ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະຣັດຣາຍງານ ສິດທິ ມະນຸດ ໃນລາວ
Anonymous

Date:
ສະຫະຣັດຣາຍງານ ສິດທິ ມະນຸດ ໃນລາວ
Permalink   
 


ສະຫະຣັດຣາຍງານ ສິດທິ ມະນຸດ ໃນລາວ

image

 

ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ອອກຣາຍງານ ເຣື້ອງ ສິດທິມະນຸດ ໃນລາວ ປີ 2017 ໂດຍເວົ້າວ່າ ການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຫລ້າສຸດມີຂຶ້ນ ເມື່ອເດືອນ ມິນາ 2016 ນັ້ນບໍ່ເປັນໄປ ຕາມຮູປແບບອິສຣະແລະທ່ຽງທັມ, ຣາຍງານແຈ້ງວ່າ ພັກປະຊາຊົນ ປະຕິວັດລາວ ໄດ້ເລືອກເອົາຜູ້ຮັບສມັກ ທຸກຄົນໄວ້ກ່ອນໜ້າແລ້ວ ແລະ ການປ່ອນບັດເລືອກຕັ້ງ ກໍຕ້ອງໃຫ້ເປັນໜ້າທີ່ ຂອງ ພົລເມືອງລາວທຸກຄົນ.

ຣາຍງານຂອງ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ປີ 2017 ລະບຸວ່າ ບັນຫາ ສິດທິມະນຸດ ທີ່ສຳຄັນທີ່ສຸດ ໃນນັ້ນ ຮວມທັງ ມີການຈັບກຸມຜູ້ຄົນ ແບບບໍ່ມີການໄຕ່ສວນ ການກັກຂັງ ແລະການລົງໂທດ ຂອງຣັຖບານ ສປປລາວ ເປັນການລະເມີດ ສິດທິສ່ວນຕົວ ຫລື ສ່ວນບຸກຄົນ ແລະການຈຳກັດ ເສຣີພາບ ໃນການປາກເວົ້າ ການຣາຍງານຂ່າວ ການຊຸມນຸມ ແລະການຈັດຕັ້ງສະມາຄົມ ການປະຕິເສດ ຄວາມສາມາດ ຂອງພົລເມືອງ ໃນການເລືອກຣັຖບານ ຂອງພວກເຂົາເຈົ້າ ການຄ້າມະນຸດ ແລະ ການຈຳກັດສິດທິ ຂອງຄົນງານ. ຮວມທັງ ບໍ່ສາມາດຈັດຕັ້ງ ສະຫະພາບແຮງງາານ ທີ່ເປັນເອກຣາດ ທີ່ບໍ່ກ່ຽວຂ້ອງ ຫລືຂຶ້ນກັບຣັຖບານ.

ຣາຍງານຍັງກ່າວເຖິງ ກໍຣະນີ ການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ເມື່ອປີ 2012 ນັກພັທນາທາງສັງຄົມ ທີ່ພົ້ນເດັ່ນແລະເປັນ ຜູ້ກໍ່ຕັ້ງ ສູນຝຶກອົບຮົມອາຊີບ ທີ່ບໍ່ຫວັງຜົນກຳໄລ, ຣາຍງານຍັງຢໍ້າອີກວ່າ ທາງການລາວ ບໍ່ມີຄວາມຄືບໜ້າ ໃນການສືບສວນສອບສວນ.



__________________
Anonymous

Date:
Permalink   
 

ທຳອິດກໍ່ແມ່ນເລືອກກັນພາຍໃນພັກເມືອງ ພັກແຂວງ ຜູ່ໃດມີຜົນງານຫລາຍ

ກໍ່ເລືອກກັນອອກມາໃຫ້ປະຊາຊົນເລືອກ, ຣະບອບສັງຄົມນິຍົມ ປະຊາທິປະໄຕຮວມສູນ

ຕ່າງຈາກປະເທດເສຣີນິຍົມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard