ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນໍ້າຖ້ວມ ຂ.ຫຼວງພຣະບາງ ຊີວິດ,ຊັບສິນ ເສັຽຫາຍ
Anonymous

Date:
ນໍ້າຖ້ວມ ຂ.ຫຼວງພຣະບາງ ຊີວິດ,ຊັບສິນ ເສັຽຫາຍ
Permalink   
 


ນໍ້າຖ້ວມ ຂ.ຫຼວງພຣະບາງ ຊີວິດ,ຊັບສິນ ເສັຽຫາຍ

image

 

ອາດມີປະຊາຊົນເສັຍຊີວິດ ຫລາຍກວ່າ 7 ຄົນ ຈາກເຫດພັຍນໍ້າຖ້ວມ ຊຶ່ງກ່ອນໜ້ານີ້ ວິທຍຸເອເຊັຍເສຣີ ໄດ້ຣາຍງານວ່າ ມີຜູ້ເສັຍຊີວິດ 6 ຄົນແລ້ວນັ້ນ, ແລະຫາຍສາບສູນ ອີກຈໍານວນນຶ່ງ ຢູ່ແຂວງຫຼວງພຣະບາງ ແຕ່ດຽວນີ້ຕົວເລກ ຜູ້ເສັຍຊີວິດທັງໝົດ ຍັງບໍ່ທັນຈະແຈ້ງ ເທື່ອ ເນື່ອງຈາກ ຍັງມີຫລາຍພື້ນທີ່ ຍັງບໍ່ສາມາດ ເຂົ້າໄປເກັບກໍາຂໍ້ມູນ ຈາກເຈົ້າໜ້າທີ່ ໄດ້ເທື່ອ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດິການສັງຄົມ ແຂວງຫລວງພຣະບາງ ກ່າວວ່າ:

“ຂໍ້ມູນເບື້ອງຕົ້ນ ກໍມີແຕ່ທາງເມືອງ ຣາຍງານມາເທົ່ານີ້ ແຕ່ວ່າຕົວຈິງມັນຈະບໍ່ກົງປານໃດ ພວກເຮົາກໍາລັງສັງລວມ ຢູ່ດຽວນີ້ນະມັນກະທົບ ເຮືອນຊານ ແລ້ວກໍໄຮ່ນາ ຄົວສວນຈໍານວນນຶ່ງ ຫັ້ນນະ ແລ້ວກໍມີຄົນເສັຍຫັ້ນ ແຕ່ລະເມືອຫັ້ນນະ ກະທົບແຮງ ທີ່ວ່າກະທົບ ກ່ຽວກັບດິນ ເຈື່ອນ ດິນສໄລຫັ້ນ ທັບເຮືອນຫັນກໍມັນຕາຍ ມີຫລາຍໃດ ເພາະວ່າ ພວກເຮົາກໍາລັງສັງລວມ ຢາກເອົາຂໍ້ມູນ ຈາກເມືອງກ່ອນ ຈິ່ງຄ່ອຍ ຣາຍງານ ຣະອຽດ ມັນບໍ່ໄດ້ເຕັມຮ້ອຍ ເພາະວ່າ ບາງເມືອງຍັງບໍ່ເຂົ້າເຖິງ.”

 

ທ່ານກ່າວຕື່ມວ່າ ຈາກຂໍ້ມູນ ເມື່ອທ້າຍເດືອນສິງຫາ ຜ່ານມາ ທີ່ສາມາດຮິບໂຮມ ໄດ້ ຢູ່ແຂວງຫລວງພຣະບາງ ມີປະຊາຊົນ 916 ຄອບຄົວ ໃນ 58 ບ້ານ ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ ຍ້ອນຝົນຕົກໜັກ ແລະດິນເຈື່ອນ ຖົມເຮືອນປະຊາຊົນເສັຍຫາຍ ຢູ່ 9 ເມືອງ ຄື: ນະຄອນ ຫຼວງພຣະບາງ 35 ຄອບຄົວ ເນື້ອທີ່ການຜລິດ ເສັຍຫາຍ 14 ເຮັກຕ່າ ເສັຍຊີວິດ 1 ຄົນ, ເມືອງຊຽງເງິນ 13 ບ້ານ ເສັຍຊີວິດ 1 ຄົນ, ເມືອງພູຄູນ 8 ບ້ານ ຜົນຜລິດເສັຍຫາຍ 1 ປາຍ ຕື້ກິບ, ເມືອງ ປາກແຊງ ເສັຍຫາຍ 300 ປາຍ ລ້ານກິບ, ເມືອງນໍ້າບາກ ເສັຍຊີວິດ 2 ຄົນ, ເມືອງຈອມເພັດ ເສັຍຫາຍ 157 ປາຍລ້ານ ກິບ, ເມືອງງອຍ ເສັຍຊີວິດ 1 ຄົນ, ເມືອງນານ ຜົນຜລິດແລະຊັບສິນ ຂອງປະຊາຊົນ ເສັຍຫາຍ 100 ປາຍລ້ານກິບ, ເມືອງໂພນໄຊ ເສັຍຊີວິດ 1 ຄົນ ແລະ ຜົລຜລິດ ເສັຍຫາຍ 6 ປາຍຕື້ກິບ.

ໃນມື້ວັນທີ່ 30 ສິງຫາ ຜ່ານມາ ຢູ່ບ້ານ ພູຊ້າງ ເມືອງຊຽງເງິນ ແຂວງຫລວງພຣະບາງ ເກິດຝົນຕົກນັກ ດິນເຈື່ອນໃສ່ ຫ້ວຍສະມຸ່ຍ ຢ່າງກະທັນຫັນ ເຮັດໃຫ້ ຄອບຄົວນຶ່ງ ທີ່ບໍ່ທັນ ຕັ້ງຕົວຫລົບພັຍທັນ ສະມາຊິກຄອບຄົວ ຫາຍສາບສູນ 3 ຄົນ ແລະເຈົ້າໜ້າທີ່ ສາມາດ ຄົ້ນຫາສົບ ໄດ້ແລ້ວ 1 ຄົນ. ຂໍ້ມູນເບື້ອງຕົ້ນ ຣາຍງານວ່າ  ແຂວງຫລວງພຣະບາງ ມີ ຜູ້ເສັຍຊີວິດແລ້ວ 7 ຄົນ ແລະ ຫາຍສາບສູນ ອີກຈໍານວນນຶ່ງ



__________________
Anonymous

Date:
RE: ນໍ້າຖ້ວມ ຂ.ຫຼວງພຣະບາງ ຊີວິດ,ຊັບສິນ ເສັຽຫາຍ
Permalink   
 


ມ.ງອຍ ດິນເຈື່ອນຖົມເຮືອນ

image

 

ປະຊາຊົນ 41 ຄອບຄົວ ຢູ່ເມືອງງອຍ ແຂວງຫຼວງພະບາງ ບໍ່ມີທີ່ຢູ່ອາສັຍຍ້ອນ ຝົນຕົກໜັກ ເຮັດໃຫ້ເກີດນໍ້າປ່າໄຫລຊຸ ດິນພູເຈື່ອນລົງມາ ຖົມເຮືອນ ໃນມື້ວັນທີ 2 ກັນຍາ ນີ້. ໃນນັ້ນ ເຮືອນ 13 ຫຼັງ ຖືກນໍ້າພັດໄປໝົດ. ແຕ່ບໍ່ມີຜູ້ໃດໄດ້ຮັບອັນຕະຣາຍ.

ປັດຈຸບັນປະຊາຊົນທີ່ໄດ້ຮັບຜົລກະທົບນັ້ນ ພັກອາສັຍຢູ່ໂຮງຮຽນແລະ ຫ້ອງປະຊຸມບ້ານ ແລະຈະຢູ່ໄປຈົນກວ່າວ່າ ທາງການເມືອງງອຍ ຈະຫາບ່ອນຢູ່ໃໝ່ໃຫ້ ພວກເຂົາເຈົ້າໄດ້, ຕາມຄໍາເວົ້າຂອງເຈົ້າໜ້າທີ່ຫ້ອງ ການປົກຄອງເມືອງງອຍ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ກັນຍານີ້:

"ເຮືອນຫັ້ນຖືກດິນເຈື່ອນສະໄລລົງມາຫັ້ນ ມີຢູ່ 41 ຫລັງ ນໍ້າເຊາະເອົາໄປຫັ້ນ 13 ຫລັງເດີ ດຽວນີ້ຫັ້ນເອົາກັນໄປພັກ ຢູ່ໂຮງຮຽນກັບຫ້ອງ ປະຊຸມຂອງບ້ານ ໂຮງຮຽນກະບໍ່ທັນໄດ້ເປີດເທື່ອ."

ທ່ານເວົ້າວ່າໃນເວລານີ້ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ກໍາລັງປະເມີນຜົລເສັຍຫາຍ ທີ່ເກີດຈາກເຫດການທີ່ວ່ານັ້ນຢູ່ ແລະໄດ້ມ້າງເຮືອນ ທີ່ເພພັງນັ້ນຖິ້ມ ຍ້ອນບໍ່ສາມາດທີ່ຈະສ້ອມແປງຄືນໄດ້, ໄດ້ແຈກຢາຍອາຫານ, ນໍ້າດື່ມ ແລະເຄຶ່ອງໃຊ້ ທີ່ຈໍາເປັນໃຫ້ ປະຊາຊົນຜູ້ໄດ້ຮັບ ຜົລກະທົບນັ້ນ ແລະທັງເວົ້າວ່າ ທາງຫ້ອງການປົກຄອງເມືອງງອຍ ໄດ້ຂຽນຄໍາຮ້ອງສເນີໄປຍັງທາງ ແຂວງຫລວງພຣະບາງ ເພື່ອຂໍ ງົບປະມານມາປຸກເຮືອນ ຈັດສັນໃຫ້ປະຊາຊົນ 41 ຫລັງ ແຕ່ຍັງບໍ່ຮູ້ວ່າຈະສາມາດປຸກເຮືອນ ນັ້ນໄດ້ເມື່ອໃດ.

ທ່ານກ່າວຕື່ມອີກວ່າ ນອກຈາກບ້ານເຮືອນເສັຍຫາຍ ແລະເປ່ເພແລ້ວ ນໍ້າປ່າໄຫຼຊຸ ແລະດິນເຈື່ອນໃນເທື່ອນີ້ ຍັງເຮັດໃຫ້ເສັ້ນທາງ ໃນ ເມືອງງອຍ ຖືກຕັດຂາດອີກ 3 ເສັ້ນ, ເຮັດໃຫ້ຣົດຜ່ານບໍ່ໄດ້, ຕ້ອງໄດ້ຍ່າງເອົາ, ປະຊາຊົນ 17 ບ້ານ ມີຄວາມຫຍຸ້ງຍາກຫຼາຍ ໃນການ ເດີນທາງໄປມາ.

ກ່ອນໜ້ານີ້ ເມື່ອວັນທີ 23 ກໍຣະກະດາ ຜ່ານມາ ກໍເກີດດິນເຈື່ອນຖົມເຮືອນ ປະຊາຊົນຫລັງນຶ່ງ ຢູ່ບ້ານຍາຍ ເມືອງພູກູດ ແຂວງຊຽງຂວາງ, ເຮັດໃຫ້ປະຊາຊົນເສັຍຊີວິດ 2 ຄົນ ໃນຂນະທີ່ຢູ່ອີກຫລາຍເຂດ ທາງພາກເໜືອຂອງລາວ ຍັງມີໂອກາດ ທີ່ອາຈເກີດ ດິນເຈື່ອນຕື່ມອີກ ຈົນກວ່າວ່າຣະດູຝົນ ຈະໝົດໄປ. ດັ່ງນັ້ນ ປະຊາຊົນ ທີ່ມີເຮືອນ ຢູ່ເຂດຕີນພູ ຕ້ອງໄດ້ເພີ້ມຄວາມຣະມັດຣະວັງ ເປັນພິເສດ.



__________________
Anonymous

Date:
Permalink   
 

ດິນຟ້າອາກາດມີການປ່ຽນແປງຫລາຍ ເກີດອຸທົກກະໄພທົ່ວໂລກ ບາງທ້ອງຖິ່ນ ເຊັ່ນຢູ່ພາກຕາເວັນຕົກຂອງອາເມຣິກາ

ກໍ່ເກີດອັກຄີໄພ ປະຊາຊົນເສຍຊີວິດ ແລະ ເສຍຫາຍຊັບສິນມູນຄ່າມະຫາສານ ແຕ່ເຂົາຊ່ອຍກັນໄດ້ຢ່າງທົ່ວເຖິງ ບໍ່ຄືລາວ

ຕ້ອງໄດ້ແບມືຂໍຄວາມຊ່ອຍເຫຼືອຈາກສາກົນ ບາງຄົນບໍ່ຮູ້ການເຄື່ອນໄຫວຂອງຣັຖບານຂອງຕົນ ກໍ່ຫລັບຕາຍ້ອງແອະຍໍແອ້ນ

ຄວາມສະຫລາດສ່ອງໃສ ໂດຍບໍ່ຮູ້ເຫັນແຜນນະໂຍບາຍທີ່ເລິກແລບແນບນຽນຂອງຈັກກະພັດທ້ອງຖິ່ນທີ່ມຸ້ງຫວັງຍຶດຄອງ

ປະເທດລາວ. ສົມມຸດວ່າ ນ້ຳຖ້ວມແບບນີ້ທຸກໆປີ ເປັນເວລາ 5 ປີ, ພີ່ນ້ອງລາວກໍ່ຈະຍົກຍ້າຍໄປຢູ່ຖິ່ນອື່ນທີ່ປອດໄພ

ແລະ ໃນທີ່ສຸດ ນັກລົງທຶນຕ່າງປະເທດກໍ່ຈະເອົາຄົນເຂົາເຂົ້າມາຢູ່ແທນ ແມ່ນຫລືບໍ່?

ເສຍໃຈນຳ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard