ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພົບຊາກກະດູກ ຄົນງານປະມົງລາວ ຢູ່ເກາະ ອິນໂດເນເຊັຽ


Guru

Status: Offline
Posts: 622
Date:
ພົບຊາກກະດູກ ຄົນງານປະມົງລາວ ຢູ່ເກາະ ອິນໂດເນເຊັຽ
Permalink   
 


image

ເຈົ້າໜ້າທີ່ ອົງການສາກົລໄທ ທີ່ເດີນທາງກັບຈາກ ເກາະເບຈີນາ ປະເທດອິນໂດເນເຊັຽ ເວົ້າວ່າ ທີມງານ ໄດ້ຂຸດພົບ ຊາກກະດູກ ຊາວປະມົງ ຕ່າງດ້າວ ຫຼາຍຮ້ອຍຄົນ ແລະ ໃນຈຳນວນນັ້ນ ອາຈມີຄົນງານປະມົງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ແລະ ເສັຽຊີວິດ ຢູ່ເກາະ ດັ່ງກ່າວ 40 ປາຍສົບ ຫຼື ອາຈຫຼາຍກ່ວານັ້ນ, ດັ່ງຄໍາເວົ້າ ຂອງທ່ານ ສະໝັກ ທັບທານີ, ຜູ້ອໍານວຍການ ຜແນກຕ້ານການຄ້າມະນຸດ ມູນນິທິ LPN, ທີ່ເດີນທາງໄປ ເກາະ ເບນຈີນາ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 2 ຕຸລາ ນີ້ວ່າ:

"ສົບຫຼາຍສົບ ຄົນລາວ, ຄົນພະມ້າ, ຄົນໄທ  ຄົນກັມພູຊາ ບໍ່ຮູ້ໃຜແມ່ນໃຜແທ້ ເພາະວ່າ ມັນຖືກຝັງທັບກັນເລື້ອຍໆ ເພາະວ່າ ພື້ນທີ່ ມັນບໍ່ໃຫຍ່ ມັນເປັນປ່າ ສະນັ້ນ ສົບທີ່ເຄີຍຖືກຝັງໄວ້ ກ່ອນໜ້ານີ້ນັ້ນ ເວລາມັນດົນນານແລ້ວ ເຂົາກໍເອົາສົບໃໝ່ ໄປຝັງທັບໄວ້ຕື່ມ ແລະ ທີ່ບໍ່ມີນາມສະກຸນ ອາດຈະແມ່ນ ຄົນລາວກໍໄດ້ ແຕ່ປ້າຍສັນຊາດລາວ ອ້າຍສິສືບ ເບິ່ງກ່ອນມີຢູ່ 40 ປາຍສົບ ທີ່ເຄີຍເຮັດໄວ້.”

ທ່ານສະໝັກ ອະທິບາຍວ່າ ໃນມື້ວັນທີ 23–29 ມູນນິທິ LPN ແລະ ທາງການໄທ ຫຼາຍພາກສ່ວນ ໄດ້ເດີນທາງໄປ ເກາະ ເບນຈີນາ ປະເທດອິນໂດເນເຊັຽ ເພື່ອເອົາຊາກສົບ ກະດູກຄົນໄທ ທີ່ເຄີຍຕົກເປັນເຫຍື່ອ ຄ້າມະນຸດ ເທິງເຮືອປະມົງ ແລະ ເສັຽຊີວິດ ຢູ່ເກາະ ກັບຄືນ ປະເທດ, ແຕ່ໃນເວລາ ທີ່ໄປຂຸດຂຸມຝັງສົບນັ້ນ, ເຈົ້າໜ້າທີ່ ກໍພົບເຫັນຂຸມຝັງສົບ ໃນບໍຣິເວນໃກ້ຄຽງກັນ ກໍມີປ້າຍຊື່ ແລະ ສັນຊາດ ຜູ້ເສັຽຊີວິດ ຢູ່ເທິງຂຸມຝັງສົບ ທີ່ເປັນຄົນຕ່າງດ້າວ ຫຼາຍຮ້ອຍຄົນ ເຊິ່ງຕາມປ້າຍຊື່ນັ້ນ ມີຊື່ຄົນລາວ 40 ປາຍສົບ.

ນອກຈາກນີ້ ກໍຍັງພົບຊາກກະດູກ ອີກຫຼາຍຮ້ອຍ ທີ່ບໍ່ມີປ້າຍຊື່ ແຕ່ຝັງທັບຖົມກັນໄວ້ ແລະ ບາງຂຸມ ກໍມີແຕ່ຊື່ຜູ້ຕາຍ ແຕ່ບໍ່ມີ ນາມສະກຸນ ເຊິ່ງເຣື່ອງນີ້ ເຈົ້າໜ້າທີ່ ກ່າວວ່າ ເປັນໄປໄດ້ ທີ່ຈະມີຊາກກະດູກຄົນງານປະມົງລາວ ຕື່ມອີກ. ທ່ານສະໝັກກ່າວຕື່ມວ່າ ໃນເຂດພື້ນທີ່ ທີ່ມີ ສົບຝັງຢູ່ນັ້ນ ເປັນປ່າ ເຈົ້າໜ້າທີ່ ທາງການ ອິນໂດເນເຊັຽ ແລະ ຄົນທ້ອງຖິ່ນ ຈະຈັດສັນໄວ້ ເພື່ອຝັງສົບ ສະເພາະຄົນງານປະມົງ ແລະ ຄົນຕ່າງປະເທດ ທີ່ມາເສັຽຊີວິດ ຢູ່ເທິງເກາະເທົ່ານັ້ນ.

ເຖິງຢ່າງໃດກໍຕາມ, ປັດຈຸບັນ ກະຊວງແຮງງານ ປະເທດອິນໂດເນເຊັຽ ແລະ ຕໍາຣວດ ອິນໂດເນເຊັຍ ໄດ້ປິດກັ້ນ ເຂດທີ່ມີສົບຄົນງານ ເຫຼົ່ານີ້ໄວ້ ບໍ່ໃຫ້ໃຜເຂົ້າແລ້ວ ເພື່ອລໍຖ້າ ອົງການສາກົລ ໃນໄທ, ທາງການໄທ ແລະ ພາກສ່ວນທີ່ກ່ຽວຂ້ອງ ຫາລືກັນ ແລະ ດຳເນີນການສັນນະສູດ ສົບເຫຼົ່ານັ້ນ ວ່າ ເປັນສັນຊາດໃດແທ້.



__________________
Anonymous

Date:
RE: ພົບຊາກກະດູກ ຄົນງານປະມົງລາວ ຢູ່ເກາະ ອິນໂດເນເຊັຽ
Permalink   
 


ໜ້າສົງສານພີ່ນ້ອງລາວເຮົາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard