ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວ ຍັງຈະບໍ່ຫຼຸດພົ້ນ ຈາກ ປະເທສ ດ້ອຍພັທນາ
Anonymous

Date:
ສປປລາວ ຍັງຈະບໍ່ຫຼຸດພົ້ນ ຈາກ ປະເທສ ດ້ອຍພັທນາ
Permalink   
 


ສປປລາວ ຍັງຈະບໍ່ຫຼຸດພົ້ນ ຈາກ ປະເທສ ດ້ອຍພັທນາ

image

 

ອົງການສະຫະປະຊາຊາດ ປະກາດໃນມື້ວັນທີ 16 ມິນາ 2018 ນີ້ວ່າ ຈະຖອນລາວ ອອກຈາກບັນຊີລາຍຊື່ ປະເທສດ້ອຍພັທນາ ໃນປີ 2024 ຖ້າຫາກວ່າຍັງສາມາດ ປະຕິບັດໄດ້ຕາມເງື່ອນໄຂ ແລະມາຕຖານ ທີ່ສະຫະປະຊາຊາດ ວາງໄວ້.

ເງື່ອນໄຂທີ່ວ່ານັ້ນຄື ຣາຍໄດ້ສະເລັ່ຍຕໍ່ຫົວຄົນ ຊຶ່ງມາຕຖານຂັ້ນຕ່ຳແມ່ນ 1,230 ໂດລາ ສະຫະຣັຖຕໍ່ປີ ຄວາມກ້າວໜ້າ ທາງດ້ານເສຖກິດ ອັດຕຣາການເສັຽຊີວິດ ຂອງແມ່ແລະເດັກນ້ອຍ ຫຼຸດລົງຕ່ຳກວ່າ ເກນມາຕຖານ.

ເຈົ້າໜ້າທີ່ອົງການ ສະຫະປະຊາຊາດ ປະຈຳລາວ ຜູ້ບໍ່ປະສົງ ອອກຊື່ແລະສຽງ ໄດ້ເວົ້າກັບວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ມິນາ 2018 ນີ້ວ່າ 3 ປີ ຜ່ານມາ ຣັຖບາລລາວ ປະຕິບັດໄດ້ດີຂຶ້ນເລື້ອຍໆ. ແຕ່ປີ 2015 ຫາປີ 2018 ຖືວ່າລາວ ສາມາດເຮັດໄດ້ 3 ເງື່ອນໄຂ ທີ່ວ່ານັ້ນ.

ແຕ່ເຖິງຢ່າງໃດກໍຕ້ອງເບິ່ງກັນຕໍ່ໄປວ່າ ຈະຮັກສາມາຕຖານນັ້ນໄວ້ໄດ້ ຕໍ່ໄປອີກ 3 ປີ ຄື ແຕ່ປີ 2018 ຫາປີ 2021 ຫລືບໍ່ ຖ້າເຮັດໄດ້ ສະຫະປະຊາຊາດ ກໍຈະຖອນລາວ ອອກຈາກກຸ່ມປະເທສດ້ອຍພັທນາໃນປີ 2024.

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຮັບຜິດຊອບວຽກງານ ພັທນາຊົນນະບົດ ຂອງລາວ ເວົ້າວ່າ ເປັນໄປໄດ້ຍາກ, ບາງຄົນເດືອນນຶ່ງ ບໍ່ໄດ້ຮອດ ພັນກີບ ກໍມີ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ມິນານີ້ວ່າ:

"ບາງຄົນເດືອນນຶ່ງບໍ່ໄດ້ຮອດພັນກີບແມ່ນບໍ... ຄິດວ່າເປັນໄປໄດ້ຍາກ ເພາະເວລາເຮົາລົງໄປເຂດທ້ອງຖິ່ນ ຄວາມເຂົ້າໃຈຂອງປະຊາຊົນ ມີຄວາມຕ້ອງການອັນນີ້ ແຕ່ຕ້ອງໄດ້ເອື່ອຍອີງໃສ່ວ່າ ຕ້ອງມີທຶນເຂົ້າໄປຊາວຍເຫລືອຕລອດ ເຮືອນຊານ ບ້ານຊ່ອງປະຊາຊົນຫລາຍໆເຂດ ຍັງເປັນມຸງຫຍ້າຄາ ເຮົາຈະເວົ້າວ່າຫລຸດພົ້ນ ໄດ້ແນວໃດ ທັ້ງທີ່ຊີວິດຄວາມເປັນຢູ່ ຂະເຈົ້າຍັງບໍ່ດີຂຶ້ນເທື່ອ."

ນາງກ່າວຕື່ມວ່າ ຕາມຄວາມເປັນຈິງແລ້ວ ປະຊາຊົນລາວໃນເຂດຊົນນະບົດ ຍັງທຸກຍາກຫລາຍ, ກ່ອນຈະແກ້ໄຂ ໄດ້ຕ້ອງໃຊ້ເວລາດົນ ບໍ່ແມ່ນວ່າຈະແກ້ໄຂໄດ້ ໃນຣະຍະ 4-5 ປີ. ການທີ່ສະເຫລັ່ຍຣາຍໄດ້ ໃສ່ຫົວຄົນໃນ 3 ປີຜ່ານມາວ່າປະຊາຊົນມີຣາຍໄດ້ ດີຂຶ້ນນັ້ນແຕ່ໃນ ສະພາບຕົວຈິງ ທຸກຄົນອາດບໍ່ໄດ້ຊ່ຳນັ້ນ. ປະຊາຊົນໃນເຂດຫ່າງໄກ ເປັນຕົ້ນຢູ່ 5 ແຂວງພາກເໜືອຂອງລາວຫຼາຍກວ່າ 70% ຍັງບໍ່ທັນ ໄດ້ຮັບການພັທນາ ເທົ່າທີ່ຄວນ ແລະຍັງຕ້ອງການຄວາມຊ່ອຍເຫລືອ ເພື່ອລົບລ້າງ ຄວາມທຸກຍາກນັ້ນຫລາຍຢູ່.



__________________
ນັກສອຍ½

Date:
RE: ສປປລາວ ຍັງຈະບໍ່ຫຼຸດພົ້ນ ຈາກ ປະເທສ ດ້ອຍພັທນາ
Permalink   
 


2050 ກໍ່ຈະບໍ່ຫລຸດພົ້ນດອກ ຖ້າການນຳຍັງເຫັນແກ່ຕົວແບບນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard