ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສຫະຣັຖອະເມຣິກາ ໂຈະການອອກວີຊາໃຫ້ແກ່ຄົນລາວທີ່ຢາກເຂົ້າມາອະເມຣິກາ
Anonymous

Date:
ສຫະຣັຖອະເມຣິກາ ໂຈະການອອກວີຊາໃຫ້ແກ່ຄົນລາວທີ່ຢາກເຂົ້າມາອະເມຣິກາ
Permalink   
 


ເນື່ອງຈາກຣັຖະບານລາວປະຕິເສດທີ່ຈະຮັບເອົາຄົນເຊື້ອຊາດລາວທີ່ຖືກໄລ່ເນລະເທດໃຫ້ອອກຈາກປະເທດສຫະຣັຖ ກັບຄືນສູ່ ສປປລາວ

ທາງກະຊວງການຮັກສາຄວາມສງົບພາຍໃນປະເທດ (Dept of Homeland Security) ຈຶ່ງໄດ້ອອກຄຳສັ່ງ ໂຈະການອະນຸຍາດ

ໃຫ້ຄົນ ສປປລາວ ເຂົ້າມາໃນແຜ່ນດິນສຫະຣັຖ ຈົນກວ່າບັນຫານີ້ຈະຖືກແກ້ໃຂ ໃຫ້ເປັນທີ່ຕົກແຕກກັນ.

ທີ່ມາຂອງແຫຼ່ງຂ່າວຄືທີ່ນີ້ :

https://www.washingtonexaminer.com/news/us-suspends-visas-from-myanmar-laos-following-refusal-to-take-back-deported-citizens

 

-----------------------------------------------------------------------------

US suspends visas from Myanmar, Laos following refusal to take back deported citizens

 

 

The Trump administration has suspended the issuing of visas to citizens of the Southeast Asian countries of Myanmar and Laos, following both governments' refusal to take back citizens who had been ordered deported from the U.S.

The Department of Homeland Security announced Tuesday afternoon it had ordered the State Department to sanction visas for Myanmar — formerly Burma — and Laos because those countries "have denied or unreasonably delayed accepting their nationals ordered removed."

DHS said State officials made "diplomatic communications at the highest level of government" in the two countries before resorting to sanctioning them.

 

On Monday, State Sec. Mike Pompeo instructed U.S. consular officers based in those two nations to impose visa restrictions on certain categories of applicants. These restrictions will be determined on a country-by-country basis.

"As of July 9, 2018, the U.S. Embassy in Rangoon, Burma has discontinued the issuance of all B1 and B2 nonimmigrant visas for current officials at the Director General level and above from the Burmese Ministries of Labor, Immigration, and Population (MOLIP) and Home Affairs (MOHA), and their immediate family members, with limited exceptions," the DHS Office of Public Affairs stated in a press release.

"As of July 9, 2018, the U.S. Embassy in Vientiane, Laos, has discontinued the issuance of all B1, B2, and B1/B2 nonimmigrant visas for current officials at the Director General level and above from the Lao Ministry of Public Security (MPS) as well as their immediate families; and all A3 and G5 nonimmigrant visas to individuals employed by Lao government officials, with limited exceptions," DHS wrote.

If the countries continue not to cooperate with the U.S., the State Department will expand the visa sanctions to additional visa groups in that country. Pompeo will wait to lift sanctions until DHS Sec. Kirstjen Nielsen confirms each one is cooperating with U.S. Immigration and Customs Enforcement, which handles individuals waiting to be deported.

Countries accepting back citizens must issue travel documents for those being repatriated before the U.S. can deport them. In Laos and Myanmar's cases, the governments refused to supply ICE with those documents.

Due to the Supreme Court decision on Zadvydas v. Davis, ICE must release people in its custody after six months if a person does not have a pathway toward being deported.

While a presidential candidate, President Trump promised to take more action to get countries to take back people the U.S. sought to deport. A dozen countries that had fought the change are now working with the U.S. government to take back their citizens.

 

In September, the administration announced visa sanctions on Guinea, Sierra Leone, Eritrea, and Cambodia for the same reason.

As of July, nine countries remain uncooperative. There are still sanctions on Cambodia, Eritrea, Guinea, and Sierra Leone.

 

 



__________________
Anonymous

Date:
RE: ສຫະຣັຖອະເມຣິກາ ໂຈະການອອກວີຊາໃຫ້ແກ່ຄົນລາວທີ່ຢາກເຂົ້າມາອະເມຣິກາ
Permalink   
 


ໂດຍສະເພາະພວກໂລກສວຍ ຢາກຈະເຂົ້າມາປ່ຽນແປງ ໃຫ້ສຫະຣັຖອະເມຣິກາ ກາຍເປັນປະເທດສັງຄົມນິຍົມ

ອັນດີເລີດຄື ສປປລາວ !

ບໍ່ຮູ້ວ່າ ພວກນີ້ເອົາຫຍັງຄຶດ....

 



__________________
Anonymous

Date:
Permalink   
 

ຣັຖບານລາວບໍ່ຮັບຜິດຊອບ ຜູ້ເຮັດຜິດ ໃນສະຫະຣັດ

image

 

ຣັຖບານລາວຈະບໍ່ຮັບຜິດຊອບ ຮັບເອົາຄົນລາວ ທີ່ໄປເຮັດຜິດກົດຫມາຍ ຢູ່ສະຫະຣັດ ກັບຄືນປະເທດ ຍ້ອນວ່າ ກຸ່ມດັ່ງກ່າວໄປເຮັດສິ່ງບໍ່ດີ ສ້າງຄວາມເຊື່ອມເສັຽ ຕໍ່ປະເທດຊາດ ແລະ ທາງການລາວ ກໍໄດ້ຕັກເຕືອນແລ້ວວ່າ ຖ້າໄປເຮັດສິ່ງບໍ່ດີແລ້ວ ຣັຖບານ ຈະບໍ່ຮັບຜິດຊອບ ຊ່ອຍກັບຄືນປະເທດ. ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີວ່າ:

"ຄົນລາວທີ່ຖືສັນຊາດລາວ ແລ້ວໄປເຮັດວຽກຢູ່ຕ່າງປະເທດ ແລ້ວກໍໄປເຮັດຜິດກົດໝາຍຢູ່ພຸ້ນຫັ້ນນ່າ ປົກກະຕິມັນກໍສົມຄວນ ມັນກໍສົມຄວນ ແລ້ວ ເພາະວ່າ ຄົນລາວສ່ວນຫລາຍຂະເຈົ້າໄປ ກໍແນວນັ້ນແຫລະ ຂະເຈົ້າໄປອອກວິຊາໄປແລ້ວ ກໍໄປຢູ່ພຸ້ນເລີຍ ໄປເຮັດວຽກຢູ່ອາເມຣິກາ ແລ້ວກໍໄປເປັນຄົນຜິດກົດໝາຍ ຢູ່ພຸ້ນເລີຍຫັນນ່າ ອັນນີ້ຣັຖບານລາວຈະບໍ່ຮັບຜິດຊອບ ເພາະວ່າເຈົ້າເປັນແບບຜິດກົດໝາຍແລ້ວເປັນຫຍັງ ເຈົ້າໄປປະເທດເຂົາ ແບບບໍ່ຖືກກົດໝາຍ ອັນນີ້ຖ້າມີຫຍັງເກີດຂຶ້ນມາ ຣັຖບານຈະບໍ່ຮັບຜິດຊອບ ແຕ່ວ່າແມ່ນເຫດຜົລໃດທີ່ບໍ່ຮັບ ຕ້ອງເບິ່ງ ວ່າກໍຣະນີໃດ ຕ້ອງເບິ່ງເປັນກໍຣະນີໄປ."

ໃນມື້ວັນທີ 9 ກໍຣະດາ ປີ 2018 ກະຊວງຕ່າງປະເທດສະຫະຣັດ ໄດ້ອອກຄຳສັ່ງ ໃຫ້ກົງສູນ ສະຫະຣັດປະຈຳລາວ ຍຸຕິການອອກວິຊາ ປະເພດ B1, B2 ແລະ B1/B2 ໃຫ້ແກ່ເຈົ້າຫນ້າທີ່ລາວ ຣະດັບຫົວຫນ້າຫ້ອງການຂຶ້ນໄປ ຂອງກະຊວງປ້ອງກັນຄວາມສງົບ ສປປ ລາວ ແລະສະມາຊິກຄອບຄົວ ຂອງເຈົ້າຫນ້າທີ່ກຸ່ມດັ່ງກ່າວ ພ້ອມທັງຈະຈຳກັດການອອກວິຊາ A3 ແລະ G5 ໃຫ້ກັບບຸກຄົນທີ່ເຮັດວຽກໃຫ້ແກ່ ຣັຖບານລາວນຳອີກ.

ການບໍ່ອອກວິຊາບາງປະເພດ ໃຫ້ແກ່ເຈົ້າຫນ້າທີ່ລາວເທື່ອນີ້ ກະຊວງຣັກສາຄວາມສງົບພາຍໃນ ຂອງສະຫະຣັດໃຫ້ເຫດຜົລວ່າ ຣັຖບານລາວ ຍັງບໍ່ຍອມຮັບເອົາຄົນລາວ ທີ່ໄປເຮັດຜີດກົດຫມາຍ ໃນສະຫະຣັດເປັນຕົ້ນ ການຄ້າຢາເສບຕິດ ແລະກໍ່ອາຊຍາກັມ ຕ່າງໆກັບຄືນປະເທດ.



__________________
Anonymous

Date:
Permalink   
 

ກົດໝາຍໃໝ່ຂອງລາວ ຈະ ບັ່ນທອນ ສິດທິ ຊຸມນຸມ

image

 

ສິດທິການໄຫວ້ພຣະສູດມົນ ໃນຊຸມຊົນ ຫລືເປັນກຸ່ມໃຫຍ່ໆ ຂອງຊາວຄຣິສຕຽນໃນລາວ ຈະມີຄວາມສ່ຽງ ຖ້າກົດໝາຍໃໝ່ລາວ ຖືກບັງຄັບ ໃຊ້ ຍ້ອນວ່າກົດຫມາຍໃຫມ່ ໄດ້ກຳນົດໃຫ້ ການຊຸມນຸມຕ່າງໆ ຫຼື ຊຸມນຸມທາງສາສນາ ຕ້ອງໄດ້ຮັບໃບອະນຸຍາດ ຈາກຫຼາຍຜແນກການ ຂອງ ສປປ ລາວ.

ນາຍົກຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ ໄດ້ລົງນາມໃນດຳຣັດດັ່ງກ່າວ ໃນເດືອນສິງຫາ 2017 ຖ້າຖືກບັງຄັບໃຊ້ຢ່າງເປັນທາງການ ຈະເປັນຄວາມສ່ຽງຕໍ່ສິດທິ ການນັບຖືສາສນາອື່ນໆໃນລາວ ໃນການຊຸມນຸມ ທາງດ້ານສາສນາ ເປັນຕົ້ນສາສນາ ຄຣິສຕຽນ.

ອີງຕາມການຣາຍງານຂອງອົງການຄຣິສຕຽນ online, the voice of Martyrs ຣະບຸວ່າກົດໝາຍດັ່ງກ່າວ ເນັ້ນຈຸດປະສົງໃສ່ການຊຸມນຸມ ເປັນຫລັກ ບໍ່ວ່າຈະເປັນການຊຸມນຸມ ທາງດ້ານສາສນາ ຫລືທາງດ້ານການເມືອງ ຫລືບໍ່ ກໍແມ່ນການຊຸມນຸມກ່ຽວກັບ ສະຫະພັນກັມມະກອນ ຣັຖບານລາວ ຕ້ອງການຄວບຄຸມ ການຊຸມນຸມທີ່ມີກຸ່ມຄົນຫລາຍ ເຂົ້າໂຮມກັນນັ້ນຢູ່ສເມີ, ຍ້ອນຢາກຮູ້ວ່າ ມີໃຜແດ່ເຂົ້າຮ່ວມແລະໂອ້ລົມກັນ ເຣື້ອງຫຍັງ ໃນຈຸດປະສົງອັນໃດ.

ອົງການດັ່ງກ່າວເວົ້າວ່າ ຈຸດປະສົງຂອງກົດຫມາຍນີ້ ບໍ່ແມ່ນແນເປົ້າໃສ່ການຊຸມນຸມ ໂດຍທົ່ວໄປ ອາດແນ່ເປົ້າໃສ່ການນັບຖືສາສນາ ຫຼາຍກວ່າຍ້ອນກຸ່ມນັບຖືສາສນາ ໂດຍສະເພາະສາສນາຄຣິສຕຽນ ຈະໃຊ້ການໄຫວ້ພຣະສູດມົນເປັນກຸ່ມຫຼາຍກວ່າ ບໍ່ວ່າຈະຢູ່ໃນໂບດ ຫລືໃນສະຖານທີ່ຊຸມຊົນ. ສະນັ້ນກົດຫມາຍດັ່ງກ່າວ ຂອງທາງການລາວ ຖ້າຖືກບັງຄັບໃຊ້ ແຮ່ງຈະເພີ້ມຄວາມສ່ຽງຕໍ່ສິດທິການນັບຖື ສາສນາຄຣິສຕຽນ ໃນລາວຫລາຍຂຶ້ນ.



__________________
Anonymous

Date:
Permalink   
 

Anonymous wrote:

ຣັຖບານລາວບໍ່ຮັບຜິດຊອບ ຜູ້ເຮັດຜິດ ໃນສະຫະຣັດ

image

 

ຣັຖບານລາວຈະບໍ່ຮັບຜິດຊອບ ຮັບເອົາຄົນລາວ ທີ່ໄປເຮັດຜິດກົດຫມາຍ ຢູ່ສະຫະຣັດ ກັບຄືນປະເທດ ຍ້ອນວ່າ ກຸ່ມດັ່ງກ່າວໄປເຮັດສິ່ງບໍ່ດີ ສ້າງຄວາມເຊື່ອມເສັຽ ຕໍ່ປະເທດຊາດ ແລະ ທາງການລາວ ກໍໄດ້ຕັກເຕືອນແລ້ວວ່າ ຖ້າໄປເຮັດສິ່ງບໍ່ດີແລ້ວ ຣັຖບານ ຈະບໍ່ຮັບຜິດຊອບ ຊ່ອຍກັບຄືນປະເທດ. ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີວ່າ:

"ຄົນລາວທີ່ຖືສັນຊາດລາວ ແລ້ວໄປເຮັດວຽກຢູ່ຕ່າງປະເທດ ແລ້ວກໍໄປເຮັດຜິດກົດໝາຍຢູ່ພຸ້ນຫັ້ນນ່າ ປົກກະຕິມັນກໍສົມຄວນ ມັນກໍສົມຄວນ ແລ້ວ ເພາະວ່າ ຄົນລາວສ່ວນຫລາຍຂະເຈົ້າໄປ ກໍແນວນັ້ນແຫລະ ຂະເຈົ້າໄປອອກວິຊາໄປແລ້ວ ກໍໄປຢູ່ພຸ້ນເລີຍ ໄປເຮັດວຽກຢູ່ອາເມຣິກາ ແລ້ວກໍໄປເປັນຄົນຜິດກົດໝາຍ ຢູ່ພຸ້ນເລີຍຫັນນ່າ ອັນນີ້ຣັຖບານລາວຈະບໍ່ຮັບຜິດຊອບ ເພາະວ່າເຈົ້າເປັນແບບຜິດກົດໝາຍແລ້ວເປັນຫຍັງ ເຈົ້າໄປປະເທດເຂົາ ແບບບໍ່ຖືກກົດໝາຍ ອັນນີ້ຖ້າມີຫຍັງເກີດຂຶ້ນມາ ຣັຖບານຈະບໍ່ຮັບຜິດຊອບ ແຕ່ວ່າແມ່ນເຫດຜົລໃດທີ່ບໍ່ຮັບ ຕ້ອງເບິ່ງ ວ່າກໍຣະນີໃດ ຕ້ອງເບິ່ງເປັນກໍຣະນີໄປ."

ໃນມື້ວັນທີ 9 ກໍຣະດາ ປີ 2018 ກະຊວງຕ່າງປະເທດສະຫະຣັດ ໄດ້ອອກຄຳສັ່ງ ໃຫ້ກົງສູນ ສະຫະຣັດປະຈຳລາວ ຍຸຕິການອອກວິຊາ ປະເພດ B1, B2 ແລະ B1/B2 ໃຫ້ແກ່ເຈົ້າຫນ້າທີ່ລາວ ຣະດັບຫົວຫນ້າຫ້ອງການຂຶ້ນໄປ ຂອງກະຊວງປ້ອງກັນຄວາມສງົບ ສປປ ລາວ ແລະສະມາຊິກຄອບຄົວ ຂອງເຈົ້າຫນ້າທີ່ກຸ່ມດັ່ງກ່າວ ພ້ອມທັງຈະຈຳກັດການອອກວິຊາ A3 ແລະ G5 ໃຫ້ກັບບຸກຄົນທີ່ເຮັດວຽກໃຫ້ແກ່ ຣັຖບານລາວນຳອີກ.

ການບໍ່ອອກວິຊາບາງປະເພດ ໃຫ້ແກ່ເຈົ້າຫນ້າທີ່ລາວເທື່ອນີ້ ກະຊວງຣັກສາຄວາມສງົບພາຍໃນ ຂອງສະຫະຣັດໃຫ້ເຫດຜົລວ່າ ຣັຖບານລາວ ຍັງບໍ່ຍອມຮັບເອົາຄົນລາວ ທີ່ໄປເຮັດຜີດກົດຫມາຍ ໃນສະຫະຣັດເປັນຕົ້ນ ການຄ້າຢາເສບຕິດ ແລະກໍ່ອາຊຍາກັມ ຕ່າງໆກັບຄືນປະເທດ.


 

ສົມມຸດ ລູກຫຼານຂອງພວກອາດຍາ ໄປເຮັດຜິດກົດຫມາຍຢູ່ປະເທດອື່ນ

ໃນນາມຜູ້ເປັນພໍ່ເປັນແມ່ຂອງຄົນເຫຼົ່ານັ້ນ ຈະໃຊ້ແນວຄຶດນີ້ບໍ່ ?  ວ່າ ພໍ່ແມ່ບໍ່ຂໍຮັບຜິດຊອບຫຍັງຫມົດ ?

ຖ້າເຂົາຈະເອົາໄປປ່ອຍລົງທະເລ ພວກອາດຍາພ້ອມທີ່ຈະເຫັນດີ ຫລືບໍ່​?

ໃນນາມເປັນຜູ້ປົກຄອງປະເທດ ຈະຕ້ອງມີຄວາມຮັບຊອບຕໍ່ຄວາມຢູ່ເຢັນເປັນສຸກຂອງ ປະຊາຊົນຂອງໂຕ...

ຫລືຍັງຈະຕອບວ່າ ນັ້ນບໍ່ແມ່ນລູກຂອງເຮົາ ແຕ່ແມ່ນລູກຂອງເມັຍເຮົາຕ່າງຫາກ !

 

 

 

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard