ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໜີ້ສິນສາທາຣະນະ ສປປລາວ ທະວີຄູນ
Anonymous

Date:
ໜີ້ສິນສາທາຣະນະ ສປປລາວ ທະວີຄູນ
Permalink   
 


ໜີ້ສິນສາທາຣະນະ ສປປລາວ ທະວີຄູນ

image

 

ສປປລາວ ມີໜີ້ສິນສາທາຣະນະເພີ້ມຂຶ້ນຢ່າງໄວວາ ຈົນໜ້າເປັນຫ່ວງ, ຕາມຣາຍງານຂອງທະນາຄານໂລກ.

ເມື່ອປີ 2016 ສປປລາວມີໜີ້ສິນສາທາຣະນະ 9 ຕື້ໂດລາສະຫະຣັຖ ເທົ່າກັບ 68% ຂອງ ລວມຍອດມູນຄ່າຜລິຕພັນພາຍໃນ ຫລື GDP. ແລະມາຮອດປີ 2018 ໜີ້ສິນສາທາຣະນະ ນັ້ນໄດ້ເພີ້ມຂຶ້ນເປັນ 10 ຕື້ໂດລາສະຫະຣັຖ ຄືເກືອບເຖິງ 70% ຂອງ GDP ແລະມີແນວໂນ້ມ ເພີ້ມຂຶ້ນນໍາເລື້ອຍໆ. ດັ່ງເຈົ້າໜ້າທີ່ທະນາຄານໂລກ ປະຈໍາ ສປປລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:

"ຖ້າວ່າເບິ່ງຣະດັບເນາະ ທຽບກັບຫລາຍໆຕົວຊີ້ວັດທາງພາຍໃນ ຕົວຢ່າງວ່າທຽບກັບ GDP ເນາະ ກະຖືວ່າມັນຢູ່ໃນຣະດັບສູງຢູ່ ເພິ່ນມີ ການກູ້ຢືມ ເພິ່ນເຕີມດ້ວຍອັດຕຣາຕລາດເນາະ ແຕ່ວ່າໂດຍລວມແລ້ວ ການເພີ່ມຂຶ້ນກໍເພີ່ມຂຶ້ນໄວເນາະ."

ທ່ານກ່າວຕື່ມວ່າ ປັດໃຈທີ່ເຮັດໃຫ້ໜີ້ສິນສາທາຣະນະ ຂອງ ສປປລາວ ເພີ້ມຂຶ້ນຢ່າງໄວວານັ້ນແມ່ນເປັນຍ້ອນ ຣັຖບາລສປປລາວ ກູ້ຢືມ ເງິນຈາກຕ່າງປະເທສຫລາຍ ໂດຍສະເພາະແມ່ນຈາກປະເທສຈີນແລະໄທ ເພື່ອນໍາມາໃຊ້ ໃນໂຄງການພັທນາຕ່າງໆ ເປັນຕົ້ນໂຄງການສ້າງ ເຂດເສຖກິຈພິເສດ 10 ແຫ່ງ, ໂຄງການສ້າງທາງຣົດໄຟລາວ-ຈີນ, ໂຄງການເຂື່ອນໄຟຟ້າ 40 ປາຍແຫ່ງ.

ແລະສິ່ງທີ່ເຮັດໃຫ້ທະນາຄານໂລກ ເປັນກັງວົນນໍາ ກໍຄືຣັຖບາລ ສປປລາວ ອາຈບໍ່ສາມາດໃຊ້ໜີ້ຄືນໄດ້ຕາມຈໍານວນ ແລະຕາມກໍານົດເວລາ. ພ້ອມກັນນັ້ນທະນາຄານໂລກ ຍັງເປັນຫ່ວງນໍາຕລາດຮອງຮັບຊື້ໄຟຟ້າຈາກລາວ ທີ່ຍັງມີໜ້ອຍຢູ່. ສປປລາວ ຄວນຫາຕລາດຮັບຊື້ໄຟຟ້າ ໃຫ້ກວ້າງຂຶ້ນ, ດັ່ງເຈົ້າໜ້າທີ່ທະນາຄານໂລກ ເວົ້າວ່າ:

"ຕົວຢ່າງວ່າຄວາມຕ້ອງການ ໃນການຊື້ໄຟຫລືວ່າສົ່ງອອກໄຟ ບໍ່ສາມາດເພີ່ມຂຶ້ນໄວ ກໍມັນອາດຈະພາໃຫ້ເກີດມີຄວາມສ່ຽງ ວ່າເອີ໊ ລົງທຶນ ຫລາຍແຕ່ຫາກຕລາດ ຍັງຮອງຮັບບໍ່ໄດ້ ແລະອາດຈະເປັນໜີ້ໃຫ້ອັນນັ້ນ ກັບທາງພາກຣັຖ ທີ່ຕ້ອງແບກຫາບເນາະ ຊີ້ຫັ້ນນ່າ."

ທ່ານກ່າວຕື່ມວ່າ ຣັຖບາລ ສປປລາວ ຄວນເປີດໂອກາດໃຫ້ບໍຣິສັດເອກກະຊົນ ເປັນຜູ້ລົງທຶນເອງ ແລະຣັຖບາລມີແຕ່ເກັບ ພາສີ-ອາກອນ ຈາກບໍຣິສັດເທົ່ານັ້ນ ເພື່ຫລຸດຜ່ອນການແບກຫາບ ພາລະໜີ້ສິນສາທາຣະນະ ທີ່ມີຫລາຍເກີນໄປ. ເມື່ອ 2 ປີ ກ່ອນ ຣັຖບາລສປປລາວ ມີບັນຫາການເງິນໜັກໜ່ວງ ຈົນບໍ່ສາມາດໃຊ້ໜີ້ຄືນໄດ້ ຄົບຕາມຈໍານວນ ແລະ ຕາມກໍານົດເວລາ. ໃນປັດຈຸບັນ ກໍອາຈປະສົບກັບບັນຫາ ການເງິນນັ້ນອີກ ເພາະໜີ້ສິນເພີ້ມຂຶ້ນຫລາຍ ແຕ່ຣາຍຮັບຍັງຢູ່ຄືເກົ່າ.

ເພື່ອແກ້ໄຂບັນຫາດັ່ງກ່າວ ຣັຖບາລສປປລາວ ໄດ້ຮ່າງກົດໝາຍວ່າດ້ວຍການບໍຣິຫານໜີ້ ແລະຈະສເນີໃຫ້ກອງປະຊຸມເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ 8 ຊຶ່ງຈະເປີດຂຶ້ນ ໃນມື້ວັນທີ 5 ມິຖຸນາ 2018 ພິຈາຣະນາ ແລະຮັບຮອງເອົາ.



__________________
Anonymous

Date:
Permalink   
 

ເຂົາໃຫ້ຢືມໄລຍະຍາວ ດອກເບ້ຍຕ່ຳ ແຕ່ໃຫ້ພຽງແຕ່ 15% ຂອງໂຄງການ

ຍົກເວັ້ນໂຄງການຣົຖໄຟຄວາມໄວສູງ ຈີນໃຫ້ຢືມເຖິງ 30% ແຕ່ມີຫລາຍໂຄງການ

ໜີ້ສິນຈຶ່ງຫລາຍກອງໄວ້ໃຫ້ລູກຫລານທີ່ຈະເກີດຂຶ້ນມາໃນສະຕະວັດໜ້າເປັນຜູ່ໃຊ້.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard