ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄຳຮ້ອງທຸກຈາກພັນ​ລະ​ຍາ ຂອງ ທ່ານສົມບັດ
Anonymous

Date:
ຄຳຮ້ອງທຸກຈາກພັນ​ລະ​ຍາ ຂອງ ທ່ານສົມບັດ
Permalink   
 


ຄຳຮ້ອງທຸກຈາກພັນ​ລະ​ຍາ ຂອງ ທ່ານສົມບັດ

cropped-sombath-banner.jpg

ຄໍາ​ຮ້ອງທຸກ

ຮຽນ: ບັນດາທ່ານທີນັບຖື

​ເລື່ອງ: ຂໍ​ຄວາມ​ຊ່ວຍ​ເຫຼືອ​​ຕິດຕາມ​​ການ​ດຳ​ເນີນ​ການ​ສືບຂ່າວ​ຊອກ​ຫາ​ຄົນ​ຫາຍຂອງ​ເຈົ້າ​ໜ້າ​ທີ່​

ຂ້າພະ​ເຈົ້າ ນາງ ອຶງ ຊຸຍ​ມິ​ງ, ປະຈຸບັນຢູ່​ບ້ານ ​ໂຄກ​ນິນ, ​ເມືອງ ສີ​ສັດຕະ​ນາກ ນະຄອນຫຼວງ ວຽງຈັນ. ມີ​ຈຸດປະສົງ​ ຂໍ​ຮ້ອງທຸກ​ມາ​ຍັງ​ທ່ານ ​ແລະ​ນີ້​ກໍເປັນ​ຄຳ​ຮ້ອງທຸກ​ສະບັບ​ທີ​ສາມ​​ທີ່​ຂ້າພະ​ເຈົ້າ​ໄດ້​ຂຽນ​ຂຶ້ນ​ໃນ​ເລື່ອງ: ການຂໍ​ຄວາມ​ຊ່ວຍ​ເຫຼືອຕິດຕາມ​ການ​ດຳ​ເນີນ​ການສືບຂ່າວຊອກ​ຫາ​ການ​ຫາຍ​ຕົວ​ຂອງ​ສາມີ ຊື່ ທ້າວສົມບັດສົມ​ພອນ, ອາຍຸ 60 ປີ, ທີ່​ໄດ້​ຫາຍ​ຕົວ​ໄປ​ໃນ​ວັນ​ທີ 15 ທັນວາ 2012.

ມື້​ນີ້​ເປັນ​ມື້​ທີ່ 45​​ຫລັງ​ຈາກ​ສາມີ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫາຍ​ຕົວ​ໄປ ​ແລະ ຂ້າ​ພະ​ເຈົ້າ​​ເຮັດ​ທຸກ​ຢ່າງ​ທີ່​ເປັນ​ການ​ຮ່ວມ​ມື​ກັບ​​ເຈົ້າ​ໜ້າ​ທີ່​ຕຳຫລວດ​ໃນ​ການ​ໃຫ້​ຂໍ້​ມູນ​ເພື່ອ​ຊ່ວຍ​ໃນ​ການ​ສືບ​ຫາ​ຕົວ​ສາມີ​ຂອງຂ້າພະ​ເຈົ້າ ​​ໃຫ້ໄວ​ເທົ່າ​ທີ່​ຈະ​ໄວ​​ໄດ້. ຂ້າພະ​ເຈົ້າ​ເອງ​ກໍ​ໄດ້​ພົບ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ແລະ​ພະນັກງານ​ຂອງ​ສະພາ​ເອງ​ເພື່ອ​ຍື່ນ​ຄຳ​ຮ້ອງທຸກ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ນາມ​ຂອງ​ປະຊາຊົນ​ເພື່ອ​ຜັກ​ດັນ​ການ​ສືບ​ຫາ​​ໃຫ້ໄວ​ຂຶ້ນ. ​ແຕ່​ເຖີງຢ່າງ​ໃດກໍ່ດີ​ທຸກ​ຂໍ້​ມູນ ​ແລະທຸກ​ຂະ​ບວນການ​ທີ່​ຂ້າພະ​ເຈົ້າ​ໄດ້​ເຮັດ​ລົງ​ໄປນັ້ນ​ກໍ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຍັງ​ທັງ​ໝົດ​ກ່ຽວ​ກັບ​ການ​ສືບ​ຂ່າວ, ນອກຈາກ​ຖະ​ແຫລ​ງການ​ທີ່​ເຈົ້າ​ໜ້າ​ທີ່​​​ໄດ້​ບອກ​ທາງ​ສື່​ມວນ​ຊົນ​ວ່າ ”ປະຈຸບັນເຈົ້າໜ້າທີ່ກໍາລັງທໍາການສືບຫາ​”

http://sombath.org/lao/global-concern/third-letter-from-wife/



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard