ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຮອດປີ 2020 ສປປລາວ ຍັງຈະ ດ້ອຍພັທນາ
Anonymous

Date:
ຮອດປີ 2020 ສປປລາວ ຍັງຈະ ດ້ອຍພັທນາ
Permalink   
 


ຮອດປີ 2020 ສປປລາວ ຍັງຈະ ດ້ອຍພັທນາ

image

 

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່າວຮັບວ່າ ສປປລາວ ຈະບໍ່ສາມາດຫຼຸດພົ້ນຈາກ ປະເທດດ້ອຍພັທນາໄດ້ ຕາມເປົ້າໝາຍ ໃນປີ 2020 ເນື່ອງຈາກການພັທນາປະເທດ ເປັນຕົ້ນທາງເສຖກິດ ຍັງບໍ່ໄດ້ຕາມມາຕຖານ ທີ່ອົງການສະຫະປະຊາຊາດ ກໍານົດໄວ້.

ປະຊາຊົນລາວທ່ານນຶ່ງໃຫ້ຄວາມເຫັນວ່າ ບັນຫາເສຖກິດ ແກ້ໄຂໄດ້ຍາກ ເພາະລາວບໍ່ມີໂຮງງານ ໃນປະເທດ ເຮັດໃຫ້ປະຊາຊົນ ບໍ່ມີ ຣາຍໄດ້ ແລະ ປະເທດພັທນາບໍ່ໄດ້ ມີການສໍ້ຣາສບັງຫຼວງ ຫຼາຍ:

"ເວົ້າເຣື່ອງເສຖກິດ ຊຸມເຮົາບໍ່ມີໂຮງຈັກໂຮງງານ ອັນສອງ ເວົ້າເຣື່ອງຊັພຍາກອນທັມຊາດ ມັນບໍ່ຫລາຍ ອັນສາມ ລະມັນໄກຈາກ ທະເລ ບ້ານເຮົານໍ໊ ມັນອາຈບໍ່ໄດ້ເວົ້າເສຖກິດ ລະມັນເວົ້າເຣື່ອງ corruption ຍັງຫລາຍບ້ານເຮົາ ກໍມັນສິບໍ່ໄດ້ນໍາຕົວນີ້ລະ ສ່ວນຫຼາຍ ຕົວພັທນາ ບໍ່ໄດ້ແທ້ໆ ມັນການພັທນາຄົນນີ້ແຫລະ ມັນເວົ້າເຣື່ອງການປູກຝັງ ແນວຄິດຂອງຄົນ ມັນບໍ່ໄດ້ ມັນ corruption ຫລາຍມັນໃຊ້ເຊື້ອສາຍ ພີ່ນ້ອງປ້ອງປາຍ ຫລາຍຫັ້ນນະ."

ແລະປະຊາຊົນອີກຜູ້ນຶ່ງ ກໍເວົ້າວ່າ ພາຍໃນປະເທດ ບໍ່ມີວຽກເຮັດງານທໍາ ໄດ້ເງິນເດືອນບໍ່ພຽງພໍ ກັບຄ່າຄອງຊີບ:

"ເປັນແຂວງນ້ອຍ ລະແຫ່ງບໍ່ມີເລີຍ ຕ້ອງໄດ້ຂັ້ນເມືອງໃຫຍ່ບໍ່ ເປັນນະຄອນຫລວງວຽງຈັນ ມັນນ່າຈະມີແຕ່ໃນໂຮງງານ ເງິນເດືອນ 9 ແສນ ບາດດຽວນີ້ຣັຖບານ ເພິ່ນຕັ້ງອອກມາລ້ານເອັດ ກໍບໍ່ຮູ້ວ່າບາງໂຮງງານ ປະຕິບັດບໍ່ ແຕ່ວ່າບາງບ່ອນ ຍັງບໍ່ມີບ່ອນໃດ ປະຕິບັດເລີິຍ ຍັງ 8 ແສນ 9 ແສນ ຄືເກົ່າ ຄິດເບິ່ງ 9 ແສນ ຄ່າໃຊ້ຈ່າຍນີ້ ນ່າຈະຢູ່ບໍ່ຮອດເລີຍ."

ເວົ້າເຣື່ອງ ສປປລາວ ຈະບໍ່ຫລຸດພົ້ນຈາກການເປັນປະເທດດ້ອຍພັທນາ ເຈົ້າໜ້າທີ່ລາວ ອີກທ່ານນຶ່ງເວົ້າວ່າ ເຖິງບໍ່ໄດ້ໃນປີ 2020 ຣັຖບານ ລາວ ຈະພຍາຍາມຈັດຕັ້ງ ປະຕິບັດ ໃຫ້ໄດ້ພາຍໃນ 3-4 ປີຕໍ່ໄປ ອາດຊັກຊ້າແດ່ ຍ້ອນວ່າຕ້ອງປະຕິບັດ ຕາມຂັ້ນຕອນ:

"ຄ່ອຍເຮັດໄປພັທນາໄປ ຫັ້ນແລ້ວ ຫລຸດພົ້ນມັນກໍຕ້ອງອັນນີ້ ກໍຂຶ້ນກັບການກວດກາຂອງແຕ່ລະ ຂັ້ນເນາະມັນກໍມີຂັ້ນເມືອງ ຂັ້ນແຂວງ ຂັ້ນນະຄອນຫລວງ ພຸ້ນແລ້ວເນາະ ອັນນີ້ກໍບໍ່ສາມາດ ຕອບໃຫ້ໄດ້ເນາະ ເພິ່ນກໍເຮັດກວດກາ ຕາມຂັ້ນກ່ອນເນາະ."

ຕາມມາຕຖານ 3 ຂໍ້ທີ່ລາວຕ້ອງບັນລຸ ເພື່ອໃຫ້ຫຼຸດພົ້ນຈາກປະເທດດ້ອຍພັທນາ ຊຶ່ງມາເຖິງປັດຈຸບັນ ສາມາດປະຕິບັດໄດ້ 2 ຂໍ້ແລ້ວນັ້ນຄື;

1. ຣາຍໄດ້ແຫ່ງຊາດ ຫລື GNI ຊຶ່ງສະຫະປະຊາຊາດ ອອກໄວ້ທີ່ 1,230 ໂດລາຕໍ່ຄົນຕໍ່ປີ ສປປລາວບັນລຸ 1,996 ໂດລາ ສະຫະຣັຖ ຕໍ່ຄົນຕໍ່ປີ.

2. ດັຊນີ ຊັບສິນມະນຸດ ຫລື SAI ໂດຍຕາມມາຕຖານ ຕ້ອງສູງກວ່າ 66. ລາວ ຢູ່ທີ່ 72.8 ແຕ່ເງື່ອນໄຂ

3. ລາວ ຍັງບໍ່ສາມາດປະຕິບັດໄດ້ຄື ດັຊນີຄວາມບອບບາງ ຂອງເສຖກິດ ຫຼື EVI ຕາມມາຕຖານຕ້ອງຫລຸດ 32 ໃນຂນະທີ່ ສປປລາວ ຕົວຈິງ ປະຕິບັດໄດ້ 33. 7 ເຮັດໃຫ້ບໍ່ສາມາດບັນລຸ ເງື່ອນໄຂຂໍ້ນີ້ໄດ້.



__________________
Anonymous

Date:
Permalink   
 

ເບິ່ງໄວ້ເປັນຕົວຢ່າງ ນີ້ຄືພະລັງຂອງປະຊາຊົນ ຖ້າຢາກຄອງອຳນາດຕໍ່ໄປ

ຮີບພາກັນແກ້ໄຂໄວໆ

35078324_1665075196860847_9084250310901235052188_1665074583527575_3465977164069835079103_1665074513527582_5915712302232835072284_1665100070191693_5308456303704635162119_1665100120191688_7144992574401435151434_1665074400194260_6730406553913935063626_1665074300194270_26477859328365



__________________
Anonymous

Date:
Permalink   
 

ອີກບໍ່ດົນ ປະເທດລາວກໍຊິເປັນແບບນີ້ແລ້ວ ພວກຄວາຍຄອງເມືອງຕຽມຮັບສະພາບການໂຕຈິງ

34984580_1665074696860897_2810345531547535118895_1665074986860868_1384968309752934963556_1665074750194225_7139396511187535062851_1665074803527553_30938724761285



__________________
Anonymous

Date:
Permalink   
 

ເຂື່ອນນໍ້າງຽບ 1 ຊາວບ້ານ ບໍ່ພໍໃຈ ຄ່າຊົດເຊີຍ

040c42a9-b5bc-47ec-bb87-65e33962c206.png

 

ປະຊາຊົນ ຜູ້ໄດ້ຮັບຜົນກະທົບ ຈາກເຂື່ອນນໍ້າງຽບ 1 ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ທີ່ຖຶກໂຍກຍ້າຍ ໄປຢູ່ບ້ານຈັດສັນ ພູມິນໄຊ ບໍ່ພໍໃຈກັບ ຄ່າຊົດເຊີຍ ທີ່ຄນະຈັດສັນ ມອບໃຫ້. ດັ່ງເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ເຂື່ອນນໍ້າງຽບ 1 ອະທິບາຍວ່າ:

“ນໍ້າງຽບ 1 ນີ້ ຊົດເຊີຍໄປແລ້ວ ແຕ່ວ່າມັນແລ້ວ ມັນກໍບໍ່ແລ້ວ ຍ້ອນວ່າປະຊາຊົນ ມັນ ຍັງຮ້ອງຟ້ອງຂຶ້ນສະພາຢູ່ ຟ້ອງໄປວ່າ ຢາກໄດ້ ຄ່າຊົດເຊີຍ ບໍຣິສັດ ໃນໂຄງການນີ້ ບໍ່ຊົດເຊີຍໃຫ້ ບໍ່ໄດ້ຫົວໜ່ວຍຊົດເຊີຍ ເທົ່ານີ້ ເທົ່ານັ້ນ ຈັງຊິ້ ລັກສນະວ່າ ຢາກໄດ້ດິນຄຶນ ກໍມີຫລາຍ ທີ່ຈິງມັນບໍ່ໄດ້ນອນ ຢູ່ໃນເງື່ອນໄຂ ເຮົາກໍບໍ່ສາມາດຊົດເຊີຍໄດ້ ເປັນພວກໂຄງການ ເຂົາເຈົ້າເນາະ ມັນກໍມີນິຕິກັມ ມັນກໍມີແຈ້ງການ ຂອງ ເຈົ້າແຂວງ ແຈ້ງການຫຍັງຕ່າງໆ  ແຕ່ປະຊາຊົນ ເຂົາເຈົ້າພັດບໍ່ຍອມຫັ້ນນະ.”

ທ່ານກ່າວຕຶ່ມວ່າ ປະຊາຊົນ ທີ່ຍ້າຍເຂົ້າມາຢູ່ ບ້ານຈັດສັນ ພູມິນໄຊ ມີເກືອບ 200 ຄອບຄົວ ມີຂໍ້ຂັດແຍ້ງກັບ ຄນະຈັດສັນເຂື່ອນ ເຊັ່ນ; ຕົວຢ່າງ ກຸ່ມນຶ່ງ ບໍ່ພໍໃຈກັບເຣື້ອງທີ່ ດິນປູກຝັງ ທີ່ທາງໂຄງການຈັດສັນໃຫ້ ຍ້ອນວ່າ ດິນບໍ່ງາມ, ອີກກຸ່ມນຶ່ງ ບໍ່ພໍໃຈນໍາ ຄ່າຊົດເຊີຍ ເພາະນ້ອຍໂພດ ອີກກຸ່ມນຶ່ງ ພັດວ່າ ຢາກໄດ້ດິນບ່ອນເກົ່າຄືນ ເພາະບໍ່ຢາກ ບຸກເບີກພື້ນທີ່ ການປູກພຶດໃໝ່.

ຕໍ່ບັນຫານີ້ ເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ  ທີ່ຜ່ານມາ ທາງການກໍໄດ້ ຈັດຕັ້ງຄນະ ກັມມະທິການ ໄປໄກ່ເກັ່ຍ ກັບຊາວບ້ານແລ້ວ ແລະໄດ້ ພຍາຍາມ ອະທິບາຍ ໃຫ້ເຂົາເຈົ້າ ເຂົ້າໃຈ ຕາມເງື່ອນໄຂ ແລະກົດໝາຍ,  ແຕ່ຊາວບ້ານ ຍັງບໍ່ເຂົ້າໃຈ ແລະ ຍັງຮ້ອງຟ້ອງ ໄປຫາ ສະພາແຂວງ ແລະ ເມືອງ ຊື່ງປັຈຈຸບັນ ບັນຫານີ້ຍັງ ເຈຣະຈາກັນ ບໍ່ໄດ້ເທື່ອ.

ສໍາລັບເຂື່ອນນໍ້າງຽບ 1 ປັຈຈຸບັນ ສ້າງສໍາເຣັດ ໄປແລ້ວກວ່າ 90 ສ່ວນຮ້ອຍ ແລະພ້ອມທີ່ຈະເປີດໃຊ້ ໃນປີ 2019ນີ້:

“ໃກ້ສໍາເຣັດແລ້ວ ຍັງອີກ 5 ເປີເຊັນ 10 ເປີເຊັນ ມັນກໍສໍາເຣັດ ເພາະວ່າເຂົາຕັນນໍ້າ ຕັນເຂື່ອນ ຫຍັງແລ້ວຫັ້ນນະ ຄືຮອງຣັຖມົນຕຣີ ແຕ່ຊຸດແລ້ວນີ້ ກໍລົງໄປເບິ່ງຫັ້ນນະ ເພາະວ່າ ໃນເດືອນ 2 ປິ 2019 ນີ້ ວັນທີ່ 1  ປີ 2019 ນີ້ ເຂົາຈະຕ້ອງໄປເປິດ ນໍາໃຊ້ ໄຟເດ.”

ເຂື່ອນນໍ້າງຽບ 1 ກໍ່ສ້າງມາໄດ້ 4 ປີແລ້ວ ເປັນເຂື່ອນ ຂອງບໍຣິສັດ ຣາຊບູຣີ ປະເທດໄທ ມີເຂື່ອນຂນາດນ້ອຍ 18 ກິໂລວັດ ແລະ ເຂື່ອນໃຫຍ່ 272 ກິໂລວັດ.



__________________
Anonymous

Date:
Permalink   
 

ຕາບໃດທີ່ສ້າງໂຮງງານເຮັດໄມ້ຈີ້ມແຂ້ວບໍ່ເປັນ

ບໍ່ສາມາດສ້າງງານໃຫ້ແກ່ຊາວຫນຸ່ມລາວໄດ້

ໂລກກໍຈະປະນາມວ່າ ພັກລັດຍັງໂງ່ຈ້າ ຕຳ່ຕ້ອຍ

ດ້ອຍພັດທະນາໄປເລື້ອຍໆ...



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard