນລາວ".

ໃນຂນະດຽວກັນ ທາງ ສໍານັກງານ UNODC ກໍໄດ້ແຈ້ງວ່າ ສໍາຫລັບ ພື້ນທີ່ ກາຣປູກຝິ່ນ ໃນລາວ ກໍເພີ່ມຂຶ້ນຈາກ 3,000 ເຮັກຕ໊າ ໃນປີ 2010 ຂຶ້ນມາເປັນ 4,100 ເຮັກຕ໊າ ໃນປີ 2011 ຊຶ່ງສ່ວນຫລາຍ ແມ່ນ ຢູ່ຕາມ ເຂຕແຂວງ ທາງພາຄເໜືອ ຂອງລາວ.

ຢ່າງໃດ ກໍຕາມ ທາງ UNODC ກໍໄດ້ໃຫ້ ຂໍ້ມູລເພີ່ມວ່າ ໃນປີ 2010 ທາງເຈົ້າໜ້າທີ່ ກ່ຽວຂ້ອງ ໃນລາວ ກໍສາມາຖຍຶດ ແລະ ທຳລາຍ ພື້ນທີ່ປູກຝິ່ນ ໄດ້ທັງໝົດ ບໍ່ຕໍ່າກວ່າ 580 ເຮັກຕ໊າ ແຕ່ກໍຍັງມີ ກາຣລັກລອບ ປູກຝີ່ນ ຢູ່ລາວ ອີກຫລາຍແຫ່ງ ທີ່ ທາງກາຣລາວ ຍັງບໍ່ສາມາຖ ສຳຣວຈ ຫລືຄົ້ນເຫັນ ເທື່ອ ໃນເວລານີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard