ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍິງສາວລາວຖືກຫຼອກ ຢູ່ ກາຊີໂນ ເມືອງຕົ້ນເຜິ້ງ
Anonymous

Date:
ຍິງສາວລາວຖືກຫຼອກ ຢູ່ ກາຊີໂນ ເມືອງຕົ້ນເຜິ້ງ
Permalink   
 


ຍິງສາວລາວຖືກຫຼອກ ຢູ່ ກາຊີໂນ ເມືອງຕົ້ນເຜິ້ງ

868290ae-3238-4b27-9cdf-d517e708796b.png

 

ການຫລອກລວງຍິງສາວ ລາວມາບໍຣິການ ທາງເພດ ຫລືຖືກຄ້າເຂົ້າມາໂຮງກາຊີໂນ ຢູ່ພາກເໜືອຂອງລາວ ເປັນນຶ່ງໃນຫລາຍ ຂໍ້ກ່າວຫາ ວ່າເປັນອາຊຍາກັມຂ້າມຊາດ ທີ່ມີທັງການຄ້າສັດປ່າ ຄ້າຢາເສບຕິດ ຄ້າມະນຸດຟອກເງິນ ແລະໃຫ້ສິນບົນ ຊຶ່ງກະຊວງການຄັງ ສະຫະຣັຖ ອາເມຣິກາ ຕັ້ງຂຶ້ນຕໍ່ ກາຊີໂນ ຄິ້ງສໂຣມັນສ ໃນເຂດເສຖກິດພິເສດ ພິເສດ ສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເມື່ອວັນທີ 30 ມົກຣາ 2018.

ເວົ້າສະເພາະ ຂໍ້ກ່າວຫາຄ້າມະນຸດນັ້ນ ທາງທີມງານ RFA ກໍໄດ້ພຍາຍາມຕິດຕໍ່ ຖາມໄປຍັງເຈົ້າໜ້າທີ່ ຫລາຍພາກສ່ວນກ່ຽວຂ້ອງ ຂອງ ທາງການລາວ ວ່າເປັນຄວາມຈິງ ຫລືບໍ່ນັ້ນ, ປາກົດວ່າເຈົ້າໜ້າທີ່ ສ່ວນໃຫຍ່ບໍ່ພ້ອມ ທີ່ຈະໃຫ້ຄວາມເຫັນໃດໆ. ແລະ ການຕິດຕໍ່ໄປຫາ ອົງການຈັດຕັ້ງ ແມ່ຍິງເມືອງຕົ້ນເຜິ້ງ ແລະແຂວງບໍ່ແກ້ວ ພວກເພິ່ນກໍບອກໃຫ້ຖາມໄປຍັງ ຄນະສະຫະພັນແມ່ຍິງ ຢູ່ສູນກາງ ທີ່ນະຄອນ ຫລວງວຽງຈັນ.

ແຕ່ກໍຍັງດີ ທີ່ມີເຈົ້າໜ້າທີ່ ຕ້ານການຄ້າມະນຸດລາວ ທ່ານນຶ່ງ ໃນແຂວງພາກເໜືອ ຜູ້ຂໍສງວນຊື່ ໄດ້ກ່າວຕໍ່ RFA ໃນມື້ວັນທີ 1 ກຸມພາ 2018 ໂດຍຢືນຢັນວ່າ ມີແມ່ຍິງລາວຫລາຍຄົນ ຖືກຕົວະຍົວະ ຫລອກລວງ ໃຫ້ເຂົ້າມາບໍຣິການ ທາງເພດ ແລະເຮັດວຽກງານ ດ້ານອື່ນໆ ໃນໂຮງກາຊີໂນ ຄິ້ງສໂຣມັນສ ນີ້. ດັ່ງທີ່ ທ່ານກ່າວວ່າ ເມື່ອເຂົ້າມາແລ້ວ ແມ່ຍິງເຫລົ່ານັ້ນ ກໍ່ບໍ່ສາມາດອອກ ນອກເຂດ ກາຊີໂນ ນັ້ນໄປໄດ້ ເຖິງແມ່ນວ່າ ຈະບໍ່ຢາກເຮັດວຽກ ຢູ່ທີ່ນັ້ນອີກຕໍ່ໄປ ກໍຕາມ ດັ່ງທ່ານກ່າວຕອນນຶ່ງວ່າ:

"ແມ່ຍິງທີ່ຖືກຕົວະ ເຂົ້າມາເຮັດວຽກຢູ່ໃນ ກາຊີໂນ ຫັ້ນ ເປັນສາວເສີບຢູ່ ກາຊີໂນບໍ່ ຫລືວ່າເປັນສາວຂາຍບໍຣິການ ແລ້ວກໍອອກໄປບໍ່ໄດ້ ຈະມີຫລາຍຄົນບາງກຸ່ມ ຂະເຈົ້າ ກໍບອກຄືກັນວ່າ ມີແມ່ເລົ້າຕົວະ ແມ່ຍິງທີ່ຢູ່ເຂດນອກ ຖືກຕົວະເຂົ້າມາເຮັດວຽກ ຢູ່ ກາຊີໂນຫັ້ນ ກໍເປັນ ກໍຣະນີ ທີ່ດຽວນີ້ຫັ້ນ ຄົນລົມກັນ."

ທ່ານກ່າວຕໍ່ໄປວ່າ ແມ່ຍິງທີ່ຖືກຫລອກລວງມາ ເປັນຊົນເຜົ່າຈາກ ເຂດຊົນນະບົດ ເຂດນອກໆ ເປັນສ່ວນໃຫຍ່, ມີນາຍໜ້າຄົນລາວ ໄປ ຕົວະຍົວະເອົາມາ ໂດຍເວົ້າວ່າ ຈະພາໄປເຮັດວຽກງ່າຍ, ໄດ້ເງິນຫລາຍ ເຮັດໃຫ້ແມ່ຍິງ ທີ່ຮູ້ເທົ່າ ບໍ່ເຖິງການ ຕັດສິນໃຈ ໄປນໍາ ແຕ່ກໍມີ ບາງຄົນຮູ້ ແຕ່ຍ້ອນຄວາມທຸກຍາກ ຂາດເຂີນ ບໍ່ມີທາງເລືອກອື່ນ ຈຶ່ງຕັດສິນໃຈສ່ຽງໄປນໍາ. ເມື່ອມາຮອດໂຮງກາຊີໂນ ຄິ້ງສໂຣມັນສ ແລ້ວນາຍໜ້າ ກໍສົ່ງພວກເຂົາ ໃຫ້ແມ່ໂປ່ ເປັນຜູ້ຄັດເລືອກວຽກ ໃຫ້ເຮັດ ທີ່ເໝາະກັບແຕ່ລະຄົນ. ກ່ຽວກັບ ເຣຶ່ອງທີ່ວ່ານີ້ ທ່ານເວົ້າວ່າ ຫລາຍຄົນໃນທ້ອງຖິ່ນນັ້ນ ກໍຮູ້ດີ ແຕ່ບໍ່ມີຜູ້ໃດກ້າ ເວົ້າຫຍັງ:

"ແມ່ຍິງທີ່ຖືກຕົວະ ເຂົ້າມາເຮັດວຽກ ຢູ່ບໍຣິເວນນັ້ນ ຫລາຍຫັ້ນນະ ຊາວບ້ານຂະເຈົ້າຮູ້ ຈົນເປັນເຣື່ອງທັມດາ ຜູ້ໃຫຍ່ໆຫັ້ນນະໄປຫັ້ນນ່າ ຫລາຍທີ່ສຸດກໍຄື ຈະເປັນ ຄົນຈີນ ຄົນໄທ ເດີ໊."

ທ່ານກ່າວອີກວ່າ ນັ້ນເປັນຂໍ້ມູນທີ່ທາງ ເຈົ້າໜ້າທີ່ກ່ຽວຂ້ອງ ດ້ານຄ້າມະນຸດໄດ້ມາ ແຕ່ຍັງເປີດເຜີຍບໍ່ໄດ້ວ່າ ຈະມີການດໍາເນີນກັນ ແນວໃດ ຕໍ່ໄປ.

ນັ້ນກໍອາດເວົ້າໄດ້ຍາກຢູ່ວ່າ ເປັນຄືຄຳເວົ້າຂອງຫລາຍຄົນ ທີ່ເຫັນຕາມຄໍາກ່າວຫາ ຂອງກະຊວງການຄັງ ສະຫະຣັຖອາເມຮິກາ ຊຶ່ງເວົ້າວ່າ Kings Romans Casino ໃນເຂດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນອົງການອາຊຍາກັມ ຂ້າມຊາດ, ດໍາເນີນກິຈກັມ ຜິດກົດໝາຍ ຕ່າງໆຊຶ່ງມີຮວມທັງການຄ້າມະນຸດ ນຳດ້ວຍ. ແຕ່ການທີ່ເຈົ້າໜ້າທີ່ ທາງການລາວ ຮວມທັງເຈົ້າໜ້າທີ່ ຂັ້ນສູງ ຣະດັບຮອງ ຣັຖມົນຕຣີ ບໍ່ໃຫ້ຄໍາເຫັນ ຕໍ່ຄຳຖາມກ່ຽວກັບເຣຶ່ອງ ດັ່ງກ່າວ ຂອງ RFA ທີ່ໄດ້ຖາມໄປນັ້ນ ກໍບໍ່ເຂົ້າໃຈວ່າ ເປັນຍ້ອນສາເຫດ ອັນໃດກັນແທ້ ຂະນະທີ່ເຈົ້າໜ້າທີ່ ຕ້ານການຄ້າມະນຸດ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ RFA ໃນມື້ວັນທີ 12 ກຸມພາ 2018 ຕອນນຶ່ງວ່າ ບໍ່ແນ່ໃຈ ເພາະຍັງ ບໍ່ມີຂໍ້ມູນ ໄດ້ຍິນແຕ່ຜູ້ນັ້ນເວົ້າ ຜູ້ນີ້ເວົ້າ:

"ເຮົາບໍ່ແນ່ໃຈວ່າມີການ ຄ້າປະເວນີຫລືບໍ່ ບໍ່ຮູ້ຫັ້ນ ນະວ່າມີຫລືບໍ່ເນາະ ເຮົາບໍ່ມີຂໍ້ມູນວ່າຊັ້ນຊະ ຄວາມໝາຍຫັ້ນນະມີ ແຕ່ວ່າ ຜູ້ນັ້ນຜູ້ນີ້ເວົ້າ ຈັ່ງຊີ້ຫັ້ນນະ ເຮົາກໍຈະໄປກ້າຟັນທົງ."

ທ່ານກ່າວຕໍ່ໄປວ່າ ການປະກາດຂອງ ສະຫະຣັຖອາເມຣິກາ ຂຶ້ນບັນຊີດໍາ ໂຮງກາຊີໂນຄິງສໂຣມັນສ ຍ້ອນກະທໍາການ ຜິດກົດໝາຍຫຼາຍ ຢ່າງ ຮວມທັງການຄ້າມະນຸດ ຄ້າປະເວນີ ເດັກນ້ອຍ ນໍາດ້ວຍນັ້ນ ທ່ານຍັງບໍ່ປັກໃຈເຊື່ອເຕັມ ຮ້ອຍເປີເຊັນ ເພາະເປັນພຽງຄໍາກ່າວຫາ.

 



__________________
Anonymous

Date:
RE: ຍິງສາວລາວຖືກຫຼອກ ຢູ່ ກາຊີໂນ ເມືອງຕົ້ນເຜິ້ງ
Permalink   
 


ຜ່ານມາກໍໄດ້ຍິນ ຄົນກຸ່ມນີ້ເວົ້າ ຄົນກຸ່ມນັ້ນເວົ້າ. ບໍ່ຄືກັນກັບກໍຣະນີ ແມ່ຍິງລາວໃນແຂວງພາກເໜືອ ຖືກຕົວຍົວະໄປທ່ຽວຈີນ ຫລືໄປ ແຕ່ງດອງ ກັບຜູ້ຊາຍຈີນ ຢູ່ຈີນ ຊຶ່ງຫລັງຈາກນັ້ນ ຜູ້ເປັນພໍ່ແມ່ ກໍຕິດຕໍ່ບໍ່ໄດ້ເລີຍ ແລ້ວກໍພາກັນໄປແຈ້ງຄວາມ ຕໍ່ອໍານາດ ການປົກຄອງ ທ້ອງຖີ່ນ ໃຫ້ຕິດຕາມຫາ ຜູ້ເປັນລູກສາວຊ່ວຍ. ແຕ່ຍັງບໍ່ມີຜູ້ເປັນພໍ່ແມ່ຄົນໃດເລີຍ ມາແຈ້ງຕໍ່ເຈົ້າໜ້າທີ່ວ່າ ລູກສາວຂອງຕົນຖືກຫຼອກລວງ ຕົວະຍົວະ ໄປຄ້າປະເວນີ ຫລືໄປເປັນສາວບໍຣິການ ຢູ່ກາຊີໂນຄິງສໂຣມັນສ:

"ຄັນຄືກໍຣະນີໄປຈີນ ນໍ໊ ພໍ່ແມ່ມາແບບຊີ້ຫັ້ນນະ ອັນນີ້ຫັ້ນບໍ່ແນ່ໃຈນໍ໊ ວ່າມີຫລືບໍ່ ເພາະວ່າແຖວນັ້ນມັນເປັນ ພື້ນທີ່ສັມປະທານ ກະຄືວ່າ ອະເມຣິການໍ ກໍໄປຊຸ່ມເອົາໆ ເຮົາ ແບບສົງໃສຫັ້ນນະ ແຕ່ວ່າເຮົາບໍ່ເຫັນ ຂໍ້ມູນຕົວຈິງນະວ່າ ມີເຍີ໊ຫາກບໍ່ມີຫລັກຖານ ບໍ່ມີເຍີ໊ ເຮົາກະບໍ່ຮູ້ ຄັນສົມມຸດຄືໄປຈີນ ຖືກຕົວະຂາຍໄປຈີນ ພໍ່ແມ່ມາແຈ້ງ ພໍ່ແມ່ມາແບບຊີ້ຫັ້ນນະ ເຮົາກະຍັງວ່າມີຂໍ້ມູນນໍ໊ ອັນນີ້ເຮົາກໍບໍ່ມີຂໍ້ມູນ ເຮົາກໍບໍ່ຮູ້ ຫັ້ນນະ."

ແລະຕາມບົດຄວາມ ຂອງຄົນຕ່າງປະເທດ ປີ 2015 - 2016 ແລ້ວແມ່ນວ່າ ກາຊີໂນຄິງສໂຣມັນສ ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວ ເປັນບ່ອນທີ່ຜູ້ຄົນ ມັກພາກັນມາ ແລະຈອງຫ້ອງນອນ ສ່ວນຕົວ, ພວກຜູ້ຊາຍ ເກືອບທັງໝົດ ເອົາແມ່ຍິງຂອງຕົນເຂົ້າມາ ແລະຢູ່ຕາມຮ້ານອາບອົບນວດ ແລະບາບັນເທິງ ກໍມີແມ່ຍິງ ໂສເພນີ ຢູ່ເຕັມ ເພື່ອບໍຣິການທາງເພດ. ແຕ່ບົດ ຄວາມນັ້ນ ປາກົດວ່າບໍ່ເວົ້າເຖິງ ແມ່ຍິງລາວ ຖືກຕົວະຍົວະເຂົ້າມາ ເຮັດວຽກໃດໆຢູ່ທີ່ນັ້ນ.

ແລະທີ່ຜ່ານມາ ກໍເຄີຍມີຂ່າວ ເຣື່ອງທາງການຫ້າມ ບໍ່ໃຫ້ຄົນລາວເຂົ້າໄປຫລີ້ນ ການພະນັນຢູ່ທີ່ນັ້ນ ແຕ່ກໍມີຄົນລາວ ເຂົ້າໄປຫລີ້ນຢູ່. ເມື່ອຫລິ້ນເສັຽແລ້ວກໍເກີດ ຜິດຖຽງກັນໃນຄອບຄົວ, ມີການຢ່າຮ້າງ, ປະລູກປະເມັຽ, ຕິດໜີ້ຕິດສິນຍ້ອນຫລິ້ນການພະນັນ ທີ່ໂຮງກາຊີໂນ ຄິງສໂຣມັນສ ຊຶ່ງທາງ RFA ກໍໄດ້ອອກຂ່າວ ໂດຍອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ເມືອງຕົ້ນເຜີງ ທີ່ຢືນຢັນວ່າ ເປັນຄວາມຈິງແທ້.

ກະຊວງການຄັງ ສະຫະຣັຖອາເມຣິກາ ອອກຖແລງຂ່າວ ໃນມື້ວັນທີ 30 ມົກຣາ 2018 ກ່າວຫາກາຊີໂນ ຄິງສໂຣມັນສ ໃນເຂດສາມ ຫລ່ຽມຄໍາ ເປັນອົງການອາຊຍາກັມຂ້າມຊາດ, ຊັກຟອກເງິນ ຄ້າຢາເສບຕິດ ຄ້າມະນຸດ ຄ້າສັດປ່າ ແລະໃຫ້ສິນບົລ. ພ້ອມດຽວກັນ ກໍຂຶ້ນບັນຊີດໍາ 3 ບໍຣິສັດ ແລະ 4 ຄົນ ທີ່ກ່ຽວຂ້ອງ ໂດຍກົງກັບກິຈກັມ ຜິດກົດໝາຍ ໃນກາຊີໂນຄິງສໂຣມັນສ ເປັນຕົ້ນ ຈ້າວເຫວີ້ຍ ເຈົ້າຂອງກາຊີໂນນັ້ນ.

ແລະຕາມບົດຄວາມທີ່ພາດຫົວຂໍ້ວ່າ ‘ເມືອງບາບຂອງລາວ’ ປີ 2015  ເຂດເສຖກິດພິເສດສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຣັຖບານ ສປປລາວ ຖືຮຸ້ນ 20 ເປີເຊັນ, ກຸ່ມບໍຣິສັດດອກງິ້ວຄຳ ຂອງຈີນຖືຮຸ້ນ 80 ເປີເຊັນ. ເປັນເຂດທີ່ ບໍຣິສັດຈີນ ເປັນຜູ້ບໍຣິຫານຈັດການ ປ້າຍເປັນພາສາ ຈີນ ມັງດາຣີນ, ຄົນງານ ຫລືເຈົາໜ້າທີ່ ໃນເຂດນັ້ນ ເປັນຄົນລາວ ບໍ່ພໍເທົ່າ ໃດ. ສ່ວນຫລາຍເປັນຄົນຈີນ, ຄົນພະມ່າ ແລະໃຊ້ເງິນຢັວນ ເປັນສໍາຄັນ, ເປີດກິຈການ 7 ມື້ຕໍ່ອາທິດ, 24 ຊົ່ວໂມງຕໍ່ມື້ ເປັນບ່ອນທີ່ນັກ ຫລິ້ນການພະນັນຈີນ ຖົງໜັກ ຖືເງິນສົດ ມາຫລິ້ນຢ່າງຫລວງຫລາຍ.



__________________
Anonymous

Date:
Permalink   
 

ໜ້າສົງສານລູກຫລານລາວຜູ່ເຄາະຮ້າຍທີ່ຖືກພວກສາລິກາລິ້ນທອງໄປຕົວະຍົວະ

ມາຫງາຍທ້ອງໃຫ້ສັດຫື່ນຕ່າງປະເທດເຊີຍຊົມ.
ກຸ່ມການຄ້າມະນຸດຂ້າມຊາດດຳເນີນທຸຣະກິດນີ້ໄດ້ກໍ່ຍ້ອນມີລູກຫລານຂອງກຸ່ມຜູ່ມີອຳນາດ

ໃນວົງການຣັຖບານຫັ້ນລະເປັນແປ້ນອີງ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard