ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມາດາມ ຊຸຍ ເມັງ ຊາບຊຶ້ງ ຕໍ່ ສາກົນ
Anonymous

Date:
ມາດາມ ຊຸຍ ເມັງ ຊາບຊຶ້ງ ຕໍ່ ສາກົນ
Permalink   
 


ມາດາມ ຊຸຍ ເມັງ ຊາບຊຶ້ງ ຕໍ່ ສາກົນ

image

 

ມາດາມ ອຶ້ງ ຊຸຍເມັ້ງ, ພັລຍາຂອງທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ດີເດັ່ນຂອງລາວ, ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດາ ນີ້ວ່າ ການທວງຖາມຣັຖບານ ສປປລາວ ຫາ ທ່ານ ສົມບັດ ສົມພອນ ຢູ່ໃນກອງປະຊຸມທົບທວນ ການປະຕິບັດສິດທທິມະນຸສ ປະຈຳຣະຍະ ຂອງສະຫະປະຊາຊາດ ທີ່ນະຄອນເຈນິວາ, ປະເທສ ສະວິສເຊິແລັນ ນັ້ນຖືເປັນກຳລັງໃຈອັນສຳຄັນຍິ່ງ ຕໍ່ມາດາມແລະທຸກຄົນ ໃນຄອບຄົວ ແລະ ມາດາມຮູ້ສຶກຊາບຊຶ້ງໃຈ ທີ່ສາກົນຍັງສືບຕໍ່ຕິດຕາມ ເຣຶ່ອງການຫາຍສາບສູນ ຂອງສາມີຕົນ. ດັ່ງ ມາດາມ ໄດ້ກ່າວຕອນນຶ່ງວ່າ:

“ພາກສ່ວນສາກົນເນາະ ຂະເຈົ້າຍັງຫຼັງຈາກຜ່ານມາຫຼາຍປີແລ້ວ ຂະເຈົ້າຍັງຖາມຫາ ຢາກຮູ້ເນາະວ່າລຸງ ສົມບັດ ປະຈຸບັນ ຢູ່ໃສ? ອັນນີ້ ປ້າຂອບໃຈຂະເຈົ້າຫຼາຍໆ. ສຳລັບປ້າ, ອັນນີ້ກະເປັນກຳລັງໃຈໃຫ້ປ້າ ວ່າທາງນອກເນາະ, ໂດຍສະເພາະສາກົນ ຍັງບໍ່ທັນໄດ້ລືມ ກ່ຽວກັບ ເຣື້ອງຂອງລຸງ ສົມບັດ."

ມາດາມກ່າວຕື່ມວ່າ ເປັນເຣື້ອງທີ່ໜ້າເສົ້າໂສກເສັຽໃຈທີ່ສຸດ ທີ່ຣັຖບານລາວ ໄດ້ກ່າວສເມີມາວ່າ ຣັຖບານ ມີຄວາມເປັນຫ່ວງເປັນໃຍຕໍ່ບັນຫາ ຂອງ ທ່ານ ສົມບັດ ສົມພອນ ຜູ້ເປັນສາມີຕົນ, ແຕ່ໃນຄວາມເປັນຈິງ ຄຳຕອບທີ່ທາງການລາວ ໄດ້ໃຫ້ຕໍ່ຄອບຄົວ ຂອງທ່ານ ສົມບັດ ແລະຕໍ່ສາກົນ ແມ່ນບໍ່ມີຫຍັງໃໝ່ ແລະບໍ່ມີຄວາມຄືບໜ້າໃດໆເລີຍ ດັ່ງທີ່ມາດາມກ່າວວ່າ:

“ອີກອັນນຶ່ງ ຣັຖບານວ່າເຣື້ອງນີ້ ເປັນເຣື້ອງທີ່ມີຄວາມຫຍຸ້ງຍາກ, ແຕ່ສິ່ງທີ່ປ້າບໍ່ເຂົ້າໃຈ ຂະເຈົ້າວ່າຫຍຸ້ງຍາກ ຫຍຸ້ງຍາກຢູ່ບ່ອນໃດ? ເສັຽໃຈວ່າ ເປັນຫຍັງເນາະ ຣັຖບານກະເວົ້າວ່າ ຂະເຈົ້າກະເປັນຫ່ວງເປັນໃຍ ຕໍ່ເຣື້ອງນີ້ເນາະ ເປັນຫ່ວງເປັນໃຍວ່າຜູ້ນຶ່ງ ທີ່ສາບສູນເນາະ. ແຕ່ວ່າຄຳຕອບກະບໍ່ໄດ້ຊັດເຈນປານໃດ ອັນນີ້ກະພາໃຫ້ປ້າ ເປັນໜ້າເສົ້າ ແລະ ເສັຽໃຈ."

ໃນກອງປະຊຸມທົບທວນການປະຕິບັດສິດທທິມະນຸສ ປະຈຳຣະຍະຂອງສະຫະປະຊາຊາດເທື່ອນີ້ ເຈົ້າໜ້າທີ່ຣະດັບສູງ ດ້ານສິທທິມະນຸສ ສາກົນ ໄດ້ທວງຖາມຜູ້ຕາງໜ້າຣັຖບານ ສປປລາວ ໂດຍກົງ ກ່ຽວກັບບັນຫາການບັງຄັບ ບຸກຄົນໃຫ້ຫາຍສາບສູນ ໃນລາວ ໂດຍສະເພາະ ແມ່ນກໍຣະນີຂອງ ທ່ານ ສົມບັດ ສົມພອນ ທີ່ສັງຄົມລາວ ແລະປະຊາຄົມສາກົນ ເຊື່ອວ່າ ທ່ານເປັນຜູ້ນຶ່ງໃນຫຼາຍໆຄົນ ຢູ່ ສປປ ລາວ ທີ່ຖືກບັງຄັບໃຫ້ ຫາຍສາບສູນ, ແຕ່ທາງການລາວ ບໍ່ໃຫ້ຄວາມກະຈ່າງແຈ້ງ ໃນບັນຫານີ້ ແຕ່ຢ່າງໃດ.

ນັບເປັນເວລາ 66 ເດືອນແລ້ວ ທີ່ ທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນອາວຸໂສລາວທີ່ດີເດັ່ນ ຜູ້ໄດ້ຮັບຣາງວັນ ແມັກໄຊໄຊ ດ້ານການພັທນາ ໄດ້ຖືກກຸ່ມຄົນ ທີ່ບໍ່ຮູ້ວ່າເປັນກຸ່ມໃດ ລັກພາຕົວທ່ານຂຶ້ນຣົດກະບະ ຢູ່ຕໍ່ໜ້າປ້ອມຍາມຕຳຣວດຈະຣາຈອນ ກົງກັນຂ້າມກັບ ໂຮງຮຽນການຊ່າງ ລາວ-ເຢັຽຣະມັນ ໃນມື້ວັນທີ 15 ທັນວາ 2012. ເຖິງແມ່ນຈະບໍ່ຮູ້ວ່າ ເປັນຄົນກຸ່ມໃດລັກພາຕົວທ່ານໄປນັ້ນກໍຕາມ ແຕ່ກໍຣະນີເກີດຂຶ້ນ ໃນເຂດຄວາມຮັບຜິດຊອບຂອງທາງການ ສປປລາວ.

ຈົນມາເຖິງທຸກມື້ນີ້, ກໍຍັງບໍ່ຮູ້ວ່າ ທ່ານ ສົມບັດ ສົມພອນ ຢູ່ໃສ, ມີຊາຕາກັມແນວໃດ? ຂນະທີ່ທຸກຄົນໃນຄອບຄົວຂອງທ່ານ ຕ່າງກໍ່ຫວັງ ຢູ່ທຸກມື້ວ່າ ທ່ານຈະກັບຄືນມາຫາຄອບຄົວຢ່າງປອດພັຍ.



__________________
Anonymous

Date:
Permalink   
 

ຜູ້ຕາງໜ້າລາວ ຖືກຫ້າມ ຖ່າຍຮູບ ໃນ ສປຊ

image

 

ເຈົ້າໜ້າທີ່ ໃນຄນະຜູ້ແທນລາວ ຄົນນຶ່ງທີ່ເປັນຜູ້ຍິງ ໄດ້ເຮັດຜິດກົດຣະບຽບ ດ້ວຍການຖ່າຍຮູບ ຢູ່ໃນຫ້ອງປະຊຸມໃຫຍ່ ຄນະກັມມະການ ສິດທິມະນຸດ ຂອງສະຫະປະຊາຊາດ.

ໃນຣະຫວ່າງກອງປະຊຸມ ວ່າ​ດ້ວຍ ສິ​ດ​ທິ​ພົ​ລ​ເມືອງ ແລະ ສິດ​ທ​ິ​ທາງ​ການ​ເມືອງ ຂອງສະຫະປະຊາຊາດ ທີ່ນະຄອນເຈນິວາ ປະເທດສະວິສເຊີແລັນ ໃນວັນທີ 12 ກໍຣະກະດາ ຜ່ານມາ, ມີເຈົ້າໜ້າທີ່ຂອງຄນະ ຜູ້ແທນລາວຄົນນຶ່ງ ທີ່ເປັນຜູ້ຍິງ ໄດ້ຍ່າງເລາະຖ່າຍຮູບ ບັນດາຄນະຜູ້ແທນ ທີ່ມາຮ່ວມກອງປະຊຸມ ຮວມທັງຜູ້ເຂົ້າຮ່ວມ ທີ່ມາຈາກອົງການຈັດຕັ້ງ ທາງສັງຄົມຂອງລາວ.

ດັ່ງ ທ່ານ ອັນເດຣັຽ ຈໍເກັດຕາ Andrea Giogetta ຈາກອົງການສະຫະພັນສາກົນ ເພື່ອສິດທິມະນຸດ ຫລື FIDH ຊຶ່ງເປັນຜູ້ຢູ່ໃນເຫດການ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 13 ກໍຣະກະດາ ນີ້ວ່າ:

"One of the Lao government delegation the woman started walking around the room and taking photos of everybody including the row where Lao civil societies were sitting. ທ່ານກ່າວວ່າ ມີເຈົ້າໜ້າທີ່ຈາກຄນະ ຜູ້ແທນລາວ ທ່ານນຶ່ງ ທີ່ເປັນຜູ້ຍິງ ໄດ້ເລາະຍ່າງຖ່າຍຮູບ ທຸກຄົນ ຢູ່ໃນຫ້ອງປະຊຸມ ຮວມທັງ ເຈົ້າໜ້າທີ່ ຈາກອົງການຈັດຕັ້ງທາງສັງຄົມ ຂອງລາວ ທີ່ນັ່ງຮັບຟັງ ຢູ່ໃນທີ່ປະຊຸມນັ້ນ." 

ທ່ານກ່າວຕື່ມອີກວ່າ ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ຜູ້ຮັບຜິດຊອບກອງປະຊຸມ ໄດ້ຍ່າງໄປບອກເຈົ້າໜ້າທີ່ລາວຄົນນັ້ນ ບໍ່ໃຫ້ຖ່າຍວີດີໂອ ແລະບອກໃຫ້ລືບພາບວີດີໂອ ນັ້ນຖິ້ມ.

ອີງຕາມຫລັກການຢູ່ໃນຫ້ອງປະຊຸມ ຂອງຄນະກຳມະການສິດທິມະນຸດ ຂອງອົງການສະຫະປະຊາຊາດ, ເຂົາເຈົ້າບໍ່ອະນຸຍາດ ໃຫ້ບຸກຄົນ ພາຍນອກ ຖ່າຍຮູບຢູ່ໃນຫ້ອງປະຊຸມ ແລະສະເພາະນັກຂ່າວ ທີ່ມາຣາຍງານຂ່າວກອງປະຊຸມ ຈະຕ້ອງຢູ່ໃນຫ້ອງ ນັກຂ່າວສະເພາະທີ່ ເຈົ້າໜ້າທີ່ໄດ້ຈັດສັນໄວ້ໃຫ້ ແລະນັກຂ່າວ ກໍບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປຖ່າຍຮູບ ໃນຫ້ອງປະຊຸມ ນັ້ນໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard