ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຄື່ອງບໍຣິຈາກ ລົ້ນສາງ ແຕ່ບໍ່ຮອດ ຜູ້ປະສົບພັຍ
Anonymous

Date:
ເຄື່ອງບໍຣິຈາກ ລົ້ນສາງ ແຕ່ບໍ່ຮອດ ຜູ້ປະສົບພັຍ
Permalink   
 


ເຄື່ອງບໍຣິຈາກ ລົ້ນສາງ ແຕ່ບໍ່ຮອດ ຜູ້ປະສົບພັຍ

image

 

ປະຊາຊົນ ທ່ານນຶ່ງ ທີ່ເຄີຍເດີນທາງ ໄປຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມ ຢູ່ເມືອງສນາມໄຊ ແຂວງອັດຕະປື ເວົ້າຜ່ານເຟສບຸກຄ໌ວ່າ: ລາວ ມີຄວາມເປັນຫ່ວງຫຼາຍ ກ່ຽວກັບ ເຄື່ອງໃຊ້ ທີ່ຫຼາຍພາກສ່ວນ ໄດ້ຂົນໄປບໍຣິຈາກ ແກ່ປະຊາຊົນ ທີ່ໄດ້ຮັບຄວາມເດືອດຮ້ອນ ຈົນຮອດດຽວນີ້ ເຄື່ອງລົ້ນສາງແລ້ວ ແຕ່ຍັງບໍ່ຮອດ ມືປະຊາຊົນ ທີ່ໄດ້ຮັບຜົລກະທົບເທື່ອ ເຖິງແມ່ນວ່າ ເຫດນໍ້າຖ້ວມ ຈະຜ່ານມາ ຫຼາຍມື້ແລ້ວກໍຕາມ, ດັ່ງ ຄຳເວົ້າ ຂອງນາງ ໃນ​ຕອນ​ນຶ່ງວ່າ:

“ຂ້າພະເຈົ້າ ໄປເຫັນກັບຫູກັບຕາແລ້ວ ຮູ້ສຶກອາຍ ຜູ້ທີ່ວ່າ ເພີ່ນຂົນມາຈາກຫລາຍໆຮ້ອຍກິໂລແມັດ ມັນລຳບາກຊໍ່າໃດ ສິໄປຮອດຫັ້ນ ແລ້ວໄປຮອດ ຫັ້ນຫລາຍ ຈົນລົ້ນອອກມານະ ກະຄືທ່ານເຫັນຫັ້ນແຫລະ 6 ມື້ 7 ມື້ ຜ່ານໄປ ເປັນຫຍັງ ການແຈກເຄື່ອງບໍ່ຮອດ ເປັນຫຍັງສາງລົ້ນ ແຕ່ເປັນຫຍັງ ປະຊາຊົນ ບໍ່ໄດ້ຮັບເຄື່ອງ.”

ນາງເວົ້າຕື່ມວ່າ ສຳລັບ ຍອດບໍຣິຈາກ ທີ່ປະຊາຊົນ ທົ່ວປະເທດ ແລະ ຈາກຕ່າງປະເທດ ພາກັນບໍຣິຈາກ ໃຫ້ຜູ້ປະສົບພັຍນໍ້າຖ້ວມ ກໍຍັງບໍ່ທັນ ຮອດມືຊາວບ້ານ ທີ່ໄດ້ຮັບຄວາມເດືອດຮ້ອນ ແຕ່ຢ່າງໃດ ຕົ້ນເຫດວ່າ ພາກສ່ວນກ່ຽວຂ້ອງ ຄວນຟ້າວແຈກເຄື່ອງຂອງ ແລະ ໃຫ້ເງິນຊ່ອຍ ເຫຼືອປະຊາຊົນ ບໍ່ຈຳເປັນຕ້ອງລໍຖ້າ ໃຫ້ສລຸບຂໍ້ມູນຄວາມເສັຽຫາຍແລ້ວກ່ອນ ຈຶ່ງຄ່ອຍແຈກນຳຫລັງ ເພາະປະຊາຊົນ ໃນພື້ນທີ່ ຕ້ອງການ ໄດ້ຮັບການຊ່ອຍເຫລືອ ແບບຮີບດ່ວນ.

ນາງກ່າວຕື່ມວ່າ ບໍ່ພຽງແຕ່ເທົ່ານັ້ນ ຢູ່ບໍລິເວນສູນພັກ ສຳລັບຜູ້ປະສົບພັຍນໍ້າຖ້ວມ ກໍຍັງຂາດມຸ້ງ ຮວມທັງເຕັ້ນ ກາງປ້ອງກັນຝົນ ແລະ ສູນບາງແຫ່ງ ກໍຢູ່ໃນສະພາບແອອັດ ຈຳນວນຫ້ອງບໍ່ພໍ ກັບຈຳນວນ ຜູ້ໄດ້ຮັບຜົລກະທົບ ຈຶ່ງຢາກຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂ ບັນຫານີ້ຕື່ມ.

ທ່ານສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ສປປລາວ, ກ່າວຜ່ານໜັງສືພີມ ທາງການລາວວ່າ ດຽວນີ້ ໄດ້ເນັ້ນ ໃຫ້ພາກສ່ວນກ່ຽວຂ້ອງ ຮີບຊ່ອຍເຫລືອ ຜູ້ປະສົບພັຍ ທີ່ບໍ່ມີບ່ອນອາສັຍ ຮວມທັງ ຈັດການເຣື່ອງອາຫານ, ວິດຖ່າຍເຄື່ອນທີ່ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ໃຫ້ແກ່ ຜູ້ໄດ້ຮັບ ຜົລກະທົບ ແລະ ບໍ່ອານຸຍາດໃຫ້ ປະຊາຊົນ ເດີນທາງເມືອເຮືອນ ເພື່ອໄປທຳ​ຄວາມ​ສະ​ອາດເຮືອນ ທີ່ຖືກນໍ້າຖ້ວມ ຍ້ອນມີ ຄວາມສ່ຽງ ຕິດເຊື້ອພຍາດ.



__________________
Anonymous

Date:
RE: ເຄື່ອງບໍຣິຈາກ ລົ້ນສາງ ແຕ່ບໍ່ຮອດ ຜູ້ປະສົບພັຍ
Permalink   
 


สุดสลด! ลาวพบศพทารกจมโคลน หนีน้ำเขื่อนเซเปียนไม่ทัน ยอดตายพุ่ง31ราย - โพสต์ทูเดย์ รอบโลก

8AF6F22225C04901B6208EEEC55D3781.jpg

ทางการลาวพบทารกหญิง 3 เดือนจมโคลนเสียชีวิต ขณะที่ยอดตายอยู่ที่อย่างน้อย 31 คน สูญหาย 130 ราย ชาวบ้านบางส่วนเริ่มกลับเข้าพื้นที่แล้ว คาดพบผู้เสียชีวิตเพิ่ม

ผ่านมากว่าสองสัปดาห์แล้วจากเหตุที่โครงการก่อสร้างเขื่่อนผลิตกระแสไฟฟ้าพลังน้ำเซเปียน-เซน้ำน้อย ในแขวงอัตตะปือของสปป.ลาว ได้แตกออกจนส่งผลให้มวลน้ำมหาศาลกว่า 5 พันล้านลูกบาตก์เมตรไหลเข้าท่วมพื้นที่ในหลายหมู่บ้านนั้น

92C9F11289614201BF677ED2E2FB5BA4.jpg

ล่าสุดเจ้าหน้าที่ในแขวงอัตตะปือระบุว่า ขณะนี้ ( 6 ส.ค.) จำนวนผู้เสียชีวิตจากเหตุดังกล่าวเพิ่มขึ้นเป็น 31 คน แล้ว โดยหนึ่งในนั้นเป็นศพทารกเพศหญิงวัย 3 เดือนเสียชีวิตจมอยู่ใต้โคลนตม ที่หมู่บ้านท่าหินในแขวงอัตตะปือ และคาดว่าจะมีจำนวนยอดผู้เสียชีวิตเพิ่มขึ้นเนื่องจาก ขณะนี้ยังคงมีผู้สูญหายอยู่ที่ 130 คน โดยขณะนี้ระดับน้ำหลายพื้นที่ลดระดับแล้ว ชาวบ้านเรื่มกลับเข้าพื้นที่ แต่ยังคงเต็มไปด้วยโคลนตมจึงทำให้อาจจะยังพบศพผู้สูญหายเพิ่มเติม

6CCB619CB14643BE8CBC25E973B67E54.jpg

ขณะที่หน่วยกู้ชีพของลาวยังคงพบศพผู้เสียชีวิตเพิ่มขึ้นอย่างต่อเนื่อง ประกอบการกู้ภัยยังคงเป็นไปด้วยความยากลำบาก เนื่องจากหลายพื้นที่เข้าถึงลำบาก ด้านรัฐบาลเกาหลีใต้ได้ส่งเจ้าหน้าที่ทืมกู้ภัยชุดที่สอง ลงพื้นที่เพื่อช่วยเหลือแล้วโดยในทีมประกอบด้วยเจ้าหน้าที่ทางการแพทย์ 15 คน เจ้าหน้าที่สนับสนุน 7 คน เพื่อเข้าช่วยเหลือผู้ประสบภัยจากเหตุดังกล่าว

ขณะที่บริษัทเอสเค คอนสตรัคชั่น บริษัทของเกาหลีใต้ ผู้ร่วมลงทุนในโครงการดังกล่าว ระบุว่าเตรียมจะแถลงเรื่องการชดใช้ค่าเสียหายหลังจากที่ทางการลาวเสร็จสิ้นการสอบสวนแล้ว

 



__________________
Anonymous

Date:
Permalink   
 

ທຸກ​ຢ່າ​ຕ້ອງ​ລໍ​ຖ້າ ຄຳ​ສັ່ງ​ຈາກ​ຂັ້ນ​ເທີງ ເຮັດ​ຕາມ​ລຳ​ພັງ​ບໍ່​ໄດ້ 

ລົ້ນ​ກໍ່​ຈຳ​ເປັນ​ຕ້ອງ​ປ່ອຍ​ໃຫ້​ລົ້ນ ຝື​ເຮັດ​ໄປ​ໂດຍບໍ່​ມີ​ຄຳ​ສັ່ງ​ແມ່ນ​ຜິດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard