ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະທານອົງການ ຕ້ານການສໍ້ລາດບັງຫຼວງແຫ່ງຊາດ. ຢືນຢັນຈະເປີດເຜີຍຄະດີສໍ້ລາດບັງຫຼວງໃນລາວ
Anonymous

Date:
ປະທານອົງການ ຕ້ານການສໍ້ລາດບັງຫຼວງແຫ່ງຊາດ. ຢືນຢັນຈະເປີດເຜີຍຄະດີສໍ້ລາດບັງຫຼວງໃນລາວ
Permalink   
 


27545218_1455551804555954_60658017153210

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການ ກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຖະແຫຼງຢືນຢັນວ່າຄະນະກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ມີມະຕິຕົກລົງ ແລະ ມອບໝາຍໃຫ້ອົງການກວດກາພັກ-ລັດເປັນພາກສ່ວນທີ່ຮັບຜິດຊອບໃນການພິຈາລະນາ ກ່ຽວກັບ ການນຳສະເໜີ ແລະ ເຜີຍແຜ່ກໍລະນີ ຫຼື ສໍ້ລາດບັງຫຼວງຂອງບັນດາພະນັກງານພັກ-ລັດອອກສູ່ການຮັບຮູ້ຂອງປະຊາຊົນ ລາວຢ່າງກວ້າງຂວາງໂດຍຜ່ານເຄືອຂ່າຍສື່ມວນຊົນໃນທົ່ວປະເທດ ແຕ່ວ່າຈະມີການຍົກເວັ້ນບາງກໍລະນີ ຫຼື ຄະດີທີ່ຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ. ທັງທີ່ໂດຍອົງການກວດກາລັດຖະບານ ລາຍງານວ່າ ໄດ້ກວດພົບໂຄງການນອກແຜນການຂອງລັດຖະບານ ໃນສົກປີ 2017 ຈຳນວນ 285 ໂຄງການທີ່ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ, ອັດຕະປື ແລະ ວຽງຈັນ ທີ່ມີມູນຄ່າຫຼາຍກວ່າ 4,483 ຕື້ກີບ ທີ່ມີການຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົດໝາຍໃນດ້ານງົບປະມານລາຍຮັບລາຍຈ່າຍ ແລະ ບໍ່ຜ່ານການຮັບຮອງໂດຍສະພາແຫ່ງຊາດ ຊຶ່ງຍັງບໍ່ລວມເຖິງຜົນເສຍຫາຍທີ່ເກີດຂຶ້ນ.

 ຈາກການລັກລອບຂົນສົ່ງໄມ້ໄປຕ່າງປະເທດໃນມູນຄ່າເກີນກວ່າ 2,407 ຕື້ກີບໃນປີ2015-2016 ຊຶ່ງການຈັດຕັ້ງປະຕິບັດໄດ້ຄືແນວນີ້ຍ່ອມຈະຕ້ອງມີການຮ່ວມມືກັນຢ່າງເປັນຂະບວນການທັງພາກສ່ວນທີ່ເປັນພະນັກງານລັດ, ນັກທຸລະກິດເອກະຊົນ ແລະ ນັກທຸລະກິດຊາວຕ່າງຊາດທີ່ລົງທຶນຢູ່ໃນລາວ.

 ອົງການກວດກາແຫ່ງລັດກໍໄດ້ລົງໂທດທາງວິໄນຕໍ່ບັນດາພະນັກງານພັກ-ລັດທີ່ກ່ຽວຂ້ອງໃນການສໍ້ລາດບັງຫຼວງຈຳນວນ 165 ຄົນໃນນີ້ກໍມີເຖິງ 38 ຄົນທີ່ຖືກສານປະຊາຊົນ ຕັດສິນລົງໂທດຈຳຄຸກໃນຄວາມຜິດ ກ່ຽວກັບ ການສໍ້ລາດບັງຫຼວງດັ່ງກ່າວ.



__________________
Anonymous

Date:
RE: ປະທານອົງການ ຕ້ານການສໍ້ລາດບັງຫຼວງແຫ່ງຊາດ. ຢືນຢັນຈະເປີດເຜີຍຄະດີສໍ້ລາດບັງຫຼວງໃນລາວ
Permalink   
 


ກວດອີກເຫັນອີກ!!!ອົງການຈັດຕັ້ງລັດ 58 ຫົວໜ່ວຍ ເຫັນລາຍຮັບເພີ່ມຫຼາຍກວ່າ 600 ກວ່າຕື້

459_n.jpg421.jpg

 

ທ່ານ ນາງວຽງທອງສີພັນດອນກ່າວວ່າ: ສຳລັບ​ຜົນ​ການ​ກວດ​ສອບຂາດ​ຕົວ​ການຈັດຕັ້ງ​ປະຕິບັດ ​ແຜນງົບປະມານ​ແຫ່ງ​ລັດ ສົກ​ປີ 2015-2016 ນັ້ນໄດ້​ດຳເນີນ​ການ​ກວດສອບ​ບັນດາ​ອົງ​ການຈັດຕັ້ງ​ລັດຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ຈຳນວນ 58 ຫົວໜ່ວຍ ໃນ​ນັ້ນໄດ້ກວດ​ສອບ​ເຫັນ​ລາຍ​ຮັບ​ເພີ່ມລາຍ​ຮັບ​ສ່ວຍ​ສາ​ອາກອນລາຍຮັບ​ຊັບ​ສິນ​ຂອງ​ລັດ ເງິນ​ກອງ​ທຶນລັດ ແລະ ອື່ນໆ ຈຳນວນ 689,61 ຕື້​ກີບ ກວດ​ສອບ​ເຫັນ​ໜີ້ຕ້ອງ​ຮັບ​ສະ​ສົມ ຮອດ​ວັນ​ທີ 30 ກັນຍາ 2016 ຈຳນວນ 985,28 ຕື້​ກີບ ທັງ​ກວດ​ສອບ​ເຫັນ​ການເອົາ​ເງິນ​ປັນ​ຜົນ ເງິນ​ອາກອນ​ມູນຄ່າ​ເພີ່ມ​ອາກອນ​ລາຍ​ໄດ້ ແລະ ອາກອນ​ກຳໄລ ຈຳນວນ 3,45 ຕື້​ກີບ ໄປ​ຈົດ​ຮັບ-ຈົດ​ຈ່າຍ ແລະ ກວດ​ສອບ​ເຫັນ​ກົມ​ສ່ວຍ​ອາກອນ ບໍ່​ໄດ້​ປັບ​ໃໝ​ບັນດາ​ວິ​ສາ​ຫະ​ກິດ​ທີ່ແຈ້ງ​ເສຍ​ອາກອນ​ບໍ່​ຄົບ​ຖ້ວນ ຈຳນວນ 16,23 ຕື້​ກີບ ແລະ ປັບ​ໃໝບໍ່​ຖືກ​ຕາມ​ອັດຕາ​ທີ່​ກົດໝາຍ ຈຳນວນ 3,93 ຕື້​ກີບ.

ນອກນີ້ຍັງກວດ​ເຫັນ​ໜີ້​ຕ້ອງ​ຮັບ​ຈາກ​ເງິນ​ຂາຍ​ໄມ້ ຄ່າ​ປັບ​ໃໝ​ຄ່າ​ເຊົ່າ-ສຳ​ປະທານທີ່​ດິນ ແລະ ຄ່າ​ຊັບພະຍາກອນທຳ​ມະ​ຊາດ ຈຳນວນ 427,76 ຕື້​ກີບ ກວດ​ເຫັນ​ການ​ຂຸດ​ຄົ້ນ​ໄມ້ເກີນ​ໂກ​ຕາ​ລັດຖະບານ​ອະນຸມັດຂອງ 2 ແຂວງ ຈຳນວນ 28 ພັນ​ກວ່າ​ແມັດ​ກ້ອນ ຂຸດ​ຄົ້ນ​ໄມ້​ບໍ່ໄດ້​ຮັບ​ອະນຸຍາດ​ລັດຖະບານ 4 ແຂວງ ຈຳນວນ 11 ພັນ​ກວ່າແມັດ​ກ້ອນ ແລະ ອື່ນໆ ພ້ອມ​ນັ້ນໄດ້​ກວດ​ເຫັນ​ຄັງ​ເງິນ​ແຫ່ງ​ຊາດ​ປະຈຳ​ສູນ​ກາງ ​ບໍ່​ໄດ້​ສະ​ສາງ​ຍອດເງິນ​ໃນ​ບັນຊີ​ລາຍ​ຮັບ ລໍຖ້າ​ແບ່ງປັນ ຈຳນວນ 114,14 ຕື້​ກີບ ກວດສອບ​ເຫັນ​ຍອດ​ເຫຼືອ​ເງິນ​ໃນ​ບັນຊີເງິນ​ຝາກ​ບໍລິຫານ​ກອງ​ການ​ວິຊາການ​ທີ່​ບໍ່​ໄດ້​ສະ​ສາງ ຈຳນວນ 1.041 ຕື້​ກວ່າ​ກີບ ກວດ​ສອບ​ເຫັນເງິນ​ຝາກ​ນອກ​ລະບົບ​ຄັງ​ເງິນ ຈຳນວນ 29 ບັນຊີ ສ່ວນ​ຂະແໜງ​ພາສີ​ກວດ​ສອບ​ເຫັນ​ມີການ​ຍົກເວັ້ນ​ຫຼຸດຜ່ອນ​ພາສີ-ອາກອນ ປະເພດ​ພາຫະນະນ້ຳມັນເຊື້ອ​ໄຟ ຄ່າ​ຊັກ​ພິເສດ​ໄມ້​ຂາ​ອອກ ແລະ ສິນຄ້າ​ທົ່ວ​ໄປ ຈຳນວນ 3.570 ຕື້​ກວ່າ​ກີບ ແລະ ອື່ນໆ.

 

 



__________________
Anonymous

Date:
Permalink   
 

70D141DB-E591-4A9A-928C-1C5D72A3CC46_w10

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທສ ກ່າວຕໍ່ກອງປະຊຸມສລຸບວຽກງານປະຈຳປີ 2017 ວ່າ “ການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມເຮົາ ບໍ່ມີຜົລສັກສິທ

ຕາມກົດໝາຍ ແຕ່ໃດມາແລ້ວ, ແບບວ່າບໍ່ເຂັ້ມງວດ, ບໍ່ເດັດຂາດ, ບໍ່ສັກສິທ. 

ການສໍ້ຣາສບັງຫຼວງໃນລາວ ຍັງສືບຕໍ່ຮຸນແຮງ ໃນລະຍະ 5 ຫາ 10 ປີຫຼັງມານີ້ ເນື່ອງຈາກຄວາມອ່ອນແອ ໃນການປະຕິບັດ ກົດໝາຍ ບໍ່ເປັນໄປຢ່າງເຂັ້ມງວດ ເຮັດໃຫ້ເຈົ້າໜ້າທີ່ຣັຖ ທຸກຣະດັບ ໃນຂແນງການຕ່າງໆ ບໍ່ຢ້ານກົວຕໍ່ກົດໝາຍ ຈຶ່ງມີການ ສໍ້ຣາສບັງຫຼວງ ຢ່າງ ແຜ່ຫຼາຍ, ດັ່ງທ່ານ ພັນຄຳ ວິພາວັນ, ຮອງປະທານປະເທສ ໄດ້ກ່າວຕໍ່ກອງປະຊຸມ ສລຸບວຽກງານ ປະຈຳປີ 2017 ຂອງກະຊວງພາຍໃນ ທີ່ເຜີຍແຜ່ ຜ່ານສື່ມວນຊົນທ້ອງຖິ່ນ ຂອງລາວ ເມື່ອກາງເດືອນມົກຣາ ຜ່ານມາ ໃນຕອນນຶ່ງວ່າ:

“ການຄຸ້ມຄອງຣັຖຄຸ້ມຄອງສັງຄົມ ເຮົາບໍ່ມີຜົລສັກສິທຕາມກົດໝາຍ ແຕ່ໃດມາແລ້ວ ແບບວ່າບໍ່ເຂັ້ມງວດ ບໍ່ເດັດຂາດ ບໍ່ສັກສິທ ຈາກອັນນີ້, ກະພາໃຫ້ເກີດຫຍັງ, ພະຍາດອາຍາສິທ, ຣະເມີດສິທເປັນເຈົ້າຂອງປະຊາຊົນ ສວຍໃຊ້ໜ້າທີ່ຕຳແໜ່ງ ສໍ້ຣາສບັງຫຼວງ. ເວົ້າລວມປະກົດການ ຫຍໍ້ທໍ້ ການເສື່ອມຖອຍທາງດ້ານຄຸນທາດ ການເມືອງອື່ນໆເກີດຂຶ້ນ, ດັ່ງທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ໄດ້ສລຸບຕີຣາຄາແລ້ວ. ໂດຍ ສະເພາະແມ່ນລະຍະຫຼັງນີ້ 5 ປີ 10 ປີຫຼັງນີ້ ເກີດຂຶ້ນຫຼາຍອັນນີ້."

ໃນຂະນະດຽວກັນ, ຊາວລາວທ່ານນຶ່ງ ໃນແຂວງພາກໃຕ້ຂອງລາວ ກໍໄດ້ໃຫ້ທັສນະວ່າ ບັນຫາການສໍ້ຣາສບັງຫຼວງ ໃນລາວ ຍັງເປັນບັນຫາ ໜັກເພາະເງິນເດືອນ ພະນັກງານຣັຖກອນ ໃນທົ່ວປະເທດແມ່ນໜ້ອຍຫຼາຍ ແລະບໍ່ພໍໃຊ້ຈ່າຍ:

“ມັນເຣື້ອງນີ້ມັນເຣື້ອງໜັກໄດ໋ ເງິນເດືອນບໍ່ພໍກິນເຮົາກໍຮູູ້, ແຕ່ລະຄົນກະດີ້ນຮົນ ສັງຄົມພັດອວດອ້າງກັນມີຣົດມີຣາງຈັ່ງມີຖານະ. ຜູ້ໃດມີຍາວ ສາວໄດ້ສາວເອົາ, ຖືກບ່ອນດີກະລ້ຳຣວຍ ບໍ່ມີໃຜຕຳນິ ບໍ່ມີໃຜກວດກາ ມັນກະເຮັດໄປຕະພຶດຕະພື. ບ່ອນໃດມີ ຊ່ອງຫວ່າງມັນເຂົາກະຈົກ ເຂົ້າໄປບ່ອນຫັ້ນແຫຼະ."

ອີງຕາມການຣາຍງານ ຂອງອົງການກວດການຣັຖບານ ແລະຄນະກວດກາສູນກາງພັກ ທີ່ໄດ້ຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 8 ເມື່ອເດືອນ ພຶສຈິກາ ປີ 2017 ທີ່ຜ່ານມາວ່າ ກວດພົບການ ສໍ້ຣາສບັງຫຼວງ ໃນໂຄງການພັທນາຕ່າງໆ ທັງໃນແຜນແລະນອກແຜນ ຄິດເປັນມູລຄ່າໂຕເລຂ ສະສົມ ສູງເຖິງ 5 ພັນປາຍຕື້ກີບ ຕລອດລະຍະເວລາ 5 ປີຜ່ານມາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard