ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການພັທນາທີ່ທໍາລາຍປະຊາຊົນ
Anonymous

Date:
ການພັທນາທີ່ທໍາລາຍປະຊາຊົນ
Permalink   
 


ການພັທນາທີ່ທໍາລາຍປະຊາຊົນ

cced10d7-567c-439b-8f54-01b659507cd0.jpeg

 

ກຸ່ມນັກຄົ້ນຄວ້າຈາກຕ່າງປະເທດ ທີ່ຢູ່ໃນລາວມາເປັນເວລາ 10 ກວ່າປີແລ້ວ ເວົ້າວ່າ ການໃຫ້ສໍາປະທານ ທີ່ດິນ ແກ່ນັກລົງທຶນຕ່າງຊາດ ຂອງຣັຖບານລາວ ໃນຣະຍະ ທີ່ຜ່ານມາ ດັ່ງນັກ ລົງທຶນຈີນ ວຽດນາມ ແລະໄທ ເພື່ອການກະເສດ ຫລາຍພັນເຮັກຕາ ແລະໂຄງການ ພັທນາ ຕ່າງໆໃນລາວ ເຊັ່ນການ ຂຸດຄົ້ນແຮ່ທາດ ປູກຕົ້ນໄມ້ເສຖກິດ ປູກຢາງພາລາ ສ້າງເຂື່ອນໄຟຟ້າ ແລະອື່ນໆ ເພື່ອເຮັດໃຫ້ເສຖກິດ ເຕີບໃຫຍ່ຢ່າງນ້ອຍ 7 ຫາ 8% ທີ່ຣັຖບານລາວບອກວ່າ ເປັນໂຄງການທີ່ບໍ່ສາມາດ ຫລີກລຽງໄດ້ ແຕ່ໂຄງການດັ່ງກ່າວ ສົ່ງຜົລກະທົບຕໍ່ ປະຊາຊົນຢ່າງ ໃຫຍ່ຫລວງ ແທນທີ່ຈະເປັນການ ຍົກຣະດັບການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ແຮງເຮັດໃຫ້ປະຊາຊົນ ທຸກຍາກກວ່າ ເກົ່າ ໂດຍສະເພາະ ຜູ້ທີ່ເສັຽພື້ນທີ່ໃຫ້ ແກ່ນັກລົງທືນ ຈາກການ ສໍາປະທານຂອງຣັຖບານ.

ກຸ່ມນັກຄົ້ນຄວ້າ ໄດ້ໃຊ້ດາວທຽມສອຊ່ອງເບີ່ງໂຄງການ ພັທນາຕ່າງໆໃນລາວ ຕາມເຂດຕ່າງໆ ໃນທົ່ວປະເທດພົບວ່າ ບາງໂຄງການກໍຕັດ ໄມ້ອອກໄປຂາຍແລ້ວ ກໍບໍ່ໄດ້ເຮັດຫຍັງ ຫລັງຈາກນັ້ນກໍປະດິນຖິ້ມໄວ້ບາງໂຄງການກໍຍຶດເອົາດິນທີ່ອຸດົມສົມບູນຈາກຊາວບ້ານເຮັດໃຫ້ຊາວ ບ້ານຕ້ອງໄດ້ໂຍກຍ້າຍ ບໍ່ມີບ່ອນຢູ່ອາສັຍ ບ່ອນທຳມາຫາກີນທີ່ຫມັ້ນຄົງແລະ ຫລາຍຄອບຄົວກໍບໍ່ມີດິນຢູ່ຍ້ອນໂຄງການຂອງຣັຖບານ ໃຫ້ ການຊ່ອຍເຫລືອ ພຽງແຕ່ຣະຍະສັ້ນ ຫລັງຈາກນັ້ນປະຊາຊົນຕ້ອງກຸ້ມຕົນເອງ ປະຊາຊົນບໍ່ພໍໃຈ ແຕ່ກໍເຮັດຫຍັງບໍ່ໄດ້.

ກຸ່ມນັກຄົ້ນຄວ້າບອກວ່າແຜນການໃຫ້ສໍາປະທານທີ່ດິນສໍາລັບການພັທນາຂອງຣັຖບານລາວນັ້ນແຮງເຮັດໃຫ້ ປະຊາຊົນທຸກຍາກ ຕື່ມອີກ ຍ້ອນຂາດທີ່ຢູ່ອາສັຍ ແລະພື້ນທີ່ທໍາມາຫາກີນ.



__________________
Anonymous

Date:
Permalink   
 

RUISAEST1_18.jpg

ນະໂຍບາຍຫັນຊັບໃຫ້ເປັນທຶນເປັນນະໂຍບາຍເອື້ອປະໂຫຍດ, ເວົ້າແຈ້ງໆ ມັນເປັນການໃຊ້ໜີ້ສົງຄາມ

ທີ່ຣັສເຊຍ ຈີນ ຫວຽດນາມ ແລະ ປະເທດສັງຄົມນິຍົມອື່ນໆທີ່ໄດ້ໃຫ້ການຊ່ອຍເຫລືອຕອນເຂົາ

ເຮັດການປະຕິວັດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard