ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບົດລາຍງານ "ດອກໄມ້ " ຂອງ ສປປລາວ
Anonymous

Date:
ບົດລາຍງານ "ດອກໄມ້ " ຂອງ ສປປລາວ
Permalink   
 


ສປປ ລາວ ທົ່ວປະເທດ ຍັງເຫລືອຄອບຄົວທຸກຍາກ 76.000 ຄອບຄົວ

somboun.jpg11329894_712694138857685_892292870640111405_n.jpg?oh=e98e431f7bd20ba7128d50d24ca81760&oe=5630D52911665719_1087411161299707_8352141061913615826_n.jpg?oh=3b81b5c38268751280229dc040feda53&oe=5622049811692671_1087411177966372_4909669155911310076_n.jpg?oh=cbcc9b86d3ada4b745a1f17fe3c7270f&oe=5612846211659325_1014619721923462_288227753447694974_n.jpg?oh=a0b34a29dd3f47346cc84ceb8df7f88f&oe=5622B366

 ໃນການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຕິດ​ພັນ​ກັບ​ວຽກ 3 ສ້າງ ມາ​ຮອດ​ປັດຈຸບັນ ສາມາດ​ລຶບລ້າງ​ຄວາມທຸກ​ຍາກ​ໄດ້​ 124.074 ຄອບຄົວ, ຍັງ​ເຫລືອ​ຄອບຄົວ​ທຸກ​ຍາກ​ທັງ​ໝົດ 76.046 ຄອບຄົວ ​ເທົ່າ​ກັບ 6.59% ຂອງ​ຄອບຄົວ​ທັງ​ໝົດ; ​ສາມາດ​ລົບ​ລ້າງ​ບ້ານ​ທຸກ​ຍາກ​ໄດ້ 1.439 ບ້ານ, ຍັງ​ເຫລືອ​ບ້ານ​ທຸກ​ຍາກ 1.736 ບ້ານ ​ເທົ່າ​ກັບ 20,50% ຂອງ​ຈຳນວນ​ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ​ແລະ ສາມາດ​ສ້າງ​ບ້ານ​ພັດທະນາ ​ເພີ່ມ​ຂຶ້ນ​ເປັນ 3.308 ບ້ານ. ພ້ອມ​ກັນ​ນີ້ ກໍ​ໄດ້​ຮັບຮອງ ​ແລະ ປະກາດ​ບ້ານ​ໃຫຍ່​ເປັນ​ຕົວ​ເມືອງ​ນ້ອຍ​ຢູ່​ຊົນນະບົດ ​ຢູ່​ແຂວງ​ບໍລິ​ຄຳ​ໄຊ ຈຳນວນ 2ບ້ານ​ ຂອງ​ເມືອງ​ບໍລິ​ຄັນ ​ແລະ ​ເມືອງ​ປາກ​ກະດິງ.

ຕາມ​ຂໍ້​ມູນ​ຈາກ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ໃຫ້​ຮູ້​ໃນ​ໂອກາດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ນີ້​ວ່າ: ໝາກຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ ແມ່ນ​ຍ້ອນ​ຄະນະ​ພັກ, ອຳນາດ​ການ​ປົກຄອງທຸກ​ຂັ້ນ ​ໄດ້​ສຸມ​ໃສ່​ຊຸກຍູ້​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ເປັນ​ຕົ້ນ ​ເລັ່ງ​ໃສ່​ປັບປຸງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ຄະນະ​ພັກ​ຮາກ​ຖານ​ກຸ່ມ​ບ້ານ ​ແລະ ບ້ານ​ຈຸດ​ສຸມ, ບ້ານ​ພັດທະນາ, ​ເຂດ​ທີ່​ໝັ້ນຂອງ​ການ​ປະຕິວັດ, ບ້ານ​ວິລະ​ຊົນ, ຈຸດ​ສຸມ​ເຂດ​ພູດ​ອຍ, ຊົນ​ເຜົ່າ​ທີ່​ມີ​ຄວາມ​ຫຍຸ້ງຍາກ, ຈຸດ​ສຸມ​ຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຖາ​ວອນ​ໃຫ້​ປະຊາຊົນຢ່າງ​ຈິງ​ຈັງ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ພື້ນຖານ​ມີ​ຄວາມ​ເຂັ້ມ​ແຂງ, ອຳນາດ​ການ​ປົກຄອງ​ມີ​ຄວາມ​ເຂັ້ມ​ແຂງ, ມີ​ຄວາມ​ສະຫງົບ, ​ເປັນ​ລະບຽບ​ຮຽບຮ້ອຍ, ຕ້ານປະກົດ​ການ​ຫຍໍ້​ທໍ້​ໃນ​ໝູ່​ບ້ານ ​ແລະ ອື່ນໆ; ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ທີ່​ໄດ້​ຮັບ​ອະນຸມັດ​ໃນ​ສົກ​ປີ 2014-2015 ສ່ວນ​ ​ໃຫຍ່​ແມ່ນ​ປັບປຸງ​ພື້ນ​ຖານ​ໂຄງ​ລ່າງ ​ເພື່ອ​ອຳນວຍຄວາມ​ສະ ດວກ​ໃຫ້​ແກ່​ການ​ຜະລິດ​ເປັນ​ສິນຄ້າ ​ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ, ສ້ອມ​ແປງ ​ແລະ ກໍ່ສ້າງ​ໂຮງຮຽນ ພ້ອມທັງ​ຂະຫຍາຍຕາໜ່າງສາທາລະນະ​ສຸກ ​ແລະ ວຽກ​ສາທາລະນະ​ສຸກ​ຂັ້ນ​ພື້ນຖານ​ ລົງ​ສູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ເປັນ​ຕົ້ນ ການ​ສະໜອງ​ນ້ຳ​ສະອາດ, ກໍ່ສ້າງ​ສຸກສາລາ, ສ້າງ​ວິດຖ່າຍ​​ໃນໂຮງຮຽນ ​ແລະ ຄອບຄົວ​ຂອງ​ປະຊາຊົນ.

ສຳລັບ​ວຽກ 3 ສ້າງ ​ໂດຍ​ອີງ​ໃສ່​ການ​ກວດກາ ​ ປະ​ເມີນ​ຄວາມທຸກ​ຍາກ ແລະ ການ​ພັດທະນາ ຕາມ​ດຳລັດ 309/ນຍ ປີ 2014 ​ເຫັນ​ວ່າ ​ຢູ່​ບ້ານ​ເຮັດ​ທົດ​ລອງ 3 ສ້າງ 109 ບ້ານ, ມີ​ບ້ານ​ພັດທະນາ 82 ບ້ານ ​ແລະ ບ້ານ​ປອດ​ຄະ ດີ 109  ບ້ານ; ດ້ານ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ ໄດ້​ເພີ່ມ​ຂຶ້ນ​ທຸກ​ເມືອງ ຍ້ອນ​ມີ​ການ​ເກັບ​ກຳ​ຖານ​ຂໍ້​ມູນ​ຄືນ​ໃໝ່ ​ແລະ ບ້ານ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ 40% ສະ​ແດງ​ອອກ​ມີ 70 ບ້ານ ​ໃນ 109 ບ້ານ ​ແລະ 41 ​ເມືອງ​ຈາກ 51 ​ເມືອງ​ທົດ​ລອງ ສາມາດ​ເກັບ​ລາຍຮັບ​ໄດ້​ເກີດ​ແຜນການ​ທີ່​ກຳນົດ​ໄວ້.



__________________
Anonymous

Date:
Permalink   
 

http://siengserixonlao.com/home
www.siengserixonlao.com

ລາຍການວັນນີ້ທີ່02 07 2015
ເວລາ21 ໂມງທີ່ປາຣີສ
15ໂມງທ່ຽງທີ່ອມຣກ
3ໂມງເຊົ້າທີ່ສປປລ(ສັດປ່າປົກຄອງລາວ)
ແລະ7ໂມງເຊົ້າທີ່ອົສຕຣາລີ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard