ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖສະພາສະຫະຣັຖ ຮຽກຮ້ອງ ເຖິງ ຜູ້ນໍາລາວ
Anonymous

Date:
ຣັຖສະພາສະຫະຣັຖ ຮຽກຮ້ອງ ເຖິງ ຜູ້ນໍາລາວ
Permalink   
 


ຣັຖສະພາສະຫະຣັຖ ຮຽກຮ້ອງ ເຖິງ ຜູ້ນໍາລາວ

image

 

ທ່ານອິນຊີທອງ ຜູ້ຕາງໜ້າ ອົງການລາວເສຣີ

ຈົດໝາຍ ລົງວັນທີ 2 ພຶສຈິກາ 2018 ຂອງ ສະມາຊິກ ຣັຖສະພາ ສະຫະຣັຖ ອາເມຣິກາ ສອງທ່ານ ເຖິງ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທສ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ຜ່ານສະຖານທູດ ສປປລາວ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ ຮຽກຮ້ອງ ໃຫ້ປ່ອຍບັນດາ ນັກເຄື່ອນໄຫວ ເພື່ອ ສິດທິມະນຸດ ນາງ ຫລອດຄໍາ ທໍາມະວົງ, ທ່ານ ສູການ ໃຈທັດ, ທ່ານ ສົມພອນ ພິມມະສອນ ແລະ ທ່ານ ບຸນທັນ ທໍາມະວົງ ແລະ ໃຫ້ສົ່ງ ທ່ານ ສົມບັດ ສົມພອນ ກັບຄືນສູ່ ຄອບຄົວຂອງທ່ານ ຊຶ່ງ ມາດາມ ອຶ້ງ ຊຸຍ ເມັ້ງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ເມື່ຶອບໍ່ດົນມານີ້ວ່າ:

"ພາກສ່ວນສາກົນນໍ ຫລັງຈາກ ຜ່ານມາຫລາຍປີແລ້ວ ກະຍັງຖາມຫາ ຢາກຈະຮູ້ນໍ ລູງ ສົມບັດ ປັດຈຸບັນ ຢູ່ໃສ ອັນນີ້ປ້າ ຂອບໃຈ ເຂົາເຈົ້າຫລາຍໆ ສໍາລັບປ້າ ອັນນີ້ເປັນກໍາລັງໃຈ ໃຫ້ປ້າ ວ່າ ທາງນອກນໍ ໂດຍສະເພາະສາກົນ ຍັງບໍ່ທັນໄດ້ລືມ ກ່ຽວກັບ ເຄສ ຂອງ ອິລູງສົມບັດ."

ກ່ຽວກັບຈົດໝາຍສະບັບ ດັ່ງກ່າວ ທ່ານ ອິນຊີທອງ ຄນະນໍາ ແລະ ທັງເປັນໂຄສົກ ອົງການລາວເສຣີ Free Laos Campaign ທີ່ສະຫະຣັຖ ອາເມຣິກາ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນມື້ວັນ 3 ພຶສຈິກາ ນີ້ ຊຶ່ງເບື້ອງຕົ້ນ ທ່ານໄດ້ກ່າວເຖິງ ເນື້ອໃນສໍາຄັນ ຂອງຈົດໝາຍ ນັ້ນວ່າ: ເຊີນທ່ານຟັງ ສຽງສໍາພາດ ໄດ້ເລີຍ....



__________________
Anonymous

Date:
Permalink   
 

ໄດ້ແຕ່ຫວັງວ່າຣັຖບານ ສປປ ລາວ ຈະໃຫ້ຄວາມຮ່ວມມື.



__________________
Anonymous

Date:
Permalink   
 

ແມ່ນ ທ່ານ ອິນຊີທອງ ຈາກຫ້ອງສົນທະນາ Paltalk ຫວາ? ຖ້າທ້ວງຜິດ ຂໍອະໄພນຳເດີ ຂ້ານ້ອຍ.

ຈະແມ່ນນາມແທ້ ຫລືນາມແຝງກໍ່ຕາມ ແຕ່ກໍ່ຂໍຍ້ອງຍໍສັນຣະເສີນນ້ຳໃຈຮັກຊາດ ຢາກໃຫ້ຣັຖບານ

ຜະເດັດການປະຕິຮູບນະໂຍບາຍການເມືອງເພື່ອຄວາມຢູ່ລອດຂອງຊາດລາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard