ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢູ່​ເຂດຍອດ​ແຈ້ງ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ,ປະຊາຊົນ ໄລ່ນັກທຸລະກິດປູກ ຢາງ ກັບປະເທດ


Guru

Status: Offline
Posts: 730
Date:
ຢູ່​ເຂດຍອດ​ແຈ້ງ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ,ປະຊາຊົນ ໄລ່ນັກທຸລະກິດປູກ ຢາງ ກັບປະເທດ
Permalink   
 


ຢູ່​ເຂດຍອດ​ແຈ້ງ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ,ປະຊາຊົນ ໄລ່ນັກທຸລະກິດປູກ

ຢາງ ກັບປະເທດ

8.6.2012kuk12ujkyjpytrhw1678068tj3yjyutk.JPG8_6_2012kuk12ujkyjpytrhw1678068tj3yjyutk (1)887ຮສຮີ.JPG

ໂຄງການ​ປູກ​ຢາງພາລາຢູ່​ເຂດຍອດ​ແຈ້ງ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ, ຂອງ​ບໍລິສັດ​ອັບ​ປໍ​ໂລ​ທາຍ​ສ໌ອາດຢຸດ​ສະ​ງັກ, ຫລັງ​ຈາກ​ທີ່ ມີປະຊາຊົນ ແລະ ເອກະຊົນຈຳນວນຫນຶ່ງ ໄດ້ເຂົ້າໄປຈັບຈອງແລະ ຊື້-ຂາຍທີ່​ດິນແບບບໍ່ຖືກຕ້ອງ​ໃນ​ບໍລິ​ເວນ​ດັ່ງກ່າວ, ຂະນະທີ່ບໍລິສັດຜູ້​ສຳ​ປະທານ ຂູ່ ອາດພາຍກະເປົາກັບບ້ານຫາກບໍ່ສາມາດບຸກເບີກເນື້ອທີ່ປູກຢາງໄດ້ 2.500 ເຮັກຕາ​ໃນ​ເບື້ອງ​ຕົ້ນ.

ຫລັງ​ຈາ​ທີ່​ມີ​ເລື່ອງ​ຂັດ​ແຍ່ງກ່ຽວກັບ​ການ​ສຳ​ປະທານ​ທີ່​ດິນ​ບໍລິ​ເວນ​ເຂດ​ບ້ານ​ຍອດ​ແຈ້ງ​, ຈົນ​ຜູ້ລົງທຶນ​ບໍ່ພໍ​ໃຈ​ຕໍ່​ຂໍ້​ຜິດພາດ​ໃນ​ການ​ປະກອບ​ທຸລະ​ກິດ, ຫລ້າ​ສຸດ​ເມື່ອທ້າຍເດືອນພຶດສະພາຜ່ານ​ມາ​ນີ້ ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນ​ໄດ້​ນຳ​ເຈົ້າ​ຫນ້າ​ທີ່​ກ່ຽວຂ້ອງ ລົງສຳຫລວດພື້ນທີ່ການສຳປະທານເນືື້ອທີ່ດິນຂອງບໍລິສັດເຄພີໃນເມື່ອກ່ອນ ເຊິ່ງໄດ້ຮັບອະນຸຍາດການສຳປະທານດິນປູກໄມ້ອຸດສາຫະກຳ ຢູ່ເຂດຍອດແຈ້ງ ເມືອງໂພນໂຮງຈາກລັດຖະບານໃນປີ 1994 ຈຳນວນ 10.000 ເຮັກຕາ ,ແຕ່ປະຈຸບັນບໍສິສັດເຄພີໄດ້ມີການຮ່ວມມືກັບນັກລົງທຶນຊາວອິນເດຍ ​ແລະ ​ໄດ້​ປ່ຽນຊື່ມາ​ເປັນ ບໍລິສັດອັບປໍໂລທາຍສ໌ລາວ ໂດຍມີຈຸດປະສົງຈະບຸກ​ເບີກເນື້ອທີ່ດັ່ງກ່າວ ໃຫ້ກາຍເປັນສວນຢາງພາລາ ແລະ ຈະສ້າງໂຮງງານທີ່ສາມາດຜະລິດຢາງຕີນລົດຢູ່​ສປປ ລາວ​ໃນ​ອະນາຄົດ, ແຕ່ຜ່ານການລົງປະຕິບັດຢູ່ພື້ນທີ່ຕົວຈິງຊ້ຳພັດມີບັນຫາຕິດ​ຂັດ​ບໍ່​ຫນ້ອຍ, ຍ້ອນເນື້ອທີ່ດິນຈຳນວນ 10.000 ເຮັກຕາ ຢູ່ບໍລິເວນນັ້ນອາດບໍ່ຄົບຕາມຈຳນວນ, ຊ້ຳ​ບໍ່​ຫນຳຍັງມີປະຊາຊົນ ​ແລະ ຜູ້​ມີ​ອິດ​ທິພົນ​ເຂົ້າ​ມາຈັບຈອງ, ຊື້-ຂາຍ​ເນື້ອ​ທີ່​ດິນ​ດັ່ງກ່າວ​ແບບ​ຊະຊາຍ, ເຊິ່ງເປັນເຫດໃຫ້ການບຸກເບີກເນື້ອທີ່ສວນ​ເພື່ອກ້າ​ເບ້ຍ​ຢາງ ແລະ ການປູກຕ້ອງຊັກຊ້າອອກໄປ.

ທ່ານ ມູລາລີ ໂກປາວ ຫົວຫນ້າສາຂາບໍລິສັດອັບປໍໂລທາຍສ໌ລາວຈຳກັດ ອອກມາຂໍຮ້ອງຕໍ່ອຳນາດການປົກຄອງແຂວງວຽງຈັນ ໃຫ້ເຂົ້າໄປມີບົດບາດໃນການໄກ່ເກ່ຍຂໍ້ຂັດແຍ່ງບັນຫາທີ່ດິນໃນເນື້ອທີ່ສຳປະທານຂອງຕົນ ເພື່ອໃຫ້ກິດຈະການສາມາດດຳເນີນການຕໍ່ໄປໄດ້ເຊິ່ງບໍລິສັດຂອງຕົນເປັນບໍລິສັດຜະລິດຕີນລົດຍັກໃຫຍ່ໃນອິນເດຍ ແລະ ມີສາຂາໃນຫລາຍປະເທດໃນໂລກ ເຊິ່ງຄວາມຈິງໃຈຢາກລົງທຶນໃນ ສປປ ລາວ, ຖ້າຫາກເປັນໄປຕາມແຜນທີ່ວາງໄວ້ຄື: ສາມາດປູກຢາງພາລາຈຳນວນ 10.000 ເຮັກຕາໄດ້​ເມື່ອ​ໃດ ບໍລິສັດຕົນກໍຈະສ້າງໂຮງງານ​ຜະລິດ​ຢາງ​ລົດກັບທີ່ເລີຍເຊິ່ງຄາດວ່າຈະມີມູນຄ່າການກໍ່ສ້າງເຖິງ 50-60 ລ້ານໂດລາ.



__________________
Anonymous

Date:
RE: ຢູ່​ເຂດຍອດ​ແຈ້ງ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ,ປະຊາຊົນ ໄລ່ນັກທຸລະກິດປູກ ຢາງ ກັບປະເທດ
Permalink   
 


ເອົາເລີຍພີ່ນອ້ງຊາວລາວ ລຸກຂື້ນໄດ້ແລ້ວ ໄລ່ພວກມັນ

ກັບປະເທດມັນເລີຍ ລັດຖະບານພວກນີ້ໃນຫົວສະໝອງ

ພວກເຂົາມີແຕ່ສໍ່ໂກງ ພັກລັດຜີຫ້າ ເຫັນຄົນຊາດອື່ນດີ

ກວ່າຊາດຄຕົວະເອງ ປະຊາຊົນຫາບອ່ນຈະປູກຝັງກິນ

ບໍ່ມີ ບ່ອນໃດກະເອົາໄປໃຫ້ຄົນຕ່າງຊາດໝົດ




__________________
Anonymous

Date:
Permalink   
 

ຕາມທັດສະນັດຂອງຂ້າພະເຈົ້າແລ້ວຖ້າຫາກບໍລິສັດຈິງໃຈໃນການລົງທືນຕາມທີ່ວ່າແລ້ວ

ບໍລິສັດບໍ່ຈຳເປັນທີ່ຈະຕ້ອງລົງທືນປູກຢາງດ້ວຍຕົນເອງກໍ່ໄດ້ໂດຍທີ່ເຮັດສັນຍາຜູກພັນກັບເຈົ້າຂອງສວນ

ຢາງແຕ່ລະສວນໄວ້ໂດຍທີ່ລາຄາຢາງອາດຈະຂື້ນລົງຕາມລາຄາຕະຫຼາດຂ້າພະເຈົ້າຄິດວ່າການໃຫ້ສຳປະທານອາດຈະເຣັດໃຫ້ປະຊາ ຊົນເສຍພື້ນທີ່ໃຫ້ໂຄງການຊື່ຯປະຊາຊົນລາວອາດຈະບໍ່ໄດ້ຜົນປະໂຫຍດເທົ່າທີ່ຄວນເທົ່າກັບປະຊາຊົນປູກເອງ,

ລົງທືນເອງແຕ່ຂາຍໃຫ້ບໍ່ລິສັດຄືຊິດີກ່ວາອີກຢ່າງການສຳປະທານທີ່ດີນກໍ່ໃຊ້ເວລາດົນນານບາງເທື່ອອານາຄົດຕໍ່ໄປ

ການຊົມໃຊ້ຢາງອາດຫຼຸດລົງເຣັດໃຫ້ລາຄາຢາງຕົກ,ແລ້ວບໍ່ສາມາດຊິເຣັດຫັຍງໄດ້ຖ້າເປັນຂອງປະຊາຊົນເອງເຂົາເຈົ້າອາດທຳລາຍ

ຖີ້ມແລະປູກພືດສະນິດອື່ນທົດແທນ ຫາກພືດຊະນິດນັ້ນ ໃຫ້ຜົນຕອບແທນທີ່ດີ



__________________
Anonymous

Date:
Permalink   
 

Anonymous wrote:

ຕາມທັດສະນັດຂອງຂ້າພະເຈົ້າແລ້ວຖ້າຫາກບໍລິສັດຈິງໃຈໃນການລົງທືນຕາມທີ່ວ່າແລ້ວ

ບໍລິສັດບໍ່ຈຳເປັນທີ່ຈະຕ້ອງລົງທືນປູກຢາງດ້ວຍຕົນເອງກໍ່ໄດ້ໂດຍທີ່ເຮັດສັນຍາຜູກພັນກັບເຈົ້າຂອງສວນ

ຢາງແຕ່ລະສວນໄວ້ໂດຍທີ່ລາຄາຢາງອາດຈະຂື້ນລົງຕາມລາຄາຕະຫຼາດຂ້າພະເຈົ້າຄິດວ່າການໃຫ້ສຳປະທານອາດຈະເຣັດໃຫ້ປະຊາ ຊົນເສຍພື້ນທີ່ໃຫ້ໂຄງການຊື່ຯປະຊາຊົນລາວອາດຈະບໍ່ໄດ້ຜົນປະໂຫຍດເທົ່າທີ່ຄວນເທົ່າກັບປະຊາຊົນປູກເອງ,

ລົງທືນເອງແຕ່ຂາຍໃຫ້ບໍ່ລິສັດຄືຊິດີກ່ວາອີກຢ່າງການສຳປະທານທີ່ດີນກໍ່ໃຊ້ເວລາດົນນານບາງເທື່ອອານາຄົດຕໍ່ໄປ

ການຊົມໃຊ້ຢາງອາດຫຼຸດລົງເຣັດໃຫ້ລາຄາຢາງຕົກ,ແລ້ວບໍ່ສາມາດຊິເຣັດຫັຍງໄດ້ຖ້າເປັນຂອງປະຊາຊົນເອງເຂົາເຈົ້າອາດທຳລາຍ

ຖີ້ມແລະປູກພືດສະນິດອື່ນທົດແທນ ຫາກພືດຊະນິດນັ້ນ ໃຫ້ຜົນຕອບແທນທີ່ດີ


  ແນວຄິດຂອງທ່ານດີ ຂໍຊົມເຊີຍ



__________________
Anonymous

Date:
Permalink   
 

ພາກັນປຽ່ນແນວຄິດໃໝ່ສາ ຈູມມະລີ/ທອງສິງ ເຫັນເບາະ ສາມຈັງຫວັດພາກໃຕ້ຂອງໄທຍ ຖ້າປະຊາຊົນລຸກຂື້ນແລ້ວຢູ່ຍາກເດີ ພວກເຈົ້າ ນີ້ຄືຄຳ

ເຕືອນ, ຂອ້ຍບໍ່ຢາກເຫັນ ລາວ ຂ້າ ລາວ ດວ້ຍກັນອີກ

ຈາກຜູ້ຫວັງດີ,,,,,,



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard