ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກອງ​ຫລອນ ເກັບ​ເງິນ ຈາກຄົນ​ຫາໜໍ່ໄມ້ ໃນເຂດບ້ານອື່ນ
Anonymous

Date:
ກອງ​ຫລອນ ເກັບ​ເງິນ ຈາກຄົນ​ຫາໜໍ່ໄມ້ ໃນເຂດບ້ານອື່ນ
Permalink   
 
image

ໃນມື້ວັນທີ 16 ສິງຫາຜ່ານມາ ກອງຫລອນ ທີ່ບ້ານນາສາວ ເມືອງໄຊ ແຂວງອຸດົມໄຊ ໄດ້ລັດເກັບເງິນ ຊາວບ້ານຜູ້ທີ່ ໄປຫາໜໍ່ໄມ້ ຄົນລະ 30 ພັນກີບ ໂດຍບອກວ່າ ເປັນຄ່າຊັພຍາກອນ ທັມມະຊາດ ຂອງບ້ານນາສາວ ເນື່ອງຈາກ ຜູ້ມາຫາໜໍ່ໄມ້ນັ້ນ ເປັນຄົນ ຈາກບ້ານອື່ນ.

ຫລັງຈາກ ວີ​ດີ​ໂອ (video) ດັ່ງກ່າວ ລົງໄປໃນເຄືອຂ່າຍ ອິນເຕີເນັດ, ປະຊາຊົນ ກໍປະນາມ ການກະທຳ ດັ່ງກ່າວ ຂອງເຈົ້າໜ້າທີ່ ກອງຫລອນ ຖືວ່າ ເປັນການເອົາປຽບ ແລະ ຍັກຍອກເງິນ ປະຊາຊົນ ຜູ້ທຸກຍາກ ຕ້ອງການ ທາງການ ລົງໄປກວດກາໂດຍດ່ວນ.

ກ່ຽວກັບ ເຣື້ອງນີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ຫ້ອງການປ້ອງກັນຄວາມສງົບ ເມືອງໄຊ ເພື່ອຢາກຮູ້ຄວາມຈິງ, ຊຶ່ງເຈົ້າໜ້າທີ່ ທ່ານນຶ່ງ ອະທິບາຍວ່າ ການກະທຳດັ່ງກ່າວ ຂອງກອງຫລອນ ເປັນການກະທຳ ທີ່ຖືກຕ້ອງ ເພາະວ່າ ປະຊາຊົນ ໄປເກັບໜໍ່ໄມ້ ໃນເຂດຫວງຫ້າມ ຂອງບ້ານດັ່ງນັ້ນ ຕ້ອງໄດ້ ເສັຽພັນທະ ໃຫ້ແກ່ບ້ານ, ດັ່ງທ່ານກ່າວວ່າ:

"ມັນເປັນເຂດຫວງຫ້າມ ຂອງບ້ານຂະເຈົ້າ ມັນມີ ຣະບຽບ ຂອງມັນເນາະ ໃນການຈັດຕັ້ງ ປະຕິບັດ ມັນກໍຖືກຕ້ອງແລ້ວ, ແຕ່ວ່າ ໃນຮູບການ ແກ້ໄຂຫັ້ນ ມັນບໍ່ຖືກ ຂະເຈົ້າ ກະບໍ່ເຂົ້າໃຈ ຄົນເປັນພົລເມືອງ ຂອງບ້ານອື່ນ ຫັ້ນນ່າ ແລ້ວຂະເຈົ້າ ກະປະຕິບັດ ກົດຣະບຽບ ຂອງບ້ານຫັ້ນ."

ລ່າສຸດ ຫ້ອງການ ປ້ອງກັນຄວາມສງົບ ທີ່ເມືອງໄຊ ກໍເອີ້ນເຈົ້າໜ້າທີ່ ກອງຫລອນ ກຸ່ມດັ່ງກ່າວ ຮ່ວມທັງ ພໍ່ບ້ານ ແລະ ປະຊາຊົນ ຜູ້ຖ່າຍຮູບ ພາບດັ່ງກ່າວ ມາສຶກສາອົບໂຮມ ແລະ ຊີ້ແຈງ ກ່ຽວກັບ ກົດຣະບຽບ ຂອງບ້ານ ໂດຍລະອຽດ ຫລັງຈາກນັ້ນ ເຈົ້າໜ້າທີ່ ຈະໃຫ້ຫ້ອງການ ຖແລງຂ່າວ ແລະ ວັທນະທັມ ທ້ອງຖິ່ນ ເປັນຜູ້ແກ້ຂ່າວນີ້ ເພື່ອໃຫ້ ປະຊາຊົນ ຮັບຮູ້ ແລະ ບໍ່ເຂົ້າໃຈຜິດ ຂອງການກະທຳ ຂອງເຈົ້າໜ້າທີ່ບ້ານ ໃນບັນຫາດັ່ງກ່າວ

__________________
Anonymous

Date:
RE: ກອງ​ຫລອນ ເກັບ​ເງິນ ຈາກຄົນ​ຫາໜໍ່ໄມ້ ໃນເຂດບ້ານອື່ນ
Permalink   
 
ງົວ, ຄວາຍ ຕາຍ 17 ໂຕ ໂດຍບໍ່ຮູ້ສາເຫດ ຢູ່ ເຊໂປນ

ab81a3a2-d774-46f8-9553-813c22cc2375.png

ນັບຕັ້ງແຕ່ເດືອນມິຖຸນາ 2018 ມາເຖິງປັດຈຸບັນ ງົວຄວາຍຂອງປະຊາຊົນ ເມືອງເຊໂປນ ແຂວງສວັນນະເຂດ ຕາຍແບບບໍ່ຮູ້ ສາເຫດຄັກແນ່ ແລ້ວ 17 ໂຕ ຂະນະທີ່ ເຈົ້າຂອງສັດທີ່ຕາຍນັ້ນ ເຊື່ອວ່າ ຕາຍຍ້ອນສານເຄມີ ໃນນໍ້າ ຈາກໂຮງງານຜລິດເຈັ້ຽ ຊັນເປເປີ ຂອງຈີນ ເພາະສັດ ຂອງພວກເຂົາເຈົ້າ ໄປກິນນໍ້າຫ້ວຍທີ່ຢູ່ໃກ້ນັ້ນ ແລະ ເມື່ອຄົວສັດເບິ່ງ ພົບວ່າ ເຫັນເລືອດໝາກຫົວໃຈ ຂອງສັດຜິດປົກກະຕິ.

ຫລັງຈາກເຫດການນັ້ນເກີດຂຶ້ນ ກໍບໍ່ມີຜູ້ໃດກ້າ ໃຫ້ງົວຄວາຍຂອງຕົນ ໄປກິນນໍ້າຫ້ວຍນັ້ນ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງເຊໂປນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ສິງຫາ:

"ຜ່ານມາຕາຍປະມານ 17 ໂຕນີ້ແຫລະ ມັນເລີຍຕາຍ ແຕ່ເດືອນຫົກ ໄປຫາເດືອນເຈັດ ເດືອນແປດ ຕາຍແບບເຈັບທ້ອງກະມີ ສອງມື້ສາມມື້ ກະຕາຍ ບາດມາຄົວກິນ ມັນເປັນຢູ່ໃນໝາກຫົວໃຈ ແບບເລືອດແຕກເລືອດຫຍັງຫັ້ນນະ."

ທ່່ານກ່າວວ່າ ໄດ້ສເນີບັນຫານີ້ ໄປໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງທາງການ ເພື່ອພິສູດຫາສາເຫດຂອງສັດຕາຍນັ້ນແລ້ວ ແຕ່ບໍ່ໄດ້ສົ່ງຊາກສັດ ໄປໃຫ້ເພີ່ນວິຈັຍ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ລົງຄວາມເຫັນວ່າ ງົວຄວາມຕາຍ ຍ້ອນພຍາດຕາມຣະດູການ. ດັ່ງນັ້ນ ຈຶ່ງບໍ່ມີໃຜຮັບຜິດຊອບ ຕໍ່ສັດທີ່ຕາຍນັ້ນ.

ທ່ານກ່າວຕື່ມອີກວ່າ ປັດຈຸບັນ ໂຮງງານຜລິດເຈັ້ຽຈີນ ຍັງສົ່ງກິ່ນເໝັນ ອອກມາຕາມເຄີຍ ຮວມທັງໄປທາງຕລາດເມືອງເຊໂປນ ເຮັດໃຫ້ ປະຊາຊົນໄດ້ຮັບຜົລກະທົບ ແລະ ນໍ້າໃນຫ້ວຍອາລ້ອງ ທີ່ຢູ່ໃກ້ໂຮງງານ ກໍມີຄວາມຮ້ອນປະມານ 30 ອົງສາ ຍ້ອນທາງໂຮງງານ ປ່ອຍ ນໍ້າເສັຍລົງມາໃສ່. ປະຊາຊົນທີ່ຂີ່ເຮືອຂ້າມຫ້ວຍນັ້ນ ຕ້ອງໄດ້ຣະວັງ ເພາະຢ້ານເປັນຕຸ່ມຄັນ.

ມີຣາຍງານວ່າ ໃນມື້ວັນທີ 17 ສິງຫານີ້ ທາງອໍານາດການປົກຄອງເມືອງເຊໂປນ ໄດ້ປະຊຸມກັບ ຄນະບໍຣິຫານໂຮງງານດັ່ງກ່າວ ເພື່ອຫາ ແນວທາງແກ້ໄຂບັນຫາ ທີ່ມີຕໍ່ສິ່ງແວດລ້ອມ ແຕ່ຍັງບໍ່ຮູ້ວ່າ ຜົລການປະຊຸມນັ້ນ ຈະອອກມາ ແນວໃດ.

__________________
Anonymous

Date:
Permalink   
 
ເຂົາຮ້ອງວ່າທິດສະດີກີນລວບ:
ປາໃຫ່ຍກີນປານອ້ຍ
ປານນອ້ຍກີນປາ ນອ້ຍໆ
ປານ້ອຍໆ ກີນປາ ນອ້ຍໆໆ
ປາ ນອ້ຍໆໆ ກີນປາ ນອ້ຍໆໆ....

__________________
Anonymous

Date:
Permalink   
 
Anonymous wrote:

ກອງ​ຫລອນ ເກັບ​ເງິນ ຈາກຄົນ​ຫາໜໍ່ໄມ້ ໃນເຂດບ້ານອື່ນ

image

ໃນມື້ວັນທີ 16 ສິງຫາຜ່ານມາ ກອງຫລອນ ທີ່ບ້ານນາສາວ ເມືອງໄຊ ແຂວງອຸດົມໄຊ ໄດ້ລັດເກັບເງິນ ຊາວບ້ານຜູ້ທີ່ ໄປຫາໜໍ່ໄມ້ ຄົນລະ 30 ພັນກີບ ໂດຍບອກວ່າ ເປັນຄ່າຊັພຍາກອນ ທັມມະຊາດ ຂອງບ້ານນາສາວ ເນື່ອງຈາກ ຜູ້ມາຫາໜໍ່ໄມ້ນັ້ນ ເປັນຄົນ ຈາກບ້ານອື່ນ.

ຫລັງຈາກ ວີ​ດີ​ໂອ (video) ດັ່ງກ່າວ ລົງໄປໃນເຄືອຂ່າຍ ອິນເຕີເນັດ, ປະຊາຊົນ ກໍປະນາມ ການກະທຳ ດັ່ງກ່າວ ຂອງເຈົ້າໜ້າທີ່ ກອງຫລອນ ຖືວ່າ ເປັນການເອົາປຽບ ແລະ ຍັກຍອກເງິນ ປະຊາຊົນ ຜູ້ທຸກຍາກ ຕ້ອງການ ທາງການ ລົງໄປກວດກາໂດຍດ່ວນ.

ກ່ຽວກັບ ເຣື້ອງນີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ຫ້ອງການປ້ອງກັນຄວາມສງົບ ເມືອງໄຊ ເພື່ອຢາກຮູ້ຄວາມຈິງ, ຊຶ່ງເຈົ້າໜ້າທີ່ ທ່ານນຶ່ງ ອະທິບາຍວ່າ ການກະທຳດັ່ງກ່າວ ຂອງກອງຫລອນ ເປັນການກະທຳ ທີ່ຖືກຕ້ອງ ເພາະວ່າ ປະຊາຊົນ ໄປເກັບໜໍ່ໄມ້ ໃນເຂດຫວງຫ້າມ ຂອງບ້ານດັ່ງນັ້ນ ຕ້ອງໄດ້ ເສັຽພັນທະ ໃຫ້ແກ່ບ້ານ, ດັ່ງທ່ານກ່າວວ່າ:

"ມັນເປັນເຂດຫວງຫ້າມ ຂອງບ້ານຂະເຈົ້າ ມັນມີ ຣະບຽບ ຂອງມັນເນາະ ໃນການຈັດຕັ້ງ ປະຕິບັດ ມັນກໍຖືກຕ້ອງແລ້ວ, ແຕ່ວ່າ ໃນຮູບການ ແກ້ໄຂຫັ້ນ ມັນບໍ່ຖືກ ຂະເຈົ້າ ກະບໍ່ເຂົ້າໃຈ ຄົນເປັນພົລເມືອງ ຂອງບ້ານອື່ນ ຫັ້ນນ່າ ແລ້ວຂະເຈົ້າ ກະປະຕິບັດ ກົດຣະບຽບ ຂອງບ້ານຫັ້ນ."

ລ່າສຸດ ຫ້ອງການ ປ້ອງກັນຄວາມສງົບ ທີ່ເມືອງໄຊ ກໍເອີ້ນເຈົ້າໜ້າທີ່ ກອງຫລອນ ກຸ່ມດັ່ງກ່າວ ຮ່ວມທັງ ພໍ່ບ້ານ ແລະ ປະຊາຊົນ ຜູ້ຖ່າຍຮູບ ພາບດັ່ງກ່າວ ມາສຶກສາອົບໂຮມ ແລະ ຊີ້ແຈງ ກ່ຽວກັບ ກົດຣະບຽບ ຂອງບ້ານ ໂດຍລະອຽດ ຫລັງຈາກນັ້ນ ເຈົ້າໜ້າທີ່ ຈະໃຫ້ຫ້ອງການ ຖແລງຂ່າວ ແລະ ວັທນະທັມ ທ້ອງຖິ່ນ ເປັນຜູ້ແກ້ຂ່າວນີ້ ເພື່ອໃຫ້ ປະຊາຊົນ ຮັບຮູ້ ແລະ ບໍ່ເຂົ້າໃຈຜິດ ຂອງການກະທຳ ຂອງເຈົ້າໜ້າທີ່ບ້ານ ໃນບັນຫາດັ່ງກ່າວ

 ບ້ານເຮົາເມືອງເຮົາໄດ້ແບ່ງເຂດແບ່ງແດນກັນມາແຕ່ປີ 1975ພຸ້ນແລ້ວ ສິດທິການປົກຄອງແຕ່ລະທ້ອງຖິ່ນກໍບໍ່ຄຶກັນ ຜູ້ໃດຢູ່ບ້ານໃດຕ້ອງໄປຕາມກົດ

ບ້ານນັ້ນ, ເມືອງນັ້ນແລະແຂວງນັ້ນ ແຕ່ກົດໂດຍຮວມນັ້ນ ພັກ-ລັດເພິ່ນຈັດສັນສ້າງໄວ້ໃຫ້ເພື່ອພີ່ນ້ອງຮ່ວມຊາດ ແກວ-ຈີນ ທີ່ຈະຢູ່ໃສ-ເອົາຫຍັງບ່ອນໃດກໍບໍ່ມີ

ບັນຫາຫຍັງຫມົດ ສ່ວນປະຊາຊົນລາວແລ້ວ ຈະໄປຕັກນ້ຳມາຫົດຜັກຢູ່ສວນຄົວຫລັງເຮືອນ ກໍຕ້ອງໄດ້ລາຍງານໃຫ້ພະນັກງານ ພັກ-ລັດ ໃຫ້ຮູ້ລ່ວງຫນ້າກ່ອນ

ຖ້າບໍ່ດັ່ງນັ້ນຖຶວ່າ "ຜິດ" ຂອງການນຳຂອງພັກ ອັນສລາດສ່ອງກົ້ນຂີ່ແກວ ...

 I like this comment, You see what I'm saying....

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard