ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຫົວໜ້າການເງິນ ຖືກປົດ ຍ້ອນສໍ້ຣາຊບັງຫຼວງ
Anonymous

Date:
ຫົວໜ້າການເງິນ ຖືກປົດ ຍ້ອນສໍ້ຣາຊບັງຫຼວງ
Permalink   
 


ຫົວໜ້າການເງິນ ຖືກປົດ ຍ້ອນສໍ້ຣາຊບັງຫຼວງ

image

 

ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ກະຊວງການເງິນ ໄດ້ຣາຍງາຍຫລາຍບັນຫາ ທາງດ້ານເສຖກິຈ ຮວມທັງ ງົບປະມານ, ການເງິນຂອງ ສປປລາວ

 

ກະຊວງການເງິນ ໄລ່ພະນັກງານແປດຄົນ ທີ່ຍັກຍອກຊັບສີນຂອງຣັຖ ອອກຈາກການ ໃນນັ້ນມີທັງຫົວໜ້າຂແນງ ທີ່ກ່ຽວຂ້ອງກັບການເງິນ.

ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ກະຊວງການເງິນ ຣາຍງານ ຢູ່ກອງປະຊຸມ ເປີດກວ້າງຄົບຄນະບໍຣິຫານງານ ພັກກະຊວງການເງິນເມື່ອກາງເດືອນ ກໍຣະກະດາທີ່ຜ່ານມາວ່າ ຄະນະກວດກາ ໄດ້ກວດກາວຽກງານ ການເງິນ-ງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ ແລະໄດ້ພົບເຫັນ ໃນເວລານຳເຂົ້ານໍ້າມັນເຊື້ອໄຟ ຮັບໃຊ້ໂຄງການ ທາງຣົດໄຟ ລາວ-ຈີນ, ເຈົ້າໜ້າທີ່ເຫລົ່ານີ້ ໄດ້ປອມແປງ ເອກະສານ, ເກັບເງິນແລ້ວບໍ່ມອບເຂົ້າຣັຖ, ມອບເງິນເຂົ້າບໍ່ຄົບຖ້ວນ, ມີການສົມຮູ້ຮ່ວມຄິດກັບຜູ້ປະກອບການ, ຈ່າຍເງິນລ່ວງໜ້າ ໃນຣະບົບ ຄັງເງິນ ບໍ່ຖືກຕ້ອງ ແລະ ຈ່າຍນອກແຜນ. ເຮັດໃຫ້ງົບປະມານເສັຍຫາຍ 10 ຕື້ກີບ ເປັນເງິນໂດລາສະຫະຣັຖ 135,631 ໂດລາ ເຊີ່ງໃນ ກໍຣະນີນີ້ ມີພະນັກງານຮ່ວມກັນ ທຸຈລິດ ຈຳນວນ 13 ຄົນ ແລະ ກໍ່ຖືກສອບສວນເລື້ອຍມາ.

ຄວາມຈິງເຣື່ອງນີ້ ມີດງຽບມາ ເປັນເວລາສອງເດືອນແລ້ວ ກະແສສັງຄົມຕ່າງກໍ່ຄິດວ່າກໍ່ຄົງເປັນຄືກັບກໍຣະນີທີ່ຜ່ານມາ ເຊັ່ນການປົດ ເຈົ້າແຂວງ ອັດຕະປື ແລະ ແຂວງຊຽງຂວາງ ດ້ວຍຂໍ້ຫາ ມີສ່ວນພົວພັນໃນການຄ້າໄມ້ຜິດກົດໝາຍ ໂດຍທັງສອງກໍຣະນີມີແຕ່ຍ້າຍໜ້າທີ່ ແຕ່ບໍ່ມີຂ່າວວ່າລົງໂທດຕໍ່ຜູ້ກະທຳຜິດດັ່ງກ່າວ.

ແຕ່ກໍຣະນີນີ້ ຍ້ອນຊື່ສັງຄົມອອນລາຍ ໂດຍເຈົ້າຂອງເຟສບຸກ ທີ່ເປັນຄົນພາຍໃນ ໄດ້ຫລັກຖ່າຍໃບແຈ້ງການ ແລະເປີດເຜີຍອອກສູ່ສັງຄົມ ຈຶ່ງເຮັດໃຫ້ ເຣື່ອງນີ້ແຜ່ອອກໄປຢ່າງໄວວາ. ພະນັກງານການເງິນ ສ່ວນຫຼາຍຈະຮັ່ງມີ ຜິດປົກກະຕິ ແຕ່ວ່າ ຜູ້ຖືກລົງໂທດເທື່ອນີ້ ຍັງເປັນ ປານ້ອຍ ບໍ່ແມ່ນປາໃຫຍ່ ດັ່ງຜູ້ໃຊ້ເຟສບຸກ ຕິດຕາມຂໍ້ນີ້ໄດ້ ໃຫ້ຄວາມເຫັນວ່າ ນີ້ແຫລະ ທີ່ອອກ ມາເວົ້າແຕ່ລະເທື່ອ ບໍ່ແມ່ນຄັດຄ້ານຫຍັງ ພຽງແຕ່ຢາກໃຫ້ ເປັນຫູເປັນຕານຳກັນ ເພື່ອບໍ່ຢາກໃຫ້ພວກນີ້ ເຮັດຕາມໃຈໂຕເອງ ບາງທີສິ່ງ ທີ່ພວກພະນັກງານເຮັດສິ່ງບໍ່ດີລົງໄປ. ຂັ້ນເທິງ ພັກລັດ ກະບໍ່ຮູ້ນຳ ວ່າພວກເຂົາເຮັດຫຍັງ ເພາະຂັ້ນເທິງຮັບຮູ້ຂໍ້ມູນ ແຕ່ພວກເຂົາສເນີ ແຕ່ສິ່ງດີໆຂຶ້ນໄປ ນອກຈາກນັ້ນ ຍັງມີຄວາມເຫັນ ນັບໝື່ນ ທີ່ແຕກຕ່າງກັນໄປ ແຕ່ທີ່ເປັນ ເອກະພາບກັນ ຄືໃຫ້ຢືດຊັບ ໃຫ້ລົງໂທດ ຕິດຄຸກ ແລະ ນໍາເອົາຂ່າວມາເຜີຍແຜ່ ແລະ ຂໍໃຫ້ຣັຖ ເຮັດແທ້ທຳຈິງ ບໍ່ຕົວະປະຊາຊົນ.

ສ່ວນການລົງໂທດ ໄລ່ພະນັກງານກະຊວງການເງິນອອກເປັນການໃຊ້ມາຕການຄັ້ງທຳອິດ ທີ່ີຣະດັບກະຊວງໄດ້ລົງໂທດ. ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງການເງິນ ໄດ້ລົງລາຍເຊັນ ໃນແຈ້ງການ ສະບັບເລຂທີ 2830 ລົງວັນທີ 06 ກັນຍາ 2018 ວ່າດ້ວຍ ການປະຕິບັດວິນັຍພະນັກງານ-ຣັຖກອນ ທີ່ສັງກັດກະຊວງການເງິນ ເຊີ່ງມີມະຕິໄລ່ພະນັກງານຣັຖຈຳນວນ 08 ຄົນອອກຈາກການ ອີງຕາມກົດໝາຍອາດຍາ ແລະ ກົດໝາຍວ່າດ້ວຍ ຣັຖກອນ ມາດຕາ 68 ດ້ວຍຮູບການລົງວິນັຍຂັ້ນ 4 ລຶບຊື່ອອກຈາກ ເປັນຣັຖກອນ ການເງິນໂດຍບໍ່ມີນະໂຍບາຍ. ເຊີ່ງປະກອບມີລາຍຊື່ດັ່ງນີ້:

1. ທ້າວ ສາຍສະໝອນ ໄຊຊູລຽນ ອາດີດຜູ້ຊ່ວຍວຽກງານຄະນະນຳກະຊວງ.

2. ນາງ ບຸນໄທ ເລືອງວິໄລ ອາດີດຮອງຫົວໜ້າສະຖາບັນເສຖກິສການເງິນ.

3. ນາງ ບຸດສະບາ ໄຊຍະສິດ ອາດີດຫົວໜ້າຜແນກກົມງົບປະມານ.

4. ທ້າວ ອາລັດ ຈັນທະວົງ ອາດີດຫົວໜ້າຜແນກຫ້ອງການ.

5. ທ້າວ ສຸທົດ ໂສດາຈັນ ອະດີດຫົວໜ້າຜແນກກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະກັນໄພ.

6.ທ້າວ ສົມໃຈ ສີຫານຸວົງ ອະດີດຮອງຫົວໜ້າຜແນກ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະກັນໄພ.

7.ທ້າວ ບົວໄລ ຫຼວງອາໄພ ຮອງອະດີດຫົວໜ້າຜແນກກົມງົບປະມານແຫ່ງຣັດ ແລະ

8. ທ້າວ ພູຄຳ ແສງສຸລິຈັນ ວິຊາການກົມຄຸ້ມຄອງວິສາຫະກິດຣັຖລົງທຶນ ແລະ ປະກັນໄພ. ທັງໝົດ 8 ຄົນ ຈະບໍ່ໄດ້ຮັບນະໂຍບາຍ ແລະ ຖືກຢືດຊັບສິນຈຳນວນນຶ່ງໃຫ້ຣັຖ ເຊີ່ງຈະເຣີ້ມຕັ້ງວັນທີ 01 ຕຸລາ 2018 ເປັນຕົ້ນໄປ.

ພ້ອມດຽວກັນນີ້ ໃນໄລຍະເວລາໄລ່ເລັ່ຽກັນ  ອີກເຫດການນຶ່ງ ທາງການລາວ ໄດ້ປະກາດ ເລື່ອນການຈັດການແຂ່ງຂັນກິລາແຫ່ງຊາດ ອອກໄປເປັນປີ 2019 ໂດຍໃຫ້ເຫດຜົນວ່າ ແຂວງຊຽງຂວາງ ປະສົບໄພນໍ້າຖ້ວມຢ່າງໜັກ ພື້ນຖານໂຄງຮ່າງ ເສັຽຫາຍ ແລະ ງົບປະມານບໍ່ຽງພ້ອມ ທີ່ຈິງເຣື່ອງນີ້ ມັນພົວພັນເຖິງ ອົງການກວດກາແຫ່ງຣັຖ ທີ່ກຳລັງກວດສອບ ງົບປະມານປີ 2017 ທັງໝົດ 15 ເປົ້າໝາຍ ກໍ່ຄືຫ້ອງວ່າການ, ຫ້ອງການງົບປະມານ, ຄັງເງິນປະຈຳແຂວງ, ຫ້ອງການຄຸ້ມຄອງຊັບສິນຂອງຣັຖ, ຜແນກ ສ່ວຍສາອາກອນ, ຜແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ຜແນກແຜນການ ແລະ ການລົງທຶນ, ຜແນກໂຍທາທິການ ແລະ ຂົນສົ່ງ, ຜແນກກະສິກຳ ແລະ ປ່າໄມ້, ຜແນກອຸດສະຫະກຳ ແລະ ການຄ້າ, ຜແນກແຮງງານ ແລະ ສວັດດີການສັງຄົມ, ຜແນກສຶກສາທິການ ແລະ ກິລາ, ຜແນກສາທາຣະນະສຸກ, ຜແນກພລັງງານ ແລະ ບໍ່ແຮ່ ແລະ ຜແນກຍຸດຕິທັມ.

ກ່ຽວກັບເຣື່ອງນີ້ ວິຊາການທ່ານນຶ່ງ ໄດ້ກ່າວວ່າ:

“ເພິ່ນກຳລັງມາຜ່ານບົດຣາຍງານຂາດຕົວ ກ່ຽວກັບໜ້າວຽກ 15 ເປົ້າໝາຍຫັ້ນ ຜແນກການທີ່ກ່ຽວຂ້ອງ ກຽມລົງກວດກາໃນ 30 ວັນເນາະ ມັນມີໂຕຍາກໂຕງ່າຍ ບາງອັນມີບັນຫາເງີນຄຸມເຄືອກັນ ມີຫລາຍຫ່ວງ ມັນໃຊ້ເວລາເນາະກັບ 15 ເປົ້າໝາຍໄປຂັດແລ້ວ ຕົວຢ່າງ ວ່າສົ່ງໄປ ໃຫ້ຜແນກການເງິນແຂວງ 10 ໂຄງການ ເພື່ອນຳເງິນກັບຄືນມາເນາະຖ້າວ່ານຳບໍ່ໄດ້ ຊິສົ່ງມາໃຫ້ກວດກາເປັນຜູ້ສືບຕໍ່ຕິດຕາມຕໍ່.”

ການສໍ້ຣາດບັງຫລວງ ມີຢູ່ທຸກຫົນແຫ່ງໃນລາວ ຈົນກາຍເປັນປະເພນີໄປແລ້ວ. ລ້າສຸດ ການຈັດອັນດັບ ການສໍ້ຣາດບັງຫລວງ ຂອງ 10 ປະເທດອາຊ່ຽນໃນປີ 2017 ລາວ ເປັນປະເທດທີ່ ມີການສໍ້ຣາສບັງຫລວງຫລາຍທີ່ສຸດອັບດັບສອງຮອງຈາກກຳພູຊາ.

ໃນປີ 2017 ຄນະກັມມະການ ກວດກາຂອງສູນກາງພັກ ກວດເຫັນການສໍ້ຣາດບັງຫລວງ 146 ກໍຣະນີ ລວມມີ 994 ຄົນ ໃນນັ້ນ ພະນັກງານຣັຖ 908 ຄົນ ແລະ ຜູ້ປະກອບການ 86 ຄົນ ພົບເຫັນຄວາມເສັຍຫາຍ 120 ລ້ານໂດລາສະຫະຣັຖ ໂດຍຍັກຍອກ ຜ່ານໂຄງການນອກແຜນ ທີ່ມີການຣະເມີດຫຼາຍໂຄງການ.

ປັດຈຸບັນ ທາງຄນະກັມມະການກວດກາ ກຳລັງດຳເນີນການສອບສວນ 420 ຄົນ ປະຕິບັດວິໄນໄປແລ້ວ 414 ຄົນ ກຳລັງດຳເນີນຂະດີ 84 ຄົນ ນອກນັ້ນຍັງໄດ້ສລຸບຄະດີໃຫ້ອັຍການປະຊາຊົນແລ້ວ 62 ຄົນ ແລະ ສານຕັດສິນລົງໂທດກ່ອນໜ້ານີ້ໄປແລ້ວ 14 ຄົນ.



__________________
Anonymous

Date:
Permalink   
 

img_1342-696x438.jpgimg_1340.jpg

ທະນາຄານແຫ່ງ ສປປ ລາວ (ທຫລ) ພວມດຳເນີນການຕາມລະບຽບກົດໝາຍຕໍ່ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ເພື່ອການພັດທະນາ ຢູ່ບ້ານສົງເປືອຍໃຕ້, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ທີ່ເກີດມີບັນຫາຂາດສະພາບຄ່ອງທາງດ້ານການເງິນ ເນື່ອງຈາກອະດີດປະທານສະພາບໍລິຫານສະຖາບັນການເງິນດັ່ງກ່າວ ໄດ້ຍັກຍອກເອົາເງິນຂອງປະຊາຊົນທີ່ມາຝາກເງິນນຳສະຖາບັນນີ້ໄປ ຈຳນວນສູງເຖິງ 19 ຕື້ກ່ວາກີບ.

img_1339.jpg

ທ່ານ ສອນໄຊ ສິດພະໄຊ, ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ.ລາວ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 2 ປີ 2018 ທີ່ຈັດຂຶ້ນລະຫວ່າງວັນທີ 17 ຫາ 18 ກັນຍານີ້ ວ່າ: ສະຖາບັນການເງິນແຫ່ງດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນມາດົນສົມຄວນແລ້ວ ແລະ ໄດ້ຂຶ້ນທະບຽນຢ່າງຖືກຕ້ອງກັບທະນາຄານແຫ່ງ ສປປ ລາວ (ທຫລ)

ນໄລຍະຜ່ານມາ ທຫລ ໄດ້ເຄື່ອນໄຫວກວດກາສະຖາບັນການເງິນດັ່ງກ່າວ ປີລະຄັ້ງ, ແຕ່ເປັນການກວດກາຕາມເອກະສານ ໂດຍບໍ່ໄດ້ລົງເລິກຕາມຄວາມເປັນຈິງ ຈຶ່ງເຮັດໃຫ້ຂໍ້ມູນບາງຢ່າງຜິດພາດ ຫລື ຄາດເຄື່ອນໄປ. ປັດຈຸບັນ ທາງ ທຫລ ພວມດໍາເນີນການໄປຕາມຂັ້ນຕອນຂອງຂະບວນ ການຍຸຕິທໍາຕໍ່ສະຖາບັນການເງິນແຫ່ງນີ້ ເພື່ອໃຫ້ອະດີດຜູ້ບໍລິຫານສະຖາບັນການເງິນດັ່ງກ່າວທີ່ນຳເອົາເງິນໄປໃຊ້ບໍ່ຖືກຕາມວັດຖຸປະສົງນັ້ນ ມາສົ່ງຄືນໃຫ້ປະຊາຊົນທີ່ມາຝາກເງິນນຳສະຖາບັນໂດຍໄວ ແລະ ທັງເພື່ອໃຫ້ສະພາບໍລິຫານສະຖາບັນ ມີຄວາມຮັບຜິດຊອບຮ່ວມກັນ.

ຈາກເຫດການທີ່ເກີດຂຶ້ນໃນຄັ້ງນີ້, ທະນາຄານແຫ່ງ ສປປ ລາວ ຈະຖືເປັນບົດຮຽນສຳຄັນ ແລະ ຈະໄດ້ເພີ່ມທະວີຄວາມເອົາໃຈໃສ່ ໃນການຄຸ້ມຄອງກວດກາບັນດາສະຖາບັນການເງິນຈຸລະພາກໃນທົ່ວປະເທດໃຫ້ເຂັ້ມງວດກ່ວາເກົ່າ.

ອີງຕາມແຫລງ່ຂ່າວຈາກ ທຫລ ໃຫ້ຮູ້ວ່າ: ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ເພື່ອການພັດທະນາ ຢູ່ບ້ານສົງເປືອຍໃຕ້, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ເກີດບັນຫາຂາດສະພາບຄ່ອງທາງດ້ານການເງິນ ເນື່ອງຈາກ ທ້າວ ສົມຈິດ ບຸນເຫຼື່ອມ ອະດີດປະທານສະພາບໍລິຫານສະຖາບັນການເງິນດັ່ງກ່າວ ໄດ້ຍັກຍອກເອົາເງິນຂອງສະຖາບັນ ຈຳນວນ 19 ຕື້ກ່ວາ ກີບ ໂດຍການບັນທຶກເປັນ 2 ບັນຊີ ຊຶ່ງບັນຊີທີ 1 ໄດ້ລາຍງານຖານະການເງິນໃຫ້ ທຫລ, ສ່ວນບັນຊີທີ 2 ແມ່ນເຊື່ອງອໍາຂໍ້ມູນຕົວຈິງເພື່ອໃຊ້ພາຍໃນສະຖາບັນ ເຮັດໃຫ້ຄະນະກວດກາ ທຫລ ບໍ່ສາມາດກວດເຫັນຖານະການເງິນທີ່ແທ້ຈິງຂອງສະຖາບັນການເງິນໄດ້; ຕໍ່ມາ ຄະນະກວດກາໄດ້ສືບຕໍ່ລົງຕິດຕາມກວດກາໃນລະຫວ່າງວັນທີ 12–23 ມີນາ 2018 ຈຶ່ງສາມາດເກັບກໍາຂໍ້ມູນຕົວເລກຖານະການເງິນທີ່ແທ້ຈິງໄດ້.

ຜ່ານການລົງເຄື່ອນໄຫວສືບສວນສອບສວນຕົວຈິງຂອງຄະນະກວດກາ, ໄດ້ນຳໄປສູ່ການຍອມຮັບສາລະພາບຂອງທ້າວ ສົມຈິດ ບຸນເຫຼື່ອມ ທີ່ໄດ້ເປີດເຜີຍວ່າຕົນເອງ ແມ່ນໄດ້ຍັກຍອກເອົາເງິນຈຳນວນ 19 ຕື້ກວ່າກີບໄປແທ້. ຕໍ່ກັບບັນຫາດັ່ງກ່າວ ກົມຄຸ້ມຄອງສະຖາບັນການເງິນ ໄດ້ລາຍງານໄປຍັງເຈົ້າໜ້າທີ່ຕຳຫຼວດເສດຖະກິດ ແລະ ເຂົ້າປຶກສາຫາລືກັບພາກສ່ວນດັ່ງກ່າວ ເພື່ອດຳເນີນຄະດີກັບທ້າວ ສົມຈິດ ບຸນເຫຼື່ອມ ຕາມລະບຽບກົດໝາຍ. ພ້ອມກັນນັ້ນ ກໍ່ໄດ້ແນະນໍາໃຫ້ດຳເນີນການປັບປຸງໂຄງຮ່າງການຈັດຕັ້ງ, ແລະ ແຕ່ງຕັ້ງຄະນະຜູ້ບໍລິຫານສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ເພື່ອການພັດທະນາ ຊຸດໃໝ່ ເພື່ອມາບໍລິຫານ ໂດຍໃຫ້ເພີ່ມທຶນ ຫຼື ຊອກຫາຂາຫຸ້ນໃໝ່ມາຮ່ວມທຶນ, ເລັ່ງເກັບກູ້ໜີ້ສິນທີ່ໄດ້ປ່ອຍໄປນັ້ນຄືນ ແລະ ຫາວິທີເກັບກູ້ເອົາເງິນທີ່ຖືກຍັກຍອກໄປ ມາຄືນໃຫ້ຄົບ.



__________________
Anonymous

Date:
Permalink   
 

ພວກໂກງບ້ານກິນເມືອງມັນຍັງມີອີຫລາຍ
ແບບນີ້ລະເຂົາຈັ່ງຢາກອອກມາເວົ້າເວ້າຫລາຍພັດໄປຕຳໃຈຄົນຊົ່ວລະຫາວ່າພວກເຂົາຕໍ່ຕ້ານ ໄຫ້ເຂົາເວົ້າແນ່ເທາະກະແນວມັນແມ່ນ
ກູຄົນນຶ່ງລະບໍ່ມັກພວກໂກງກິນ
ທຸກເລື່ອງ ທີ່ເປັນໄພສັງຄົມ ລ້ວນແຕ່ແມ່ນພັກລັດບໍລິຫານທັ້ງສິ້ນ ປະເທດລາວ ບໍ່ມີວັນຈະເລີນ ຄຳສາບ ທ້າວສີໂຄດເປັນຈິງ
 

 

 


__________________
Anonymous

Date:
Permalink   
 

Anonymous wrote:
ພວກໂກງບ້ານກິນເມືອງມັນຍັງມີອີຫລາຍ
ແບບນີ້ລະເຂົາຈັ່ງຢາກອອກມາເວົ້າເວ້າຫລາຍພັດໄປຕຳໃຈຄົນຊົ່ວລະຫາວ່າພວກເຂົາຕໍ່ຕ້ານ ໄຫ້ເຂົາເວົ້າແນ່ເທາະກະແນວມັນແມ່ນ
ກູຄົນນຶ່ງລະບໍ່ມັກພວກໂກງກິນ
ທຸກເລື່ອງ ທີ່ເປັນໄພສັງຄົມ ລ້ວນແຕ່ແມ່ນພັກລັດບໍລິຫານທັ້ງສິ້ນ ປະເທດລາວ ບໍ່ມີວັນຈະເລີນ ຄຳສາບ ທ້າວສີໂຄດເປັນຈິງ
 

 

 

 

ໃນຈຳນວນນັ້ນ ມີໃຜແດ່ເປັນສະມາຊິກສູນກາງພັກ?
ນີ້ເປັນການຫລິ້ນຣະຄອນຕົບຕາປະຊາຊົນເພື່ອຄວາມຢູ່ລອດຂອງກົງຈັກຣັຖຂອງເຂົາ
ບໍ່ແມ່ນເຮັດເພື່ອຄວາມກ້າວໜ້າຂອງຊາດ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard